Saturday, July 27, 2024
Homeຂ່າວໜ້າໜຶ່ງທ່ານ ສະເຫຼີມໄຊ ກົມມະສິດ ຕ້ອນຮັບທູດ ຮົງກາຣີ ເຂົ້າອຳລາ

ທ່ານ ສະເຫຼີມໄຊ ກົມມະສິດ ຕ້ອນຮັບທູດ ຮົງກາຣີ ເຂົ້າອຳລາ

——————

ໃນວັນທີ 7 ມິຖຸນາ ນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ຊານດໍ້ ຊີໂພສ(Sandor Sipos)ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຮົງກາຣີ ປະຈໍາ ສປປ ລາວ, ໃນໂອກາດທີ່ໄດ້ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ໂດຍມີສຳນັກງານຕັ້ງຢູ່ບາງກອກ ປະເທດໄທ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ຊານດໍ້ ຊີໂພສ ທີ່ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຮົງກາຣີ ປະຈຳ ສປປ ລາວ ຊຶ່ງຕະຫຼອດໄລຍະການປະຕິບັດໜ້າທີ່ການທູດທ່ານທູດກໍໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ລາວ-ຮົງກາຣີ ໃຫ້ສືບຕໍ່ນັບມື້ໄດ້ຮັບການຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ. ພ້ອມກັນນັ້ນ, ທ່ານທູດກໍໄດ້ຊຸກຍູ້ໃຫ້ມີການຢ້ຽມຢາມແລກປ່ຽນ ແລະ ພົບປະຂອງການນຳສອງປະເທດ ຢ່າງເປັນປົກກະຕິ,ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນແລະກັນໃນເວທີພາກພື້ນແລະສາກົນ. ພິເສດ, ທ່ານທູດ ໄດ້ເອົາໃຈໃສ່ຊຸກຍູ້ການເປີດສະຖານເອກອັກຄະລັດຖະທູດແຫ່ງສປປລາວປະຈໍາຮົງກາຣີຄືນໃໝ່ໃນທ້າຍປີ 2022 ແລະໃນໂອກາດການເດີນທາງມາຢ້ຽມຢາມສປປລາວຂອງລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າຮົງກາຣີໃນວັນທີ 14 ມິຖຸນາ 2024 ນີ້ ກໍຈະໄດ້ມີພິທີເປີດຄືນ ສະຖານເອກອັກຄະລັດຖະທູດແຫ່ງ ຮົງກາຣີປະຈໍາສປປລາວຢ່າງເປັນທາງການ. ພ້ອມດຽວກັນນັ້ນ, ທ່ານທູດຍັງໄດ້ຕິດຕາມແລະຊຸກຍູ້ບັນດາໂຄງການຮ່ວມມືຕ່າງໆ ເປັນຕົ້ນ ໂຄງການຮ່ວມມືລາວ-ຮົງກາຣີພາຍໃຕ້ເງິນກູ້ຢືມບໍ່ມີດອກເບ້ຍຈາກລັດຖະບານຮົງກາຣີໄລຍະ 3 ສໍາລັບໂຄງການຕ່າງໆ ເຊັ່ນ:1.ໂຄງການໃນຂະແຫນງການກະສິກໍາ,2.ໂຄງການຄຸ້ມຄອງບໍລິຫານນໍ້ານະຄອນຫຼວງວຽງຈັນ ແລະ 3.ໂຄງການຄຸ້ມຄອງພົນລະເມືອງ. ພ້ອມນີ້, ລັດຖະບານ ຮົງກາຣີ ຍັງໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການກໍ່ສ້າງຊັບພະຍາກອນມະນຸດ ໂດຍໄດ້ສະໜອງທຶນການສຶກສາ ຈຳນວນ 150 ທຶນຕໍ່ປີ.ໃນໂອກາດດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ຮົງກາຣີ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ, ພ້ອມນີ້ ກໍອວຍພອນໃຫ້ທ່ານທູດ ຈົ່ງສືບຕໍ່ປະຕິບັດໜ້າທີ່ການທູດຂອງຕົນ ໃຫ້ປະສົບຜົນສໍາເລັດ.

ໃນຂະນະດຽວກັນ, ທ່ານທູດ ຊານດໍ້ ຊີໂພສ ໄດ້ສະແດງຄວາມຂອບໃຈມາຍັງ ກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກເປັນຢ່າງດີ ຕະຫຼອດໄລຍະຜ່ານ ຊຶ່ງເຮັດໃຫ້ການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ສະແດງຄວາມເຊື່ອໝັ້ນວ່າ ສປປ ລາວ ຈະປະສົບຜົນສຳເລັດໃນການພັດທະນາ ແລະ ສ້າງສາປະເທດຊາດ ແລະ ມີບົດບາດສູງເດັ່ນຂຶ້ນໃນເວທີສາກົນ.ພ້ອມນີ້ ກໍໄດ້ຢືນຢັນຄືນຄໍາໝາຍໝັ້ນຂອງຕົນທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມືສອງຝ່າຍ ຮົງກາຣີ-ລາວໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນໂດຍສະເພາະຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດແລະຂະແໜງການອື່ນໆທີ່ມີທ່າແຮງຮ່ວມກັນ, ທັງນີ້ ກໍເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຮົງກາຣີ-ລາວ ໃນຕໍ່ໜ້າ. ໃນຕອນທ້າຍ, ທ່ານທູດ ຍັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບ ແຜນການເຄື່ອນໄຫວຢ້ຽມຢາມ ສປປ ລາວ ຂອງ ທ່ານລັດຖະມົນຕີຕ່າງປະເທດ ຮົງກາຣີ ໃນລະຫວ່າງວັນທີ 13-14 ມິຖຸນາ 2024 ທີ່ຈະມາເຖິງນີ້.

ຂ່າວ-ພາບ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments