Saturday, July 27, 2024
Homeຂ່າວກິລາ4 ໜຸ່ມລາວ ຮ່ວມໃຈກັນຍາດໄດ້ຫຼຽນເງິນ ໂວວີນາມ ປະເພດທີມສະແດງ ດານັງ ເກມ

4 ໜຸ່ມລາວ ຮ່ວມໃຈກັນຍາດໄດ້ຫຼຽນເງິນ ໂວວີນາມ ປະເພດທີມສະແດງ ດານັງ ເກມ

ເປັນຂ່າວດີທີ່ລໍຄອຍກັນມາຫຼາຍວັນ ສຳລັບທີມນັກກິລານັກຮຽນລາວ ໃນມະຫາກຳກິລານັກຮຽນ ອາຊຽນ ຄັ້ງທີ​ 13 ຫຼື “ດານັງ ເກມ” ຫຼັງຈາກທີມໂວວີນາມ ລາວ ສາມາດຍາດໄດ້ຫຼຽນເງິນມາຄອງໄດ້ສຳເລັດ ໃນຕອນເຊົ້າວັນທີ 5 ມິຖຸນາ 2024

ທີມນັກໂວວີນາມຂອງລາວ ປະເພດການສະແດງ ປະກອບດ້ວຍ: ທ້າວ ສຸລິຍາ ຈັນທະຈັກ, ທ້າວ ສົມປະໄພ ຈຳປາມະນີ, ທ້າວ ຖາປະນາ ເບົ້າຈະເລີນພອນ ແລະ ທ້າວສິດທິກອນ ໄຊຊະນະວົງເພັດ ລົງແຂ່ງຂັນໃນປະເພດການສະແດງການຕໍ່ສູ້ ແບບບໍ່ມີອຸປະກອນ ໂດຍໃນຮອບທຳອິດ ທີມລາວເຮົາ ໄດ້ຄະແນນ 260 ເທົ່າກັບ ມຽນມາ 260 ຂະນະທີ່ ຫວຽດນາມ (ເຈົ້າພາບ) ເກັບໄດ້ສູງເຖິງ 270 ຄະແນນ ແລະ ໄດ້ຫຼຽນຄຳໄປຄອງ.​ ດັ່ງນັ້ນ, ທີມໂວວີນາມລາວ ແລະ ມຽນມາ ຕ້ອງມາແຂ່ງຂັນກັນອີກຮອບໃໝ່ ເພື່ອຫາຮອງແຊັມ ຫຼື ຫຼຽນເງິນ. ປາກົດວ່າ ທີມນັກໂວວີນາມລາວ ສາມາດ ເກັບໄດ້ 262 ຄະແນນ ຂະນະທີ່ ມຽນມາ ໄດ້ມາພຽງ 258 ຄະແນນ. ດັ່ງນັ້ນ, ທີມນັກໂວວີນາມ ລາວ ຈຶ່ງຍາດໄດ້ຫຼຽນເງິນ ສ່ວນ ມຽນມາ ແມ່ນໄດ້ຫຼຽນທອງ.

ສ່ວນ ໃນປະເພດຟ້ອນຍິງດ່ຽວ ທີມໂວວີນາມລາວເຮົາ ສົ່ງນ້ອງ ຈັນເທວາ ວັນນະໂສພາ ຫຼື ໄຂ່ມຸກ ລົງສູ້ກັບອີກ 4 ຊາດ ປາກົດວ່າ ນ້ອງໄຂ່ມຸກ ບໍ່ສາມາດຍາດໄດ້ຫຼຽນ ໄດ້ມາພຽງ 256 ຄະແນນ ຂະນະທີ່ຫຼຽນຄຳເປັນຂອງມຽນມາ, ຫຼຽນເງິນ ເປັນຂອງຫວຽດນາມ ແລະ ຫຼຽນທອງ ເປັນຂອງ ໄທ.

(ຂ່າວ:ຄົນຂ້າງສະໜາມ ລາຍງານຈາກນະຄອນດານັງ, ສສ ຫວຽດນາມ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments