Saturday, July 27, 2024
Homeຂ່າວພາຍໃນ10 ປີ ແຫ່ງການພັດທະນາເສດຖະກິດແຂວງໄຊສົມບູນ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

10 ປີ ແຫ່ງການພັດທະນາເສດຖະກິດແຂວງໄຊສົມບູນ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

…………

ໂດຍ: ວັນເພັງ

ແຂວງໄຊສົມບູນ ເປັນແຂວງໜຶ່ງທີ່ຕັ້ງຢູ່ທາງພາກກາງຕອນເໝືອຂອງ ສປປ ລາວ ສ້າງຕັ້ງຂຶ້ນໃນປີ 2013 ປະກອບມີ 5 ເມືອງຄື: ເມືອງອະນຸວົງ, ເມືອງລ້ອງຊານ, ເມືອງລ້ອງແຈ້ງ, ເມືອງຮົ່ມ ແລະ ເມືອງທ່າໂທມ. ຕະຫຼອດໄລຍະ 10 ປີແຫ່ງການພັດທະນາເສດຖະກິດແຂວງໄຊສົມບູນ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະ 10 ປີຜ່ານມາ ແຂວງໄຊສົມບູນໄດ້ເອົາໃຈໃສ່ ປົກປັກຮັກສາ ແລະ ສ້າງສາພັດທະນາເສດຖະກິດແຂວງໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ເບື້ອງຕົ້ນແຂວງໄຊສົມບູນຍັງພົບຄວາມຫຍຸ້ງຍາກຫຼາຍດ້ານ ດ້ວຍເຫດຜົນດັ່ງກ່າວກົມການເມືອງສູນກາງພັກຈຶ່ງມີມະຕິເລກທີ 055 ວ່າດ້ວຍການຮັບຮອງເອົາຍຸດທະສາດການພັດທະນາເສດຖະກິດແຂວງໄຊສົມບູນ. ຫຼັງຈາກນັ້ນ, ລັດຖະບານໄດ້ຄົ້ນຄວ້າອອກດຳລັດເລກທີ 414 ວ່າດ້ວຍການພັດທະນາເສດຖະກິດແຂວງໄຊສົມບູນ. ພ້ອມນັ້ນ, ສະພາແຫ່ງຊາດໄດ້ອອກມະຕິເລກທີ 016 ວ່າດ້ວຍການຮັບຮອງເອົາມະຕິ, ດຳລັດຂອງລັດຖະບານໃນການພັດທະນາເສດຖະກິດແຂວງໄຊສົມບູນ ຜ່ານການຈັດຕັ້ງປະຕິບັດແຕ່ປີ 2014 ເຖິງປັດຈຸບັນເຮັດໃຫ້ແຂວງໄຊສົມບູນປະຕິບັດໄດ້ວຽກງານອັນພົ້ນເດັ່ນຫຼາຍດ້ານເປັນຕົ້ນ ສາມາດແກ້ໄຂຄວາມຫຍຸ້ງຍາກໄດ້ໂດຍພື້ນຖານທີ່ມີມາແຕ່ດົນນານ; ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມທິດນໍາຂອງພັກທີ່ວ່າ: ເອົາການພັດທະນາເສະຖະກິດ-ສັງຄົມ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໄດ້ເທື່ອລະກ້າວ. ພ້ອມນັ້ນ, ລັດຖະບານໄດ້ຕັດ ສິນໃຈກໍ່ສ້າງເສັ້ນທາງເພື່ອອຳນວຍຄວາມສະດວກໃນການໄປ-ມາຫາສູ່ລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ໜຶ່ງໃນນັ້ນໄດ້ກໍ່ສ້າງເສັ້ນທາງແຕ່ເທດສະບານແຂວງໄຊສົມບູນ ໄປຫາບ້ານວຽງທອງ ເມືອງທ່າໂທມ. ຄຽງຄູ່ກັນນັ້ນ, ການດຳລົງຊີວິດຂອງປະຊາຊົນໃນເມື່ອກ່ອນແມ່ນອາໄສທຳມະຊາດເປັນຕົ້ນຕໍ ແຕ່ປັດຈຸບັນໄດ້ເລີ່ມມີໜໍ່ ແໜງການຜະລິດເປັນສິນຄ້າ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ສິ່ງທີ່ຢັ້ງຢືນໃຫ້ເຫັນໂດຍສະເພາະປະ ຊາຊົນເມືອງລ້ອງຊານ, ປະຊາຊົນເມືອງຮົ່ມໄດ້ສຸມໃສ່ປູກຢາງພາລາ, ການລ້ຽງສັດໃຫຍ່, ການປູກພືດເປັນສິນ ຄ້າເປັນຕົ້ນ ປູກໝາກນັດ, ກາເຟ, ໝາກກ້ຽງເປັນສິນຄ້າ, ປູກມັນເພື່ອສະໜອງໃຫ້ໂຮງງານປຸງແຕ່ງ, ປູກພືດຜັກຕ່າງໆ. ສຳລັບເມືອງທ່າໂທມໄດ້ສຸມໃສ່ການລ້ຽງສັດ, ປູກມັນຕົ້ນ, ສາລີ, ພືດຜັກ ແລະ ອື່ນໆເປັນສິນຄ້າສົ່ງຂາຍອອກທັງພາຍໃນ ແລະ ຕ່າງປະເທດ. ປັດຈຸບັນທົ່ວແຂວງມີເນື້ອທີ່ທຳການຜະລິດທັງໝົດ 10 ພັນກວ່າເຮັກຕາ ຊຶ່ງມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນຢູ່ແຂວງເພີ່ມຂຶ້ນ. ພ້ອມນັ້ນ, ແຂວງໄຊສົມບູູນໄດ້ກຳນົດເອົາ 5 ທ່າແຮງການພັດທະນາເສດຖະກິດຂອງແຂວງຄື: ການພັດທະນາກະສິກຳ-ປ່າໄມ້, ໄຟຟ້າ-ພະລັງງານນໍ້າ, ພັດທະນາບໍ່ແຮ່, ການທ່ອງທ່ຽວ ແລະ ເປັນໃຈກາງຜ່ານ.

ທ່ານ ພອຍຄຳ ຮຸ່ງບຸນຍວງ ໃຫ້ຮູ້ຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດແຂວງ ເຮັດໃຫ້ການຄຸ້ມຄອງຫົວໜ່ວຍການຜະລິດ ແລະ ຈັດເກັບລາຍຮັບຂອງແຂວງມີບາດກ້າວດີຂຶ້ນ ໂດຍສະເພາະ 5 ເດືອນຕົ້ນປີ 2024 ລັດຖະບານມອບໃຫ້ແຂວງໄຊສົມບູນ ເກັບລາຍຮັບໃຫ້ໄດ້ 704 ຕື້ກີບ ແຕ່ສາມາດເກັບລາຍຮັບໄດ້ຕົວຈິງ 824 ຕື້ກີບ ເຮັດໃຫ້ເກີນແຜນ 14%

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments