Saturday, July 27, 2024
Homeຂ່າວພາຍໃນບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ມອບພັນທະໃຫ້ລັດຖະບານ

ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ມອບພັນທະໃຫ້ລັດຖະບານ

ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ (THPC) ໄດ້ມອບພັນທະ ປະຈຳປີ 2023 ໃຫ້ແຂວງ ບໍລິຄຳໄຊ ລວມມູນຄ່າທັງໝົດຫຼາຍກວ່າ 14 ລ້ານ ໂດລາສະຫະລັດ, ໃນນັ້ນລວມມີອາກອນກຳໄລ 10.84 ລ້ານໂດລາສະຫະລັດ ແລະ ຄ່າພາກຫຼວງ ງວດທີໜຶ່ງ ປະຈໍາປີ 2024 ຈໍານວນ 1.84 ລ້ານໂດລາສະຫະລັດ ແລະ 55.23 ລ້ານບາດ.

ພິທີມອບເງິນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ 2024 ຢູ່ທີ່ ຫ້ອງການປົກຄອງແຂວງ ບໍລິຄຳໄຊ ເປັນກຽດມອບເງິນໂດຍທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ, ຜູ້ອຳນວຍການໃຫ່ຍບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ແລະ ຮັບໂດຍ ທ່ານ ຄຳແຫວນ ປັນຍານຸວົງ, ຮອງເຈົ້າແຂວງ ແຂວງ ບໍລິຄຳໄຊ, ໂດຍມີການເຂົ້າຮ່ວມເປັນສັກຂີພິຍານຈາກພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ບໍລິຄຳໄຊ ແລະ ພະນັກງານບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ.

ໃນພິທີ ທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ ໄດ້ກ່າວວ່າ “ ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ເປັນຫົວໜ່ວຍທຸລະກິດໃນຂະແໜ່ງໄຟ້ຟ້ານໍ້າຕົກ ທີ່ ລັດຖະບານ ສປປ ລາວ ຖືຮຸ້ນຫຼາຍທີ່ສຸດ ຄື 60%, ຕະຫຼອດໄລຍະເວລາ 26 ປີ ຜ່ານມາບໍລິສັດ ໄດ້ຕັ້ງໜ້າການປະຕິບັດພັນທະຂອງຕົນໄດ້ເປັນຢ່າງດີເປັນປະຈໍາ ເພື່ອນຳເອົາເງິນຕາຕ່າງປະເທດເຂົ້າມາ ສປປ ລາວ ປະກອບສ່ວນເຂົ້້າໃນການພັດທະນາເສດຖະກິດສັງຄົມ ຂອງປະເທດ. ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ເປັນໜຶ່ງໃນບັນດາໂຄງການພະລັງງານໄຟຟ້ານ້ຳຕົກ ທີ່ປະຕິບັດພັນທະທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ແລະ ແກ້ໄຂຜົນກະທົບຈາກໂຄງການໄດ້ດີ ໃນແຖວໜ້າຂອງປະເທດ ແລະ ບໍລິສັດ ຈະສືບຕໍ່ສູ້ຊົນໃຫ້ກ້າວໄປເປັນບໍລິສັດ ດຳເນີນທຸລະກິດໃນຂະແໜງພະລັງງານໄຟຟ້ານໍ້າຕົກ ແບບຍືນຍົງ ຂອງ ສປປ ລາວ. ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ໂດຍແນໃສ່ພັດທະນາເສດຖະກິດ-ສັງຄົມຂອງປະເທດ ດ້ວຍການສ້າງລາຍຮັບໃຫ້ແກ່ປະເທດຊາດ, ການພັດທະນາຊັບພະຍາກອນມະນຸດ ແລະ ຍົກລະດັບຂີດຄວາມສາມາດທາງດ້ານວິຊາການ, ການປັກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາຊຸມຊົນ ແລະ ຮັບປະກັນວ່າພື້ນຖານໂຄງລ່າງຂອງເຂື່ອນໄຟຟ້າຍັງເປັນໂຄງການທີ່ໄດ້ມາດຖານສາກົນກ່ອນຈະມອບໂອນຄືນໃຫ້ລັດຖະບານ ເມື່ອສິ້ນສຸດສັນຍາສຳປະທານ”

ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ປະກອບມີສອງເຂື່ອນຄື: ເຂື່ອນເທີນ-ຫີນບູນ ແລະ ເຂື່ອນນ້ຳຍວງ, ກຳລັງຕິດຕັ້ງລວມ 520 ເມກາວັດ. ນັບຕັ້ງແຕ່ການຜະລິດໄຟຟ້າຂອງໂຄງການ ແຕ່ປີ 1998 ຫາ 2023 ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ປະຕິບັດພັນທະໃຫ້ລັດຖະບານ ຫຼາຍກວ່າ 795 ລ້ານໂດລາສະຫາລັດ ຊຶ່ງລວມມີ: ເງິນປັນຜົນ 487.36 ລ້ານໂດລາສະຫະລັດ, ອາກອນກຳໄລ 150.08 ລ້ານໂດລາສະຫະລັດ, ເງິນຄ່າພາກຫຼວງ 125.46 ລ້ານໂດລາສະຫະລັດ.

ໃນພິທີ ທ່ານ ຄຳແຫວນ ປັນຍານຸວົງ, ຮອງເຈົ້າແຂວງ ແຂວງບໍລິຄຳໄຊ ໄດ້ກ່າວສະແດງຄວາມຂອບໃຈມາຍັງບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ທີ່ໄດ້ມອບພັນທະໃຫ້ແຂວງ ບໍລິຄຳໄຊ ໃນຄັ້ງນີ້ ຊຶ່ງຈະເປັນປັດໃຈຫຼັກທີ່ຈະເຮັດໃຫ້ ແຂວງ ບໍລິຄຳໄຊ ບັນລຸເປົ້າໝາຍການເກັບລາຍຮັບໃນແຕ່ລະປີ ອີກດ້ານໜຶ່ງແມ່ນເພື່ອເປັນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງ ບໍລິຄຳໄຊ.

ທີ່ມາ: ຂ່າວເສດຖະກິດສັງຄົມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments