Saturday, July 27, 2024
Homeຂ່າວການເມືອງເລຂາທິການໃຫຍ່ ເຄື່ອນໄຫວຊຸກຍູ້ການຜະລິດຢູ່ເມືອງນາຊາຍທອງ

ເລຂາທິການໃຫຍ່ ເຄື່ອນໄຫວຊຸກຍູ້ການຜະລິດຢູ່ເມືອງນາຊາຍທອງ

ວັນທີ 7 ມິຖຸນາ 2024 ຜ່ານມາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຜະລິດເປັນສິນຄ້າຂອງພໍ່ແມ່ປະຊາຊົນ ບ້ານອີ່ໄລເໜືອ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນາກງພັກ, ເລຂາຄະນະພັກ ນະຄອນຫລວງວຽງຈັນ ໄດ້ຕາງໜ້າອໍານາດການປົກຄອງນະຄອນຫລວງວຽງຈັນ ໃຫ້ການຕ້ອນຮັບ ແລະ ຮ່ວມການເຄື່ອນໄຫວວຽກງານ.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ໄປຢ້ຽມຢາມກຸ່ມການຜະລິດປຸກຜັກຂອງປະຊາຊົນ ບ້ານອີ່ໄລເໜືອ ໂດຍໄດ້ຮັບການຕ້ອນຮັບຈາກອໍານາດການປົກຄອງເມືອງ, ບ້ານ ແລະ ຮັບຟັງການລາຍງານສະພາບການຈັດ ຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ. ບ້ານອີ່ໄລເໜືອ ມີ 568 ຄອບຄົວ, ມີຈຳນວນພົນ 2.468 ຄົນ, ເປັນບ້ານໜຶ່ງທີ່ໄດ້ຮັບການຊ່ວຍເຫລືອຈາກອົງ ການແຊມາອຶນ, ໂຄງການພັດທະນາບ້ານແບບໃໝ່ ຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫລວງວຽງຈັນ ວ່າດ້ວຍການຮັບຮອງໂຄງການປັບປຸງໂຄງລ່າງພື້ນຖານ ແລະ ສ້າງເສີມລາຍຮັບ ໃຫ້ແກ່ປະຊາຊົນຂອງອົງການແຊມາອຶນ ສ.ເກົາຫລີ ໂດຍໄດ້ມີການມອບ -ຮັບໂຄງການໃນປີ 2023 ເປັນຕົ້ນມາ. ພ້ອມກັນນັ້ນ, ອົງການປົກຄອງເມືອງ, ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ແລະ ອົງການປົກຄອງບ້ານ ໄດ້ເປັນເອກະພາບໃນການ ສ້າງຕັ້ງເຮືອນຮົ່ມ ໃສ່ດິນລວມບ້ານ ແລະ ໂຮງຮຽນ, ຄົ້ນຄວ້າເອົາ ຄອບຄົວທີ່ບໍ່ມີເນື້ອທີ່ການຜະລິດ ແລະ ສໍາຄັນທີ່ສຸດແມ່ນຄອບຄົວທີ່ດຸໝັ່ນມາເຮັດການຜະລິດ ແລະ ໄດ້ມອບໃຫ້ແຕ່ລະຄອບຄົວຮັບຜິດຊອບໃນແຕ່ລະເຮືອນຮົ່ມ. ສໍາລັບກຸ່ມປູກຜັກມີສະມາຊິກກຸ່ມ 16 ຄົນ ໂດຍໂຄງການໄດ້ຊ່ວຍເຫລືອເຮືອນຮົ່ມ 17 ຫລັງ, ສ້າງບາ ດານ, ເຮັດຮົ້ວ, ດຶງໄຟຟ້າເຂົ້າ ແລະ ເຄື່ອງຮັບໃຊ້ອື່ນໆອີກຈໍານວນໜຶ່ງ.

ນອກຈາກນັ້ນ, ທາງໂຄງການ ຍັງໄດ້ ຊ່ວຍເຫລືອເຮືອນຮົ່ມ 20 ຫລັງ ໃຫ້ກຸ່ມປູກຜັກ ບ້ານອີ່ໄລໃຕ້ ຕື່ມອີກ, ລວມທັງສອງບ້ານ ມີເຮືອນຮົ່ມ 37 ຫລັງ, ລວມມູນຄ່າ ຊ່ວຍເຫລືອ ທັງສອງບ້ານ 60.000 ໂດລາສະຫະລັດ. ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ສະມາຊິກກຸ່ມກໍໄດ້ເອົາໃຈໃສ່ຜະລິດ ແລະ ສາມາດສ້າງລາຍຮັບໃຫ້ສະມາຊິກທັງໝົດສະເລ່ຍໃນແຕ່ລະເດືອນ ທັງ ສອງບ້ານ ປະມານ 40 ລ້ານກີບ.

ຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະ ກໍໄດ້ຢ້ຽມຢາມ ໂຮງງານຄຸນເຜິງ ຊາວວຸ ຊີ້ຖີ ສານຜິນລາວ ຢູ່ບ້ານແຈ້ງສະຫວ່າງ ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ, ໂຮງງານດັ່ງກ່າວເປັນການຮ່ວມມືລະຫວ່າງນັກລົງທຶນລາວ ແລະ ຈີນ, ມີທຶນຈົດທະບຽນ 2 ຕື້ກວ່າກີບຕໍ່ເດືອນ; ຢ້ຽມຢາມ ຟາມໄກ່ ສຸກຈະເລີນຟາມ ຢູ່ບ້ານນາຂ່າ ເມືອງນາຊາຍທອງ ເຊິ່ງເປັນໂຄງການລ້ຽງໄກ່ພັນໄຂ່ແບບລະບົບປິດ ຈໍານວນ 1.000.000 ໂຕ ໂດຍແຜນການກໍ່ສ້າງໄດ້ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ສາມາດບັນຈຸໄກ່ພັນໄຂ່ໄດ້ຈໍານວນ 500.000 ໂຕ, ມູນຄ່າການລົງທຶນ 450 ຕື້ກີບ ແລະ ໄລຍະທີ 2 ສາມາດບັນຈຸໄກ່ພັນໄຂ່ໄດ້ ຈໍານວນ 500.000 ໂຕ ມູນຄ່າການລົງທຶນ 400 ຕື້ກີບ.

ການເຄື່ອນໄຫວຢ້ຽມຢາມແຕ່ລະບ່ອນນັ້ນ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພໍ່ແມ່ປະຊາຊົນພາຍໃນບ້ານ ທີ່ໄດ້ເອົາໃຈໃສ່ເຂົ້າໃນການພັດທະນາພື້ນຖານໂຄງລ່າງພາຍໃນບ້ານຂອງຕົນ ໂດຍສະເພາະແມ່ນການປຸກຜັກອິນຊີເປັນສິນຄ້າ ເພື່ອຕອບສະໝອງໃຫ້ແກ່ສັງຄົມ ຈົນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາ ຊົນດີຂຶ້ນເປັນກ້າວໆ; ແນະນຳໃຫ້ ໂຮງງານຄຸນເຜິງ ຊາວວຸ ຊີ້ຖີ ສານຜິນລາວ ຈົ່ງໄດ້ສືບຕໍ່ທຳການຜະລິດ ແລະ ຂະຫຍາຍການຜະລິດ, ຮັກສາຄຸນນະພາບ ແລະ ມາດຕະຖານການຜະລິດ, ພ້ອມທັງຮັບປະກັນດ້ານການຊົມໃຊ້ພະລັງງານ ໃຫ້ມີສະຖຽນລະພາບ ແລະ ໄດ້ແນະນຳໃຫ້ຟາມໄກ່ ສຸກຈະເລີນຟາມ ເອົາໃຈໃສ່ສືບຕໍ່ຜະລິດໄຂ່ໄກ່ໃຫ້ຕອບສະໜອງໄດ້ ພາຍໃນນະຄອນຫລວງວຽງຈັນ ແລະ ຂອບເຂດທົ່ວປະ ເທດ ເພື່ອຫລຸດຜ່ອນການນຳເຂົ້າເທື່ອລະກ້າວ ແລະ ສາມາດສົ່ງອອກເປັນສິນຄ້າໄດ້.

ຂ່າວ: ຂປລ ພາບ: ຫ້ອງວ່າການສູນກາງພັກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments