Saturday, July 27, 2024
Homeຂ່າວໜ້າໜຶ່ງກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ

ກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ

ໃນວັນທີ 8 ມິຖຸນາ 2024 ທີ່ ໂຮງແຮມ ຄຼາວພລາຊາ, ນະຄອນຫຼວງວຽງຈັນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ສືບຕໍ່ເປັນປະທານກອງປະຊຸມເຈົ້າໜ້າ ທີ່ອາວຸໂສເວທີພາກພື້ນອາຊຽນ ໂດຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ອາວຸໂສ ແລະ ຜູ້ຕາງຫນ້າຈາກ 27 ປະເທດເຂົ້າຮ່ວມເວທີພາກພື້ນອາຊຽນ, ຕີມໍເລສເຕ ແລະ ກອງເລຂາອາຊຽນ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນຄັ້ງນີ້ ໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາກິດຈະກຳ ທີ່ຈັດຂຶ້ນໃນສົກປີ 2023-2024 ລວມທັງການຈັດ ຕັ້ງປະຕິບັດແຜນວຽກເວທີພາກພື້ນອາຊຽນ ຊຶ່ງເຫັນວ່າມີຄວາມຄືບຫນ້າ. ພ້ອມດຽວກັນນີ້, ກອງປະຊຸມ ໄດ້ພິຈາລະນາບັນດາກິດຈະກຳ ສໍາລັບສົກປີ 2024-2025 ເພື່ອສະເໜີຮັບຮອງໃນກອງປະຊຸມລັດຖະມົນຕີເວທີພາກພື້ນອາຊຽນ ທີ່ຈະຈັດຂຶ້ນໃນເດືອນກໍລະກົດ.

ກອງປະຊຸມ ໄດ້ແລກປ່ຽນຄໍາເຫັນກ່ຽວກັບທິດທາງໃນຕໍ່ໜ້າ ສຳລັບກອງປະຊຸມເວທີພາກພື້ນອາຊຽນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ແລະ ທົບທວນແຜນປະຕິບັດງານຮ່າໂນ້ຍຂອງເວທີພາກພື້ນອາຊຽນສະບັບທີ II (2020-2025) ແລະ ໃນຕອນທ້າຍ, ບັນດາຜູ້ເຂົ້າຮ່ວມກໍໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ ລວມທັງສະພາບການໃນມຽນມາ, ອູແກຣນ, ທະເລຈີນໃຕ້, ຕາເວັນອອກກາງ ແລະ ແຫຼມເກົາຫຼີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments