Saturday, July 27, 2024
Homeຂ່າວໜ້າໜຶ່ງລາຍນາກລາວ ຖືກຮັບຮອງເປັນມໍລະດົກໂລກ ສ້າງຄວາມພູມໃຈໃຫ້ປະຊາຊົນລາວ

ລາຍນາກລາວ ຖືກຮັບຮອງເປັນມໍລະດົກໂລກ ສ້າງຄວາມພູມໃຈໃຫ້ປະຊາຊົນລາວ

ໃນທ້າຍປີ 2023 ອົງການເພື່ອການສຶກສາວິທະຍາສາດ ແລະ ວັດທະນະທໍາຂອງສະຫະປະຊາຊາດ ຫຼື ອຸຍແນັສໂກ (UNESCO) ໄດ້ຮັບຮອງເອົາລາຍນາກ ພູມປັນຍາຂອງຊາວຊ່າງຫັດຖະກໍາ ທີ່ຕິດພັນກັບຄວາມເຊື່ອໃນການດໍາລົງຊີວິດຂອງປະຊາຊົນລາວ ເປັນມໍລະດົກໂລກທາງວັດທະນະທໍາທີ່ບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະນຸດຢ່າງເປັນທາງການ ນັ້ນໄດ້ສ້າງຄວາມພາກພູມໃຈໃຫ້ແກ່ປະຊາຊົນລາວ ເພາະລາຍນາກເປັນລາຍທີ່ໂດດເດັ່ນອັນດັບໜຶ່ງໃນຜ້າແພລາວທີ່ຖືກປະດິດຄິດສ້າງຂຶ້ນດ້ວຍຈິດສໍານຶກ ແລະ ສິລະປະອັນປານີດຂອງຄົນລາວ ຊຶ່ງໄດ້ຕິດພັນກັບການດໍາລົງຊີວິດຂອງຄົນລາວມາແຕ່ສະໄໝບູຮານ. ສໍາລັບພິທີສະເຫຼີມສະຫຼອງ ແລະ ປະກາດລາຍນາກ ເປັນມໍລະດົກໂລກນັ້ນທາງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-9 ມິຖຸນາ ນີ້ ທີ່ຫໍວັດທະນະ ທຳແຫ່ງຊາດ.

ການຮັບຮອງລາຍນາກເປັນມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະນຸດໂລກແມ່ນມີຄວາມໝາຍຄວາມສໍາຄັນຕໍ່ການອະນຸລັກ, ປົກປັກຮັກສາມໍລະດົກອັນລໍ້າຄ່າຂອງຊາດໃຫ້ມີຄວາມຍືນຍົງ ທັງເປັນການປະກອບສ່ວນເຂົ້າໃນການສົ່ງເສີມວຽກງານເສດຖະກິດຂອງຊາດ ເປັນການຕໍ່ຍອດໃຫ້ແກ່ຜະລິດຕະພັນຫັດຖະກໍາຂອງລາວໃຫ້ມີບາດກ້າວຂະຫຍາຍຕົວອັນໃໝ່ ແລະ ເປັນທີ່ຮັບຮູ້ຈາກສາກົນຫຼາຍຂຶ້ນ. ກ່ອນຈະໄດ້ມາເຊິ່ງລາງວັນແຫ່ງຄວາມພາກພູມໃຈນີ້ກໍບໍ່ແມ່ນເລື່ອງງ່າຍ ໂດຍສະເພາະແມ່ນການແຂ່ງຂັນຍາດແຍ່ງຈາກປະເທດອ້ອມຂ້າງທີ່ມີສິລະປະວັດທະນະທໍາຄ້າຍຄືກັນ. ແຕ່ສິ່ງທີ່ເປັນການຢັ້ງຢືນໃຫ້ເຫັນຢ່າງປະຈັກຕາຄືການຕໍ່າຫູກ ແມ່ນມູນເຊື້ອທີ່ຕິດພັນກັບເອື້ອຍ ນ້ອງແມ່ຍິງລາວມາແຕ່ດົນນານ ຊຶ່ງມີການສືບທອດຈາກຮຸ່ນສູ່ຮຸ່ນການຕໍ່າກໍມີລວດລາຍທີ່ແຕກຕ່າງກັນອອກໄປ ແລ້ວແຕ່ຄວາມນິຍົມຊົມຊອບ ແລະ ການເຊື່ອຖືເພາະການປັກລວດລາຍໄວ້ໃນຜືນຜ້າ ໝາຍຄວາມວ່າການສະແດງເອກະລັກ ເພື່ອສື່ຄວາມໝາຍຜ່ານລວດລາຍຕ່າງໆເຊັ່ນ: ລາຍນາກລາວ ກໍເປັນລາຍໜຶ່ງທີ່ມີຄວາມໝາຍຄວາມສໍາຄັນສໍາລັບຄົນລາວ ເພາະຕາມຄວາມເຊື່ອຖືຂອງຄົນລາວທີ່ເຊື່ອກັນວ່າພະຍານາກແມ່ນສິ່ງສັກສິດ ທີ່ຄອຍປົກປັກຮັກສາໃຫ້ຄວາມຢູ່ເຢັນເປັນສຸກ ປາສະຈາກສິ່ງທີ່ບໍ່ດີ. ສະນັ້ນ, ຄົນລາວຈຶ່ງນໍາເອົາລວດລາຍນາກມາເປັນສັນຍະລັກໃນສະຖານທີ່ຕ່າງໆ ລວມເຖິງລາຍນາກທີ່ປັກແສ່ວ ຫຼື ຕໍ່າໃນເຄື່ອງນຸ່ງຫົ່ມຂອງແມ່ຍິງລາວ. ການຕໍ່າລາຍນາກ ກໍບໍ່ແມ່ນເລື່ອງງ່າຍຕ້ອງໄດ້ໃຊ້ຄວາມປານີດ ແລະ ຄວາມອົດທົນພະຍາມຍາມ ເພາະການຕໍ່າມີຫຼາຍຂັ້ນຕອນ ເລີ່ມຈາກການສາວເສັ້ນໄໝ ແລ້ວນໍາໄປຍ້ອມສີທໍາມະຊາດ ແລ້ວຈຶ່ງນໍາມາຕໍ່າເປັນລວດລາຍທີ່ສວຍງາມດັ່ງທີ່ເຮົາເຫັນຕາມຜືນຜ້ານັ້ນເອງ ໂດຍການຕໍ່າລາຍນາກຕາມປະເພນີແລ້ວໂຕນາກຈະໃຊ້ຝ້າຍຂາວຕໍ່າ, ສ່ວນຫົວນາກຈະໃສ່ສີທີ່ມີຄວາມໂດດເດັ່ນ ເພື່ອສະແດງເຖິງພະລັງອໍານາດ. ສະນັ້ນ, ການຍ້ອມສີຕ້ອງໄດ້ກະກຽມສີຄືສີແດງ, ຂຽວ, ສີທອງ ແລະ ການຕໍ່າກໍໄດ້ໃຊ້ຫຼາຍວິທີເຊັ່ນ: ການຈົກ, ການຂິດ, ການມັດມີ່ ແລະ ອື່ນໆຫຼາຍຂັ້ນຕອນກ່ອນຈະອອກມາເປັນຜ້າແພລວດລາຍຕ່າງໆທີ່ເຮົາເຫັນຄືທຸກມື້ນີ້.

ການທີ່ລາຍນາກໃນຜ້າພື້ນເມືອງລາວ ໄດ້ຮັບຮອງເປັນມໍລະດົກໂລກນັ້ນ ເປັນສິ່ງປະຈັກສູ່ສາຍຕາຊາວໂລກ ແລະ ສ້າງຄວາມພາກພູມໃຈໃຫ້ປະຊາຊົນລາວ. ແນວໃດກໍດີ ເພື່ອເຮັດໃຫ້ວັດທະນະທໍາທີ່ສວຍງາມແບບນີ້ຢູ່ຄຽງຄູ່ປະຊາຊົນຄົນລາວເຮົານັ້ນ, ໄວໜຸ່ມຜູ້ເກີດໃໝ່ໃຫຍ່ລຸນຕ້ອງພ້ອມກັນປົກປັກຮັກສາ ແລະ ສືບທອດວັດທະນະທໍາອັນລໍ້າຄ່າບໍ່ໃຫ້ຈາງຫາຍໄປກັບການເວລາ ແລະ ຢູ່ຄູ່ກັບຄົນລາວເຊື້ອຊາດລາວຕະຫຼອດໄປ.

ຂ່າວ: ໄໝຄຳ ຍ້ອມສິນ, ພາບປະກອບຈາກອິນເຕີເນັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments