Saturday, July 27, 2024
Homeຂ່າວໜ້າໜຶ່ງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ເຢຍລະມັນ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ເຢຍລະມັນ

ເມື່ອບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂທບີອັດສ ລິນເນີ ຮອງລັດຖະມົນຕີກະຊວງການຕ່າງປະເທດເຢຍລະມັນ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືຂອງສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆ, ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບຜົນສໍາເລັດຂອງການພັດ ທະນາເສດຖະກິດ-ສັງຄົມ ພາຍໃຕ້ການນໍາພາຂອງ ພັກ ປປ ລາວ. ໃນຂະນະດຽວກັນ, ກໍໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອຂອງລັດຖະບານເຢຍລະມັນ ແກ່ ສປປ ລາວ ໂດຍຜ່ານໂຄງການຕ່າງໆໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ລັດຖະບານ ເຢຍລະມັນ ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນດ້ານຕ່າງໆທີ່ມີທ່າແຮງຮ່ວມກັນ, ເຫັນດີເປັນເອກະພາບໃນການເສີມສ້າງການຮ່ວມມື ແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ດ້ວຍການນໍາເອົາຍຸດທະສາດໃນການຫັນປະເທດລາວ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ເປັນປະເທດເຊື່ອມໂຍງເຊື່ອມຈອດ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ລະຫວ່າງລາວ ກັບເຢຍລະມັນ ກໍຄື ສະຫະພາບເອີຣົບ ໃຫ້ຫລາຍຂຶ້ນກວ່າເກົ່າ ເພື່ອປະກອບສ່ວນເຂົ້າໃນພາລະກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ແລະ ຄວາມຜາສຸກຂອງປະຊາຊົນໃນພາກພື້ນ ແລະ ໃນໂລກ.

ໃນຕອນທ້າຍ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ອວຍພອນໃຫ້ ທ່ານຮອງລັດຖະ ມົນຕີຕ່າງປະເທດເຢຍລະມັນ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ ແລະ ເຢຍລະມັນ ຈົ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງຂຶ້ນໃນອະນາຄົດ.

ໃນການພົບປະ, ທ່ານ ໂທບີອັດສ ລິນເນີ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ເຢຍລະມັນ-ລາວ ຕະຫລອດໄລຍະຜ່ານມາ, ພ້ອມທັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການໃນພາກພື້ນ ແລະ ໃນໂລກ ເປັນຕົ້ນ ການຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ພະລັງງານ, ຂອບການຮ່ວມມືແມ່ນໍ້າຂອງ, ບັນຫາຂໍ້ຂັດແຍ່ງທີ່ເປັນສິ່ງທ້າທາຍຕໍ່ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ. ພ້ອມກັນນັ້ນ, ທ່ານ ໂທບີອັດສ ຍັງໄດ້ສະແດງຄວາມ ໝາຍໝັ້ນວ່າ ເຢຍລະມັນ ຈະສືບຕໍ່ສະໜັບສະໜູນຄວາມເປັນແກນກາງຂອງອາຊຽນ, ການຮ່ວມມືດ້ານເສດຖະກິດໃນພາກພື້ນອາຊີ, ອາຊຽນ ແລະ ມີຄວາມຍິນດີເຮັດວຽກຮ່ວມກັບ ສປປ ລາວ ເພື່ອໃຫ້ການເປັນປະທານໝູນວຽນອາຊຽນ ໃນປີ 2024 ປະສົບຜົນສໍາເລັດຢ່າງຈົບງາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments