Saturday, July 27, 2024
Homeຂ່າວໜ້າໜຶ່ງບໍລິສັດທາງລົດໄຟ ລາວ-ຈີນ ມອບເດີ່ນບານບ້ວງ ແລະ ອຸປະກອນ-ເຄື່ອງໃຊ້ ໃຫ້ໂຮງຮຽນປະຖົມ ລາວ-ຈີນ

ບໍລິສັດທາງລົດໄຟ ລາວ-ຈີນ ມອບເດີ່ນບານບ້ວງ ແລະ ອຸປະກອນ-ເຄື່ອງໃຊ້ ໃຫ້ໂຮງຮຽນປະຖົມ ລາວ-ຈີນ

ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ຈັດພິທີມອບ-ຮັບ ເດີ່ນກິລາບານບ້ວງ ພ້ອມດ້ວຍອຸປະກອນການຮຽນ-ການສອນ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ເຊິ່ງປະກອບມີ: ກະເປົາເປ້ 300 ໜ່ວຍ, ປຶ້ມຂຽນ 300 ຫົວ ໃຫ້ນ້ອງນັກຮຽນ, ມອບເຄື່ອງຕອງນ້ຳ, ໜ່ວຍບານບ້ວງ, ເຄື່ອງໃສ່ຂີ້ເຫຍື້ອສະແຕນເລດ, ເບ້ຍໄມ້ ແລະ ອື່ນໆ ໃຫ້ໂຮງຮຽນປະຖົມສົມບູນ ລາວ-ຈີນ ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໃນວັນທີ 5 ມິຖຸນາ 2024 ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ຫລິວ ຫົງ ຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ, ມີພາກສ່ວນກ່ຽວຂ້ອງ ແລະ ນ້ອງນັກຮຽນ, ຄູ-ອາຈານ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ພຸດ ສິມມະລາວົງ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈ ຕໍ່ບໍລິສັດທາງລົດໄຟ ລາວ-ຈີນ ທີ່ໄດ້ສະໜອງທຶນຮອນ ເພື່ອສ້າງພື້ນຖານໂຄງລ່າງດ້ານກິລາ ແລະ ອຸປະກອນການສຶກສາ ໃຫ້ແກ່ໂຮງ ຮຽນປະຖົມສົມບູນ ລາວ-ຈີນ ໜອງປີງ ເຊິ່ງສ່ອງແສງ ແລະ ຢັ້ງຢືນຄືນ ເຖິງຄວາມໝາຍໝັ້ນ ຂອງບໍລິສັດທາງລົດໄຟ ລາວ-ຈີນ ຕໍ່ວຽກງານການສຶກສາ ກໍຄື ວຽກງານພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ. ພ້ອມທັງ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ລັດຖະບານ ກໍຄື ປະຊາຊົນ ສປ ຈີນ ທີ່ໄດ້ປະກອບສ່ວນໃນການກໍ່ສ້າງໂຮງຮຽນປະຖົມສົມບູນ ລາວ-ຈີນ ໜອງປີງ ແລະ ນຳໃຊ້ແຕ່ປີ 2012 ເປັນຕົ້ນມາ ເຊິ່ງຕະຫລອດໄລຍະຜ່ານມາ ສປ ຈີນ ກໍໄດ້ສົ່ງຄູອາສາສະໝັກ ມາປະຈຳທີໂຮງຮຽນ ເພື່ອສິດສອນ ແລະ ສະໜອງອຸປະກອນຫລາຍຢ່າງ ໃຫ້ກັບໂຮງຮຽນ ດັ່ງກ່າວ.

ທ່ານ ພຸດ ສິມມະລາວົງ ຍັງໄດ້ກ່າວອີກວ່າ: ທາງລົດໄຟ ລາວ-ຈີນ ທີ່ໄດ້ເປີດດຳເນີນການແຕ່ວັນທີ 3 ທັນວາ 2021 ໄດ້ກາຍເປັນການປະກອບສ່ວນເຮັດໃຫ້ໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ນຳເອົາຜົນປະໂຫຍດຕົວຈິງ ມາສູ່ ສປປ ລາວ ແລະ ສປ ຈີນ. ຄູ-ອາຈານ ແລະ ນັກຮຽນຂອງໂຮງຮຽນປະຖົມສົມບູນ ລາວ-ຈີນ ໜອງປີງ ກໍໄດ້ເປັນສັກຂີພິຍານຕໍ່ “ເສັ້ນທາງແຫ່ງມິດຕະພາບ” ນີ້ ໂດຍໄດ້ຮ່ວມໃນພິທີສຳຄັນຕ່າງໆຂອງທາງລົດໄຟ. ການປະ ກອບສ່ວນຂອງບໍລິສັດທາງລົດໄຟ ລາວ-ຈີນ ແມ່ນມີຄວາມໝາຍສຳຄັນຫລາຍ, ເປັນຂົວເຊື່ອມຕໍ່ສາຍພົວພັນທາງດ້ານຈິດໃຈ, ສົ່ງເສີມການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ ລາວ-ຈີນ, ສືບຕໍ່ພົວພັນສ້າງມິດຕະພາບທີ່ດີຕໍ່ກັນລະຫວ່າງສອງຊາດ ລາວ-ຈີນ ຈາກຮຸ່ນຄົນນີ້ສູ່ຮຸ່ນຄົນຕໍ່ໄປ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ບໍລິຫານໂຮງ ຮຽນ, ຄູ-ອາຈານ ແລະ ນ້ອງນັກຮຽນ ຈົ່ງນຳໃຊ້ພື້ນຖານໂຄງລ່າງ ແລະ ອຸປະກອນທີ່ບໍລິສັດມອບໃຫ້ ໃຫ້ເກີດປະໂຫຍດສູງສຸດ. ພ້ອມນັ້ນ, ກໍຫວັງຢ່າງຍິ່ງວ່າ ບໍລິສັດທາງລົດໄຟ ລາວ-ຈີນ ຈະສືບຕໍ່ໃຫ້ການຊ່ວຍເຫລືອສັງຄົມ ໃນຮູບແບບຕ່າງໆ ຕື່ມອີກ.

ທ່ານ ຫລິວ ຫົງ ກໍໄດ້ມີຄຳເຫັນວ່າ: ໃນໄລຍະຫລາຍປີທີ່ຜ່ານມາ, ບໍລິສັດໄດ້ໃຫ້ຄວາມສຳຄັນ ແລະ ສະໜັບສະໜູນວຽກງານດ້ານການພັດທະນາການສຶກສາ ແລະ ໄດ້ມີການຈັດກິດຈະກຳລົງຮາກຖານ “ລົງບ້ານສູ່ໂຮງ ຮຽນ” ຢູ່ເປັນປະຈຳ ເຊິ່ງ ການມອບ-ຮັບ ເດີ່ນບານບ້ວງ ໃນຄັ້ງນີ້, ແມ່ນຜັນຂະຫຍາຍຕາມຄຳຂວັນ “ເສັ້ນທາງແຫ່ງມິດຕະພາບ” ລະຫວ່າງ ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ແລະ ໂຮງຮຽນປະຖົມສົມບູນ ລາວ-ຈີນ ບ້ານໜອງປີງ ແມ່ນໜຶ່ງໃນບັນດາໂຄງການສຳຄັນ ໃນການຊ່ວຍເຫລືອດ້ານການຮຽນ-ການສອນ ເພື່ອໃຫ້ຄູ-ອາຈານ ແລະ ນັກ ຮຽນ ມີສະພາບແວດລ້ອມການຮຽນ-ການສອນ ທີ່ກວ້າງຂວາງ ແລະ ມີຄຸນນະພາບສູງຂຶ້ນ, ຍົກລະດັບຄຸນນະພາບການຫລິ້ນກິລາ ເພື່ອໃຫ້ນ້ອງນັກຮຽນມີຮ່າງກາຍທີ່ແຂງແຮງ ແລະ ສ້າງຄວາມສາມັກຄີມ່ວນຊື່ນໃນໂຮງຮຽນ.

ພ້ອມກັນນັ້ນ, ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ຍັງໄດ້ມອບອຸປະກອນ ແລະ ເຄື່ອງໃຊ້ຕ່າງໆ ເປັນຕົ້ນ ເຄື່ອງຂຽນ, ພັດລົມ, ຄັນຮົ່ມ, ໜ່ວຍບານບ້ວງ, ເບ້ຍໄມ້ ແລະ ໄດ້ຊ່ວຍແປງຕຶກອາຄານ ໃຫ້ໂຮງຮຽນຢູ່ລຽບຕາມແລວທາງລົດໄຟ ເພື່ອຍົກລະດັບສະພາບແວດລ້ອມ ການຮຽນ-ການສອນ ແລະ ຊີວິດການເປັນຢູ່ຂອງຄູ-ອາຈານ ແລະ ນັກຮຽນໃຫ້ສະດວກສະບາຍຍິ່ງຂຶ້ນ. ນອກນັ້ນ, ບໍລິສັດກຳລັງມີແຜນຈະດຳເນີນກິດຈະກຳຊ່ວຍເຫລືອດ້ານການຮຽນ-ການສອນ ລະຫວ່າງບໍລິສັດ ກັບໂຮງຮຽນໃນຫລາຍແຫ່ງ ແລະ ສົ່ງຜູ້ຊ່ຽວຊານດ້ານການລົດໄຟ ເປັນອາສາສະໝັກໃນການສິດສອນ, ຖ່າຍທອດຄວາມຮູ້ປະສົບການຕ່າງໆກ່ຽວກັບທາງລົດໄຟ ເຊັ່ນ: ວິທະຍາສາດ-ເຕັກ ນິກທາງລົດໄຟ, ວຽກງານດ້ານການຄຸ້ມຄອງດຳເນີນງານທາງລົດໄຟ, ດ້ານການບໍລິການ, ວຽກງານພື້ນຖານຄວາມປອດໄພ ແລະ ອື່ນໆ ໃຫ້ແກ່ບັນດາ ຄູ-ອາຈານ ແລະ ນັກຮຽນນັກສຶກສາ ຢູ່ທົ່ວປະເທດ.

ໃນໂອກາດດຽວກັນນີ້, ບໍລິສັດ ຍັງໄດ້ດຳເນີນກິດຈະກຳ ມອບອຸປະກອນການຮຽນຕ່າງໆ ເຊັ່ນ ກະເປົາເປ້, ປື້ມຂຽນ, ກະເປົາຜ້າ, ເຕົ້ານໍ້າ ແລະ ເຄື່ອງໃຊ້ອື່ນໆ ໃຫ້ແກ່ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ແຕ່ລະໂຮງຮຽນ ຈຳນວນ 7 ແຫ່ງ ຄື ຢູ່ແຂວງຫລວງພະບາງ, ເມືອງງາ ແຂວງອຸດົມໄຊ, ເມືອງນາເຕີຍ ແຂວງຫລວງນໍ້າທາ ແລະ ສະຖານທີ່ອື່ນໆ ທີ່ຢູ່ລຽບຕາມເສັ້ນທາງລົດໄຟ ລາວ-ຈີນ.

ຂ່າວ: ທະນູທອງ

ຂໍ້ມູນ: ລົດໄຟ ລາວ-ຈີນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments