Saturday, July 27, 2024
Homeຂ່າວພາຍໃນເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງຂະແໜງການທ່ອງທ່ຽວໃຫ້ກາຍເປັນເສດຖະກິດປາຍແຫຼມ

ເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງຂະແໜງການທ່ອງທ່ຽວໃຫ້ກາຍເປັນເສດຖະກິດປາຍແຫຼມ

ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມວິທະຍາສາດກ່ຽວກັບການເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງຂະແໜງການທ່ອງ ທ່ຽວໃຫ້ກາຍເປັນເສດຖະກິດປາຍແຫຼມຂຶ້ນວັນທີ 6-7 ມິຖຸນາ 2024 ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ມີບັນດາຫົວໜ້າຮອງຫົວໜ້າກົມກະຊວງ ຖວທ ບັນດາກະຊວງທີ່ກ່ຽວຂ້ອງ ຫົວໜ້າຮອງຫົວໜ້າພະແນກ ຖວທ ບັນດາແຂວງ ນະຄອນຫຼວງວຽງຈັນ ຜູ້ຕາງໜ້າທັງພາກລັດ ແລະ ພາກທຸລະກິດຂັ້ນສູນກາງ ແລະ ຂັ້ນແຂວງເຂົ້າຮ່ວມ.

ກອງປະຊຸມຄັ້ງເພື່ອແລກປ່ຽນບົດຮຽນລະຫວ່າງບັນດາຂະແໜງທີ່ກ່ຽວຂ້ອງຂອງລັດທັງຢູ່ຂັ້ນສູນກາງ ແລະ ທ້ອງ ຖິ່ນກ່ຽວກັບສະພາບການທ່ອງທ່ຽວລາວໃນປັດຈຸບັນ ເປັນເວທີປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອຊຸກຍູ້ແຮງພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງລາວ ເພື່ອປະກອບສ່ວນຊ່ວຍແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ເຊິ່ງກອງປະຊຸມຄັ້ງນີ້ມີຫຼາຍຫົວຂໍ້ທີ່ນໍາມາສະເໜີເປັນຕົ້ນ ຍູ້ແຮງການພັດທະນາສົ່ງເສີມ ແລະ ຄຸ້ມຄອງການທ່ອງທ່ຽວໃຫ້ແຂງແຮງ ເພື່ອຊ່ວຍເຫຼືອແກ້ ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງລາວ (ບັນຫາສິ່ງທ້າທາຍ ແລະ ການແກ້ໄຂບັນຫາ) ການພັດທະນາສະ ຖານທີ່ທ່ອງທ່ຽວ ຜະລິດຕະພັນການທ່ອງທ່ຽວ ແລະ ສິ່ງອໍານວຍຄວາມສະດວກໃຫ້ມີຄຸນນະພາບ ມີຄວາມຍືນຍົງ ແລະ ສາມາດເຊື່ອໂຍງກັບພາກພື້ນ ແລະ ສາກົນ ການຈັດ ຕັ້ງປະຕິບັດບັນດາກິດຈະກໍາໃນຂະແໜງການທ່ອງທ່ຽວເພື່ອຄຸ້ມຄອງ ແລະ ອໍານວຍຄວາມສະດວກໃຫ້ນັກທ່ອງ ທ່ຽວ ການໂຄສະນາ-ສົ່ງ ເສີມການທ່ອງທ່ຽວລາວໃຫ້ເຂົ້າເຖິງກຸ່ມຕະຫຼາດເປົ້າໝາຍ ແລະ ການຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນໃນຂະແໜງການທ່ອງ ທ່ຽວເພື່ອໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ການບໍລິການນັກທ່ອງທ່ຽວຂ້າມປະເທດ ການອຳນວຍຄວາມສະດວກຂອງຕຳຫຼວດທ່ອງທ່ຽວ ການຄຸ້ມຄອງການບໍລິການລົດໂດຍສານ ແລະ ລົດຕູ້ບໍລິການທ່ອງທ່ຽວ ການອຳນວຍຄວາມສະດວກນັກທ່ອງທ່ຽວທີ່ນໍາໃຊ້ລົດຈັກບິກໄບ້ ການປັບປຸງເສັ້ນທາງເຊື່ອມຕໍ່ເຂົ້າເຖິງສະຖານທີ່ທ່ອງ ທ່ຽວ ການອະນຸຍາດປຸກສ້າງເຄຫາສະຖານທີ່ຕິດພັນກັບຂະແໜງການທ່ອງທ່ຽວ (ສະຖານທີ່ພັກແຮມ ຮ້ານອາຫານຢູ່ພາຍໃນແຫຼ່ງທ່ອງທ່ຽວ ບໍລິເວນແຄມ ນໍ້າ ແລະ ໜ້ານໍ້າ) ການສ້າງຈຸດແວ່ພັກເຊົາຢູ່ຕາມເສັ້ນທາງຫຼວງ ແລະ ເສັ້ນ ທາງສາຍຫຼັກ ການຄຸ້ມຄອງລາຄາສິນຄ້າ ແລະ ຄຸນນະພາບຢູ່ສະຖານທີ່ທ່ອງທ່ຽວ ການສົ່ງເສີມຜະລິດຕະພັນທ້ອງ ຖິ່ນ ການຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງ ການລົງທຶນພັດທະນາແຫຼ່ງທ່ອງທ່ຽວ (ໂຄງການສຳປະ ທານຂອງພາກທຸລະກິດທີ່ໄດ້ຮັບການອະນຸຍາດແລ້ວແຕ່ບໍ່ມີການພັດທະນາໄປຕາມສັນຍາ) ການຄຸ້ມຄອງຫົວໜ່ວຍທຸ ລະກິດການທ່ອງທ່ຽວ (ການເຂົ້າເປັນສະມາຊິກສະມາ ຄົມທ່ອງທ່ຽວ ບໍລິສັດທ່ອງທ່ຽວ ຮ້ານບັນເທີງ ການເປີດເພງໃນແຫຼ່ງທ່ອງທ່ຽວ ຄວາມປອດໄພຂອງກິດຈະກຳທ່ອງ ທ່ຽວ) ການເກັບເງິນກອງທຶນຜ່ານລະບົບທັນສະໄໝຢູ່ດ່ານສາກົນ ການເກັບລາຍຮັບຜ່ານລະບົບທັນສະໄໝຢູ່ບັນດາສະຖານທີ່ທ່ອງທ່ຽວ ການໂຄ ສະນາສົ່ງເສີມການທ່ອງ ທ່ຽວລາວໃຫ້ເຂົ້າເຖິງກຸ່ມຕະຫຼາດເປົ້າໝາຍ ການມີສ່ວນ ຮ່ວມຂອງພາກທຸລະກິດຕໍ່ກັບວຽກງານສົ່ງເສີມໂຄສະນາ ການທ່ອງທ່ຽວ ຈັດຕັ້ງຜັນຂະຫຍາຍຫຼັກສູດການຮຽນ- ການສອນວິຊາຊີບທ່ອງທ່ຽວອາຊຽນ ຈັດຕັ້ງຫຼັກສູດເຝິກອົບຮົມພະນັກງານນໍາທ່ຽວລະດັບຊາດ ລະດັບແຂວງ ລະ ດັບພື້ນທີ່ສະ ເພາະ ແລະ ຫຼັກສູດຍົກລະດັບຄຸນນະພາບການບໍລິການໃຫ້ແກ່ທຸລະກິດໃນຂະແໜງທ່ອງທ່ຽວບໍລິການອື່ນໆ ຄວາມຕ້ອງການດ້ານການພັດທະນາ ແລະ ຍົກ ລະດັບທັກສະບຸກຄະລາກອນໃນປັດຈຸບັນ ໂດຍສະເພາະຍຸກການປ່ຽນແປງຄວາມຄາດຫວັງຂອງນັກທ່ອງທ່ຽວໃນຍຸກດີຈີຕອນ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments