Saturday, July 27, 2024
Homeຂ່າວໜ້າໜຶ່ງທົບທວນການປະຕິບັດພັດທະນາເສດຖະກິດ-ສັງຄົມ ສປປ ລາວ

ທົບທວນການປະຕິບັດພັດທະນາເສດຖະກິດ-ສັງຄົມ ສປປ ລາວ

ກະຊວງ ແຜນການ ແລະ ການລົງທຶນ (ຜທ) ຮ່ວມກັບ ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ຈັດກອງປະຊຸມປຶກສາຫາລືລະດັບສູງຂອງໜ່ວຍງານເສດຖະກິດມະຫາພາກປະຈຳປີ 2024 ຂຶ້ນວັນທີ 5 ມິຖຸນາ 2024 ຢູ່ໂຮງແຮມຄຣາວພາຊາ ໂດຍເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງ ຜທ ທ່ານ ອາເລັກຊານເດີ ເຄຣເມີ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ແລະ ທ່ານ ນາງ ໂຊໂນມີ ທະນາກະ ຫົວໜ້າຫ້ອງການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ເຊິ່ງມີພາກສ່ວນກ່ຽວຂ້ອງແຕ່ລະຂະແໜງການເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບການທົບທວນການພັດທະນາຂອງ ສປປ ລາວ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2024 ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຮັບຟັງການລາຍງານຄວາມຄືບໜ້າໃນ ການປັບປຸງ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນຂອງ ສປປ ລາວ ທີ່ເປັນນິຕິກຳສໍາຄັນ ເພື່ອໃຫ້ແທດເໝາ ແລະ ສອດຄ່ອງກັບສະພາບການລົງທຶນໃນປັດຈຸບັນ ແນໃສ່ເຮັດໃຫ້ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ໄດ້ຮັບການປັບປຸງ ແລະ ແກ້ໄຂໄດ້ຢ່າງສອດຄ່ອງ ແລະ ທັນກັບສະພາບການ.

ທ່ານ ນາງ ພອນວັນ ອຸທະວົງ ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຍິ່ງ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ການສ້າງແຜນພັດທະນາ 5 ປີ ຄັ້ງທີ 10 ຂອງ ສປປ ລາວ ໂດຍສະເພາະ ການຄຸ້ມຄອງ ແລະ ດັດສົມເສດຖະກິດມະຫາພາກໃຫ້ມີປະສິດທິຜົນສູງຂຶ້ນ ປະກອບສ່ວນເຂົ້າໃນການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ເປັນຕົ້ນ ອັດຕາແລກປ່ຽນເງິນຕາ ແລະ ເງິນກີບອ່ອນຄ່າ ເຊິ່ງຜົນຂອງການປຶກສາຫາລືຄັ້ງນີ້ ຈະເປັນບ່ອນອີງສໍາຄັນເຂົ້າໃນການປັບປຸງບົດລາຍງານແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2024 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ທີ່ຈະໄຂຂຶ້ນໃນອາທິດໜ້ານີ້.

ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ 2024 ຂະແໜງການຕົ້ນຕໍ່ທີ່ຊຸກຍູ້ໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວແມ່ນມາຈາກຂະແໜງການບໍລິການ ເປັນຕົ້ນ ການບໍລິການທີ່ພັກອາໄສ ແລະ ຮ້ານອາຫານທີ່ຕິດພັນກັບການທ່ອງທ່ຽວ ການຂົນສົ່ງ ແລະ ການຂາຍຍົກ-ຂາຍຍ່ອຍ (ການຂະຫຍາຍຕົວຂອງບັນດາຂະແໜງການເຫຼົ່ານີ້ ສ່ວນໜຶ່ງແມ່ນມາຈາກການເປັນເຈົ້າພາບຈັດກອງປະຊຸມສຸດ ຍອດອາຊຽນ 2024 ແລະ ປີທ່ອງທ່ຽວລາວ) ເຖິງວ່າເສດຖະກິດຈະຂະຫຍາຍຕົວຢ່າງຕໍ່ເນື່ອງກໍຕາມ ແຕ່ກໍບໍ່ສາມາດຫຼີກລ່ຽງສິ່ງທ້າທາຍຈໍານວນໜຶ່ງໄດ້ ໂດຍສະເພາະ ສະຖຽນລະພາບເສດຖະກິດມະຫາພາກ ເປັນຕົ້ນ ອັດຕາເງິນເຟີ້ໃນລະດັບສູງ ແລະ ໝົດປີ 2024 ຄາດວ່າຈະຢູ່ໃນລະດັບ 2 ຕົວເລກ ຍ້ອນໄດ້ຮັບຜົນກະທົບຈາກຫລາຍປັດໃຈທັງພາຍໃນ-ພາຍນອກ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments