Saturday, July 27, 2024
Homeຂ່າວການເມືອງຮອງປະທານ ສນຊ ຕ້ອນຮັບເອກອັກຄະລັດຖະທູດອົສຕຣາລີຄົນໃໝ່ປະຈໍາລາວ

ຮອງປະທານ ສນຊ ຕ້ອນຮັບເອກອັກຄະລັດຖະທູດອົສຕຣາລີຄົນໃໝ່ປະຈໍາລາວ

ທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ອົສຕຣາລີ ປະຈໍາລາວ ເນື່ອງໃນໂອກາດມາຮັບຕໍາແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່ປະຈໍາ ສປປ ລາວ ໃນວັນທີ 5 ມິຖຸນາ ຜ່ານມາ ທີ່ ສນຊ.

ໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານນາງ ເມແກນ ຈອນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາຮັບຕໍາແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່ປະຈໍາລາວ. ພ້ອມນີ້ທ່ານໄດ້ຍົກໃຫ້ເຫັນການພົວພັນຮ່ວມມືລະຫວ່າງລາວ-ອົສຕຣາລີ ໃນໄລຍະຜ່ານມາ ໂດຍສະເພາະລັດຖະບານອົສຕຣາລີ ໄດ້ຊ່ວຍກໍ່ສ້າງຊັບພະຍາກອນມະນຸດໃຫ້ລັດຖະບານລາວຫຼາຍສົມຄວນ, ຊ່ວຍກໍ່ສ້າງພື້ນຖານໂຄງລ່າງຈໍານວນໜຶ່ງ ແລະ ຝຶກອົບຮົມຫົວຂໍ້ສະເພາະຕ່າງໆ; ພ້ອມກັນນັ້ນທ່ານຍັງໄດ້ຍົກໃຫ້ເຫັນພາລະບົດບາດຂອງແນວລາວສ້າງຊາດໂດຍສັງເຂບໃຫ້ທ່ານຮັບຊາບ ແລະ ຫວັງຢ່າງຍິ່ງວ່າຈະມີການພົວພັນຮ່ວມມືໃນຕໍ່ໜ້າໃນວຽກງານແນວລາວສ້າງຊາດ ແລະ ວຽກງານອື່ນໆ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ-ອົສຕຣາລີ ສືບຕໍ່ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ.

ທ່ານນາງ ເມແກນ ຈອນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງປະທານ ສນຊ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງຢືນຢັນຈະສຸມທຸກເຫື່ອແຮງສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ກໍຄືການພົວພັນຮ່ວມມືລະຫວ່າງ ອົສຕຣາລີ-ລາວ, ລາວ-ອົສຕຣາລີ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນໄປເລື້ອຍໆ.

ຂ່າວ-ພາບ: ສນຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments