Saturday, July 27, 2024
Homeຂ່າວພາຍໃນສປປ ລາວ ມີພະຍາດຖອກທ້ອງເກີດຂຶ້ນ 95,375 ກໍລະນີໃນແຕ່ລະປີ ແລະ 25 ກໍລະນີເສຍຊີວິດ

ສປປ ລາວ ມີພະຍາດຖອກທ້ອງເກີດຂຶ້ນ 95,375 ກໍລະນີໃນແຕ່ລະປີ ແລະ 25 ກໍລະນີເສຍຊີວິດ

ໃນບົດຄໍາເຫັນຂອງ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນ ຕີກະຊວງສາທາລະ ນະສຸກ ໃນໂອກາດວັນຄວາມປອດໄພອາຫານໂລກ ວັນທີ 7 ມິຖຸນາ ໄດ້ຍົກໃຫ້ເຫັນວ່າ: ໃນ ສປປ ລາວ, ຈາກຂໍ້ ມູນຂອງລະບົບເຝົ້າລະວັງ 19 ພະຍາດ ໄດ້ມີພະຍາດຖອກທ້ອງເກີດຂຶ້ນ 95,375 ກໍລະນີ ໃນແຕ່ລະປີ ແລະ 25 ກໍລະນີເສຍຊີ ວິດ. ກໍລະນີຖອກທ້ອງເປັນເລືອດ ມີ 21,786 ກໍລະນີ ,1 ກໍລະ ນີເສຍຊີວິດ. ເບື່ອອາຫານ 3,111 ກໍລະ ນີ ແລະ 7 ກໍລະນີເສຍຊີວິດ. ໃນປະຈຸບັນ ສປປ ລາວ ໄດ້ພົບກັບບັນຫາພະຍາດ ແອນແທຣັກ (Anthrax) ຫລື ໄຂ້ເລືອດດຳໃນພາກໃຕ້ຂອງລາວທີ່ມີຜົນກະທົບທາງດ້ານສຸຂະພາບ ແລະ ເສດຖະກິດຂອງລາວ.

ໃນການກະກຽມຄວາມພ້ອມ ເພື່ອຮັບມືກັບກໍລະນີອາຫານບໍ່ປອດໄພ ການປະ ສານງານ ແລະ ການຮ່ວມມືທີ່ດີຂອງທຸກພາກສ່ວນ ແມ່ນສີ່ງສຳຄັນຕົ້ນຕໍໃນການຮັບມືກັບບັນຫາຄວາມ ປອດໄພອາຫານໃນປະເທດ, ພາກສ່ວນລັດຖະບານ ຕ້ອງສ້າງ ຫລື ປັບປຸງແຜນງານຕອບໂຕ້ ດ້ານຄວາມປອດໄພອາຫານ, ສ້າງຄວາມເຂັ້ມ ແຂງໃນລະບົບຄຸ້ມຄອງຄວາມປອດໄພອາຫານພາຍ ໃນປະເທດ, ເພີ່ມທະວີສ້າງຄວາມອາດສາມາດຂອງລະບົບເຝົ້າລະ ວັງ, ການປະສານງານ ແລະ ປັບປຸງການສື່ສານລະຫວ່າງຜູ້ຜະລິດ ແລະ ປະຊາຊົນ ກ່ຽວກັບຂໍ້ມູນຂອງຜະລິດຕະພັນອາຫານ.

ສຳລັບພາກສ່ວນທຸລະກິດອາຫານຈະຕ້ອງໄດ້ປັບປຸງລະບົບຄຸ້ມຄອງຄວາມປອດໄພອາຫານ, ຖອດຖອນບົດຮຽນ ແລະ ເຮັດ ວຽກຮ່ວມກັນກັບບັນດາຫົວໜ່ວຍທຸລະກິດ ແລະ ການສື່ສານຂໍ້ ມູນດ້ານອາຫານໃຫ້ຜູ້ບໍລິໂພກ.

ສ່ວນຜູ້ບໍລິໂພກຕ້ອງໄດ້ຮູ້ກ່ຽວກັບການລາຍງານ ແລະ ຕອບໂຕ້ ໃນກໍລະນີອາຫານບໍ່ປອດໄພ, ມີຄວາມເຂົ້າໃຈຕໍ່ຄວາມຮ້າຍແຮງຂອງເຫດການທີ່ບໍ່ອາດຄາດຄະເນໄດ້ໃນຄົວເຮືອນ ແລະ ການ ຕອບໂຕ້.

ທ່ານຍັງຍົກໃຫ້ເຫັນຕື່ມວ່າ: ໃນກໍລະນີເກີດມີເຫດການດ້ານຄວາມປອດໄພອາຫານ ສິ່ງສໍາຄັນຈະຕ້ອງໄດ້ປະຕິບັດມີ ດັ່ງນີ້:

– ຕ້ອງມີຄວາມກຽມພ້ອມເປັນອັນຕົ້ນຕໍ.

– ການຮ່ວມມືຫລາຍໆ ພາກສ່ວນ ເພື່ອການຕອບໂຕ້ຢ່າງມີປະ ສິດທິຜົນ.

– ການແລກປ່ຽນຂໍ້ມູນຢ່າງທັນດ່ວນເພື່ອຊ່ວຍເຫລືອຊີວິດ

– ການສື່ສານພົວພັນເພື່ອຄວາມໝັ້ນໃຈໃນການສະຫນອງອາ ຫານ.

– ມີລະບົບຄຸ້ມຄອງຄວາມປອດໄພອາຫານທີ່ດີ ເພື່ອປົກປ້ອງຜູ້ ບໍລິໂພກ.

– ປະຕິບັດການຢ່າງເດັດຂາດເພື່ອປົກປ້ອງຜູ້ບໍລິໂພກ.

– ໃຫ້ຖືວ່າທຸກຄົນແມ່ນຜູ້ຄຸ້ມຄອງຄວາມສ່ຽງ.

#ບຸນຕຽງຈັນທະວົງ#ວສລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments