Saturday, July 27, 2024
Homeຂ່າວພາຍໃນກອງປະຊຸມປຶກສາຫາລື ເພື່ອພັດທະນາຖະແຫຼງການຂອງຜູ້ນຳອາຊຽນ ກ່ຽວກັບຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບໄດ້ຜ່ານການຈັດຕັ້ງມາ 2 ຄັ້ງທີ່ຖືໄດ້ວ່າໄດ້ຮັບຫມາກຜົນຕາມເປົ້າຫມາຍທີ່ຕັ້ງໄວ້

ກອງປະຊຸມປຶກສາຫາລື ເພື່ອພັດທະນາຖະແຫຼງການຂອງຜູ້ນຳອາຊຽນ ກ່ຽວກັບຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບໄດ້ຜ່ານການຈັດຕັ້ງມາ 2 ຄັ້ງທີ່ຖືໄດ້ວ່າໄດ້ຮັບຫມາກຜົນຕາມເປົ້າຫມາຍທີ່ຕັ້ງໄວ້

ກອງປະຊຸມຄັ້ງນີ້ ຈະເປັນຄັ້ງທີ່ 3 ຫຼື ຄັ້ງສຸດທ້າຍທີ່ຈະມີການປຶກສາຫາລື ຫລື ຜ່ານຖະແຫລງການດັ່ງກ່າວ.

ກອງປະຊຸມນີ້ມີຄວາມສໍາຄັນຫລາຍ ເນື່ອງຈາກເປັນບາດກ້າວທີ່ສຳຄັນໃນການເສີມສ້າງຄວາມປອດໄພດ້ານສຸຂະພາບ ແລະ ຄວາມສາມາດໃນຟື້ນຟູໃນ ພາກພື້ນອາຊຽນ. ຫຼັງຈາກຖະແຫລງການສະບັບນີ້ຖືກຮັບຮອງ ແຜນງານຫຼຸດຜ່ອນໄພຂົ່ມຂູ່ດ້ານຊີວະພາບ ຈະແນ່ໃສ່ປົກປ້ອງສຸຂະພາບຂອງປະຊາຊົນ ຢ່າງມີປະສິດທິພາບ ແລະ ເໝາະສົມ ໂດຍຜ່ານການຮ່ວມມື ແລະ ການວາງແຜນຍຸດທະສາດຮ່ວມກັນ.

ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ສປປ ລາວ, ມີຜູ້ຕາງຫນ້າຈາກບັນດາປະເທດສະມາຊິກອາຊຽນ, ເຈົ້າໜ້າທີ່ອາວຸໂສດ້ານສາທາລະນະສຸກອາຊຽນ (SOMHD), ແລະ ເຈົ້າຫນ້າທີ່ຮັບຜິດຊອບດ້ານຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ. ນອກຈາກນັ້ນ, ກໍມີຜູ້ເຂົ້າຮ່ວມ ຈາກ ຄູ່ຮ່ວມພັດທະນາສາກົນ ເຊັ່ນ: ອົງການອະນາໄມໂລກ (WHO), ອົງການ ຮ່ວມມືສາກົນ ລັດຖະບານ ປະເທດການາດາ (GAC), ແລະ ຫນ່ວຍງານອື່ນໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ວັນທີ 4-5 ມິຖຸນາ 2024 ທີ່ວັງວຽງ ແຂວງວຽງຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments