Saturday, July 27, 2024
Homeຂ່າວໜ້າໜຶ່ງລາວ ເປັນເຈົ້າພາບ ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ

ລາວ ເປັນເຈົ້າພາບ ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ

ໃນວັນທີ 6 ມິຖຸນາ 2024 ນີ້, ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາ ຊຽນ ແລະ ກອງປະຊຸມຄະນະບໍລິຫານງານຂອງ ຄະນະກຳມະການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍການເປັນປະທານ ຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໂດຍມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຕີມໍແລັດສະເຕ ເຂົ້າຮ່ວມ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ 9 ບຸລິມະ ສິດ ກໍຄື ໜ້າວຽກ ແລະ ແຜນງານຕ່າງໆ ສຳລັບການເປັນປະທານອາຊຽນຂອງ ສປປ ລາວ ເພື່ອຜັນຂະຫຍາຍຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ເຊິ່ງໂດຍລວມມີຄວາມຄືບໜ້າເປັນຢ່າງດີ. ພ້ອມນີ້, ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບບັນຫາອື່ນໆທີ່ກ່ຽວຂ້ອງກັບ ການສົ່ງເສີມປະຊາຄົມອາຊຽນ ໃຫ້ເຂັ້ມແຂງໃນຕໍ່ໜ້າ, ການສ້າງແຜນຍຸດທະສາດ ເພື່ອຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045 ເຊິ່ງມີ 4 ແຜນຍຸດທະສາດຄື: ແຜນຍຸດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດປະຊາຄົມເສດຖະກິດອາ ຊຽນ, ແຜນຍຸດທະສາດປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ. ພ້ອມນັ້ນ, ກໍໄດ້ປຶກສາຫາລື ກ່ຽວກັບການຮ່ວມມືລະຫວ່າງ ອາຊຽນກັບພາຍນອກ, ການສະເໜີຂອງບັນດາປະເທດທີ່ມີຄວາມສົນໃຈເຂົ້າເປັນພາຄີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ແລະ ການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນກັບຄູ່ເຈລະຈາ, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນບວກສາມ ຄັ້ງທີ 25, ກອງປະຊຸມລັດຖະ ມົນຕີຕ່າງປະເທດຂອງ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 14 ແລະ ກອງປະຊຸມລັດຖະມົນຕີເວທີພາກພື້ນອາຊຽນ ຄັ້ງທີ 31 ເຊິ່ງຈະຈັດຂຶ້ນໃນວັນທີ 24-27 ກໍລະກົດ 2024 ທີ່ ຈະມາເຖິງນີ້ ຢູ່ນະຄອນຫລວງວຽງຈັນ.

ໃນຕອນບ່າຍຂອງມື້ດຽວກັນ, ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ກໍໄດ້ສືບຕໍ່ ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານຂອງ ຄະນະກຳມະການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສຽງໃຕ້ ເຊິ່ງກອງປະຊຸມໄດ້ປຶກສາຫາລື ແລະ ທົບທວນຄວາມຄືບໜ້າ ການຈັດຕັ້ງປະຕິບັດແຜນປະຕິບັດງານ ຂອງສົນທິສັນຍາເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ (2023-2027) ແລະ ຄວາມເປັນໄປໄດ້ໃນການລົງນາມ ອະນຸສັນຍາຂອງສົນທິ ສັນຍາດັ່ງກ່າວ ໂດຍປະເທດທີ່ມີອາວຸດນິວເຄລຍຄອບຄອງ. ພ້ອມນີ້, ກອງປະຊຸມໄດ້ປຶກສາຫາລື ການສະໝັກຂອງ ຕິມໍແລັດສະເຕ ເພື່ອເຂົ້າເປັນພາຄີ ຂອງສົນທິສັນຍາເຂດປອດອາວຸດນິວເຄລຍອາຊີຕາເວັນອອກສຽງໃຕ້ ໂດຍຕີມໍແລັດສະເຕ ເຊິ່ງເຫັນວ່າ ມີຄວາມຄືບໜ້າເປັນຢ່າງດີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments