Saturday, July 27, 2024
Homeຂ່າວພາຍໃນກັກຕົວກຸ່ມມົ້ວສຸມສິ່ງເສບຕິດ ແລະ ເຈົ້າຂອງຮ້ານບັນເທິງ ລວມທັງໝົດ 55 ຄົນ ພ້ອມຂອງກາງຈຳນວນຫຼາຍລາຍການ

ກັກຕົວກຸ່ມມົ້ວສຸມສິ່ງເສບຕິດ ແລະ ເຈົ້າຂອງຮ້ານບັນເທິງ ລວມທັງໝົດ 55 ຄົນ ພ້ອມຂອງກາງຈຳນວນຫຼາຍລາຍການ

ວັນທີ 03 ມີຖຸນາ 2024 ນີ້ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ຢູ່ຮ້ານແຫ່ງໜຶ່ງ ໄດ້ເປີດບໍລິການກາຍໂມງເວລາ ແລະມີການມົ້ວສຸມ ສິ່ງເສບຕິດ ດັ່ງນັ້ນ ຈິ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ພະແນກຕໍາຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ, ສົມທົບກັບ ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ, ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ ແລະ ພາກສ່ວນທີ່ກຽ່ວຂ້ອງ ລົງກວດກາສະຖານທີ່ຮ້ານບັນເທິງດັ່ງກ່າວ, ໃນເວລາປະມານ 04ໂມງເຊົ້າຂອງວັນດຽວກັນ ທາງເຈົ້າໜ້າທີ່ວິຊາສະເພາະໄດ້ປະຕິບັດການເຂົ້າກວດຄົ້ນສະຖານທີ່ຮ້ານບັນເທິງແຫ່ງໜຶ່ງ ເຊິ່ງຕັ້ງຢູ່ບ້ານໂພນສະຫວ່າງເໜືອ ນະຄອນໄກສອນພົມວິຫານ.

ຜ່ານການເຂົ້າກວດຄົ້ນ ພົບເຫັນຄົນທີ່ມາໃຊ້ບໍລິການ ລວມທັງ ເຈົ້າຂອງຮ້ານ ແລະ ພະນັກງານໃນຮ້ານລວມທັງໝົດ 55 ຄົນ, ຍິງ 25 ຄົນ, ເຊິ່ງໃນນີ້ ມີຄົນສັນ ຊາດ ໄທ ຈຳນວນ 03 ຄົນ, ສັນຊາດ ຫວຽດນາມ ຈໍານວນ 07 ຄົນ ແລະ ສັນຊາດຈີນ ຈໍານວນ 04 ຄົນ, ພາຫະນະລົດໃຫຍ່ ຈໍານວນ 14 ຄັນ, ລົດຈັກ 13 ຄັນ ແລະສິ່ງທີ່ຜິດກົດໝາຍ ຢາເສບຕິດ ປະເພດຢາໄອສ໌ ຈຳນວນ 01 ຖົງນ້ອຍ, ຢາເຄຈຳນວນ 03 ຖົງນ້ອຍ, ບັ້ງອົກຊີ ບັນຈຸສານເສບຕິດຈຳນວນ 03 ບັ້ງ, ຄໍລາເຈນປະສົມສານເສບ ຕິດ 02 ຊອງ, ຢາສູບໄຟຟ້າ ພັອດ ຈໍານວນ 08 ອັນ, ໝາກປຸ່ມເປົ້າ ສູບແລ້ວ ຈໍານວນ 47 ໜ່ວຍ ເງິນກີບຈຳນວນ 3.051.000 ກີບ ເງິນບາດ ຈຳນວນ 1.200 ບາດ.

ຜ່ານການກວດນໍ້າປັດສະວະໃນກຸ່ມມົ້ວສຸມ ທັງຫມົດ 55 ຄົນ ຍິງ25 ຄົນ: ພົບສານເສບຕິດ ຈໍານວນ 51 ຄົນ ຍິງ 25 ຄົນ ໃນນີ້ສັນຊາດ ລາວ 38 ຄົນ ຍິງ 24 ຄົນ, ສັນຊາດ ໄທ 02 ຄົນ, ສັນຊາດ ຈີນ 04ຄົນ, ຫວຽດນາມ 07 ຄົນ, ບໍ່ພົບສານເສບຕິດ 04 ຄົນ ສັນຊາດລາວ 03ຄົນ ສັນຊາດ ໄທ 01 ຄົນ.

ສ່ວນວັດຖຸເຄື່ອງຂອງກາງ, ພາຫະນະລົດຈັກ, ລົດໃຫຍ່ ທີ່ຍຶດໄດ້ ທາງເຈົ້າໜ້າທີ່ເປັນຜູ້ເກັບຮັກສາ ສ່ວນເຄຫະສະຖານ ຮ້ານບັນເທິງ ສະຫວັນລາຕີ ແມ່ນມອບໃຫ້ອໍານາດການປົກຄອງບ້ານ ເປັນຜູ້ຄຸ້ມຄອງ.

ປະຈຸບັນຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນການດໍາເນີນການ ສືບສວນ – ສອບສວນຂອງເຈົ້າໜ້າທີ່ ໃຫ້ລະອຽດຈະແຈ້ງ, ຄົບຖ້ວນ ຕາມຂັ້ນຕອນຂອງກົດໝາຍ.

ທີ່ມາ: ມີເດຍ ລາວ ສະຫວັນນະເຂດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments