Saturday, July 27, 2024
Homeຂ່າວໜ້າໜຶ່ງສຳມະນາພູມປັນຍາຫັດຖະກຳພື້ນເມືອງການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວ

ສຳມະນາພູມປັນຍາຫັດຖະກຳພື້ນເມືອງການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວ

ກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ)ໄດ້ຈັດສຳມະນາພູມປັນຍາຫັດຖະກຳພື້ນເມືອງການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວເນື່ອງໃນໂອກາດສະເຫຼີມສະຫຼອງລາຍນາກຖືກຮັບຮອງເປັນມໍຣະດົກນາມມະທຳທີ່ເປັນຕົວແບບຂອງມວນມະນຸດໂດຍອົງການອຸຍແນັດໂກໄດ້ຈັດຂຶ້ນວັນທີ 6 ມິຖຸນາ 2024 ທີ່ ຫໍວັດທະນະທຳແຫ່ງຊາດ ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ) ພ້ອມດ້ວຍ ຫົວໜ້າກົມ ຮອງກົມ ຜູ້ຊົງຄຸນວຸດທິ ນັກຄົ້ນຄວ້າ ນັກປະພັນ ນັກກະວີ ຄູ ອາຈານ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ຊາວຫັດຖະກຳ ແລະ ພາກສ່ວນກ່ຽວຂ້ອງ.

ນາງ ຈັນເພັດ ຄຳຟອງໄດ້ກ່າວວ່າ: ການຈັດສຳມະນາໃນຄັ້ງນີ້ ແມ່ນໜຶ່ງກິດຈະກຳເພື່ອສະເຫຼີມສະຫຼອງພູມປັນຍາຫັດຖະກຳພື້ນເມືອງ ການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວ ໄດ້ຖືກຮັບຮອງເຂົ້າເປັນມໍຣະດົກວັດທະນະທຳ ນາມມະທຳຂອງມວນມະນຸດສະຍະຊາດ(ໂລກ) ມີຈຸດປະສົງເພື່ອ ນຳສະເໜີຄວາມຮູ້ຈາກຜົນງານການຄົ້ນຄວ້າຂອງບັນດາອາຈານ ກ່ຽວກັບສັດໃນຕຳນານ ນາກ ທີ່ ຕິດພັນກັບຊຸມຊົນເຊື້ອຊາດລາວ ຖືເປັນການປະກອບສ່ວນທີ່ສະແດງອອກເຖິງຄວາມຮັບຜິດຊອບຂອງວຽກງານວັນນະຄະດີ ແລະ ພິມຈຳໜ່າຍ ກໍຄື ບຸກຄົນທີ່ເຮັດວຽກຄຸ້ມຄອງ ສົ່ງເສີມ ສືບທອດ ແລະ ມີຄວາມຮັກ ມັກ ການຄົ້ນຄວ້າ ຂີດຂຽນບົດວັນນະຄະດີ.

ບົດວັນນະຄະດີກ່ຽວກັບ ນາກ ຫຼື ນາກໃນວັນນະຄະດີ ນາກໃນລາຍຜ້າ ໄດ້ກາຍເປັນຫຼັກຖານຢັ້ງຢືນ ຄວາມເຊື່ອ ຄວາມຜູກພັນກັບນາກ ເຊິ່ງມີອິດທິພົນຕໍ່ຈິດໃຈຂອງປະຊາຊົນຊາດລາວບັນດາເຜົ່າທີ່ມີມາແຕ່ບູຮານ ເຊິ່ງບໍ່ມີໃຜລືບລ້າງ ຫຼື ພິກປີ້ນຄວາມຈິງໄດ້ ຈາກການຮຽນຮູ້ຄວາມເຊື່ອ ແລະ ສັດທາໃນຕຳນານທີ່ເລົ່າຂານໄວ້ກ່ຽວກັບນາກນັ້ນໄດ້ກາຍເປັນຄວາມຜູກພັນເລື່ອງນາກໄດ້ເກີດຄວາມຄິດຈິນຕະນາການກ່ຽວກັບນາກໄດ້ເຮັດໃຫ້ບັນດານັກຄົ້ນຄວ້າ ນັກປາດອາຈານ ນັກຈິດຕະກອນ ຊ່າງຫູກສາມາດຂຽນປື້ມ ວາດພາບ ຕໍ່າ ຂີດ ເກັບລາຍນາກ ລວມທັງການຄວັດ ແກະສະຫຼັກດ້ວຍໄມ້ ດ້ວຍປູນຊີມັງຕາມວັດວາອາຣາມ ແລະ ຢູ່ສະຖານທີ່ຕ່າງໆຕາມຄວາມເຊື່ອ ແລະ ສັດທາຂອງປະຊາຊົນລາວບັນດາເຜົ່າເຮັດໃຫ້ຄົນຮຸ່ນໃໝ່ໄດ້ຮັບຮູ້ກ່ຽວກັບຊຸມຊົນເຊື້ອຊາດລາວຈົນມາຮອດປັດຈຸບັນນີ້.

ເພື່ອສ້າງຄວາມຮັບຮູ້ເຂົ້າໃຈເພີ່ມຕື່ມກ່ຽວກັບ ນາກ ຕິດພັນກັບວິຖີຊີວິດ ຄວາມເຊື່ອ ຄວາມສັດທາຂອງຄົນລາວຊາດລາວ ປື້ມ ແລະ ເລື່ອງລາວຕ່າງໃນບົດວັນນະຄະດີໄດ້ຖືເປັນສິ່ງສະໜັບສະໜູນອີກແຮງໜຶ່ງເຮັດໃຫ້ພູມປັນຍາຫັດຖະກຳ ການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວໄດ້ເປັນມໍຣະດົກໂລກວັດທະນະທຳນາມມະທຳໂດຍອົງການອຸຍແນັດສະໂກຢ່າງສົມສັກສີ.

ໃນການຈັດສຳມະນາໃນຄັ້ງນີ້ໄດ້ມີການອ່ານກະວີປະກອບສຽງແຄນ ຊື່ ກະວີ ແພພັນລາຍຈາກປາຍມືແມ່ ໂດຍ ພະອາຈານ ບຸນທະວີ ກົມມາພັນ ສຳມະນາໃນຫົວຂໍ້ ລາຍນາກໃນຜ້າແພລາວ ໂດຍ ທ່ານ ນາງ ດວງເດືອນ ບຸນຍາວົງ ອ່ານກາວີປະກອບສຽງແຄນ ຊື່ກະວີ ແຍງນາງແຍງນາກ ໂດຍ ທ່ານ ນາງ ຂັນຄຳ ສຸດທະວິໄລ ສຳມະນາຫົວຂໍ້ ນາກໃນວັນນະຄະດີລາວ ນຳສະເໜີໂດຍ ພະອາຈານ ໄພວັນ ມາລາວົງ ແລະ ອ່ານກາວີປະກອບສຽງແຄນ ຊື່ ກະວີ ລາຍນາກ ລາຍສິນ ຈິນຕະນາການ ແລະ ຄວາມຈິງ ໂດຍ ທ່ານ ໂອທອງ ຄຳອິນຊູ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments