Saturday, July 27, 2024
Homeຂ່າວໜ້າໜຶ່ງງານການທົບທວນຫຼາຍມິຕິຂອງ ສປປ ລາວ

ງານການທົບທວນຫຼາຍມິຕິຂອງ ສປປ ລາວ

ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ສູນພັດທະນາອົງການອົງການຮ່ວມມືດ້ານການພັດທະນາ ແລະ ເສດຖະກິດ (OECD) ແລະ ສະຫະພາບເອີຣົບ ປະຈຳ ສປປ ລາວ ຈັດພິທີແນະນຳບົດລາຍງານການທົບທວນຫຼາຍມິຕິຂອງ ສປປ ລາວ (Multi-dimensional Country Review (MDCR) of Lao PDR) ກ່ຽວກັບການເງິນເພື່ອການພັດທະນາແບບຍືນຍົງ ໃນວັນທີ 6 ມິຖຸນາ 2024 ທີ່ໂຮງແຮມຄຣາວພາຊາ ເປັນປະທານຮ່ວມຂອງທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານນາງ Ragnheiður Elín Árnadóttir ຜູ້ອໍານວຍການສູນພັດທະນາອົງການ OECD (ຜ່ານວິດີໂອ) ແລະ ທ່ານ ນາງ Cécile LEROY ຜູ້ບໍລິຫານຂົງເຂດສີຂຽວ ສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ພອນວັນ ອຸທະວົງ ກ່າວວ່າ ບົດລາຍງານ MDCR ມີຄວາມສໍາຄັນໃນການປະກອບສ່ວນຈັດຕັ້ງປະຕິບັດທ້າຍສະໄໝ ແຜນການ 5 ປີຄັ້ງທີ IX ( 2021–2025 ) ເຊິ່ງຍັງມີສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກຫລາຍປະການເນື່ອງມາຈາກຜົນກະທົບທີ່ສະສົມຈາກການແຜ່ລະບາດຂອງພະຍາດໂຄວິດ-19 ວິກິດການທາງດ້ານເສດຖະກິດ ແລະ ການເງິນໃນຂອບເຂດທົ່ວໂລກ ແລະ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດທີ່ນັບມື້ຮ້າຍແຮງບວກກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ຂອງ ສປປ ລາວ ເຮັດໃຫ້ບາງໜ້າວຽກມີຄວາມຄືບໜ້າຊ້າ ຜົນຂອງການທົບທວນຫຼາຍມິຕິຄັ້ງນີ້ ໄດ້ຊ່ວຍໃນການຄົ້ນຄວ້າ ແລະ ກຳນົດຂໍ້ສະເໜີດ້ານນະໂຍບາຍຕ່າງໆທີ່ສຳຄັນ ທີ່ສາມາດຈັດຕັ້ງປະຕິບັດໄດ້ ເພື່ອເພີ່ມທະວີໂອກາດທາງດ້ານການເງິນ ແລະ ການລົງທຶນແບບຍືນຍົງ ໂດຍສະເພາະໃນຂະແໜງກະສິກຳ ແລະ ປ່າໄມ້ ຊັບພະຍາກອນທຳມະຊາດ ພະລັງງານສະອາດ ແລະ ການທ່ອງທ່ຽວ ການເພີ່ມປະສິດທິພາບການເກັບລາຍຮັບອາກອນ ແລະ ການດຶງດູດການລົງທຶນພາກເອກະຊົນທີ່ມີຄຸນນະພາບ.

ສຳລັບ ສປປ ລາວ MDCR ໄດ້ຊ່ວຍກຳນົດບູລິມະສິດການເຂົ້າເຖິງການເງິນທີ່ຍືນຍົງ ແລະ ການເຕີບໂຕສີຂຽວ ທີ່ມີຄວາມສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຍຸດທະສາດການເງິນເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ IX MDCR ໄດ້ຮັບການສະໜັບສະໜູນຈາກສູນພັດທະນາ OECD ແລະ ສະຫະພາບເອີຣົບ ເພື່ອປະເມີນສະພາບເສດຖະກິດ ສັງຄົມ ແລະ ສິ່ງແວດລ້ອມຂອງ ສປປ ລາວ ແລະ ໃຫ້ຂໍ້ສະເໜີດ້ານນະໂຍບາຍເພື່ອແກ້ໄຂຂໍ້ຈໍາກັດດ້ານການເງິນ ຮັບປະກັນການສະໜອງທຶນແບບຍືນຍົງທີ່ຈໍາເປັນສໍາລັບການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ IX (2021-2025) ແລະ ຍຸດທະສາດການເງິນ ເພື່ອສະໜັບສະໜູນແຜນການ 5 ປີ ຄັ້ງທີ IX ໂດຍລົງເລິກ ການສ້າງລາຍຮັບງົບປະມານແບບຍືນຍົງ ຄຽງຄູ່ກັບການປັບປຸງນະໂຍບາຍດ້ານອາກອນ ແລະ ການຄຸ້ມຄອງ ແລະ ສົ່ງເສີມການລົງທຶນ ການເຕີບໂຕສີຂຽວທີ່ເນັ້ນໃສ່ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ການຍົກລະດັບຂີດຄວາມສາມາດດ້ານສະຖິຕິສິ່ງແວດລ້ອມ ເພື່ອເຂົ້າເຖິງການເງິນສີຂຽວ ແລະ ແຫຼ່ງທຶນຮູບແບບໃໝ່ ແນໃສ່ຮັບປະກັນການພັດທະນາຕາມທິດຄຸນນະພາບ ມີຈຸດສຸມ ສີຂຽວ ແລະ ຍືນຍົງ ຄຽງຄູ່ກັບການກະກຽມຄວາມພ້ອມໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ການບັນລຸເປົ້າໝາຍການເຕີບໂຕສີຂຽວ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments