Saturday, July 27, 2024
Homeຂ່າວຕ່າງປະເທດທ່ານ ທີໂມທີ ປີເຕີ ອາມສະຕຣອງ ຜູ້ຕາງໜ້າ ອົງການອະນາໄມໂລກຄົນໃໝ່ ປະຈຳ ລາວ

ທ່ານ ທີໂມທີ ປີເຕີ ອາມສະຕຣອງ ຜູ້ຕາງໜ້າ ອົງການອະນາໄມໂລກຄົນໃໝ່ ປະຈຳ ລາວ

——————-

ໃນວັນທີ 7ມິຖຸນານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າພົບປະ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ ທີໂມທີ ປີເຕີ ອາມສະຕຣອງ (Dr. Timothy Peter ARMSTRONG)ຜູ້ຕາງໜ້າ ອົງການອະນາໄມໂລກຄົນໃໝ່ ປະຈຳ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງຜູ້ຕາງໜ້າຂອງອົງການ WHOຄົນໃໝ່ ປະຈຳ ສປປ ລາວ, ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມືທີ່ດີ ແລະ ການຊ່ວຍເຫຼືອຂອງ ອົງການWHOຕໍ່ ສປປ ລາວ ໃນໄລຍະທີ່ຜ່ານມາ. ໃນນັ້ນ, ທ່ານ ໂພໄຊ ໄຂຄໍາພິທູນ ຍັງໄດ້ສະແດງຄວາມເຊື່ອໝັັ້ນວ່າ ພາຍໃຕ້ການນຳພາຂອງຜູ້ຕາງໜ້າຄົນໃໝ່, ອົງການ WHO ຈະເພີ່ມທະວີການຮ່ວມມື ແລະ ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນການພັດທະນາວຽກງານສາທາລະນະສຸກ ແລະ ວຽກທີ່ກ່ຽວຂ້ອງໂດຍສະເພາະແມ່ນການຈັດຕັ້ງປະຕິບັດຍຸດທະສາດການຮ່ວມມືລະຫວ່າງອົງການອະນາໄມໂລກ ແລະ ສປປ ລາວ (2024-2028) ເພື່ອຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສາທາລະນະສຸກໄລຍະ5 ປີ(The National five-year Health Sector Development Plan)ແລະຍຸດທະສາດປະຕິຮູບສາທາລະນະສຸກແຕ່ປີ2021-2030(The Health Sector Reform Strategy 2021-2030)ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງພາຍໃນປີ2030.ພ້ອມດຽວກັນກໍໄດ້ສະແດງຄວາມຂອບໃຈຕໍ່ອົງການWHOທີ່ໃຫ້ການຊ່ວຍເຫຼືອຢ່າງທັນການໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງຂໍໃຫ້ສືບຕໍ່ສະໜັບສະໜູນ ສປປ ລາວ ໃຫ້ສາມາດເຂົ້າເຖິງການບໍລິການສາທາລະນະສຸກຂັ້ນພື້ນຖານຢ່າງທົ່ວເຖິງ.ໃນຕອນທ້າຍ, ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ອວຍພອນໃຫ້ທ່ານຜູ້ຕາງໜ້າອົງການ WHOຄົນໃໝ່ປະສົບຜົນສຳເລັດໃນການມາປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ ໃນຄັ້ງນີ້.

ໃນໂອກາດດຽວກັນນີ້,ທ່ານ ທີໂມທີ ປີເຕີ ອາມສະຕຣອງກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອົບອຸ່ນຂອງ ທ່ານ ໂພໄຊ ໄຂຄໍາພິທູນແລະ ສະແດງຄວາມຂອບໃຈມາຍັງລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ອະນຸມັດໃຫ້ທ່ານ ມາປະຕິບັດໜ້າທີ່ຢູ່ ສປປ ລາວ. ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ ອົງການ WHOຈະສືບຕໍ່ເພີ່ມທະວີການຮ່ວມມືກັບລັດຖະບານ ແລະ ຊ່ວຍເຫຼືອ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານຕ່າງໆ ທີ່ເປັນບຸລິມະສິດດ້ານສາທາລະນະສຸກຂອງ ສປປ ລາວ ໃຫ້ໄດ້ຮັບໝາກຜົນທີ່ດີໃນອະນາຄົດຂ້າງໜ້າ.

ຂ່າວ-ພາບ:ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments