Saturday, July 27, 2024
Homeຂ່າວພາຍໃນກອງປະຊຸມ ຄະນະໜ່ວຍງານວິຊາການຂອງຄະນະກຳມະການສະຖິຕິ ອາຊຽນ ດ້ານສະຖິຕິການລົງທຶນຕ່າງປະເທດ ຄັ້ງທີ 38

ກອງປະຊຸມ ຄະນະໜ່ວຍງານວິຊາການຂອງຄະນະກຳມະການສະຖິຕິ ອາຊຽນ ດ້ານສະຖິຕິການລົງທຶນຕ່າງປະເທດ ຄັ້ງທີ 38

ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໃນນາມເປັນປະທານກອງປະຊຸມ ຄະນະກຳມະການສະຖິຕິອາຊຽນ ໄດ້ຈັດກອງປະຊຸມ ຄະນະໜ່ວຍງານວິຊາການ ຂອງຄະນະກຳມະການສະຖິຕິ ອາຊຽນ ດ້ານສະຖິຕິການລົງທຶນຕ່າງປະເທດ ຄັ້ງທີ 38 ໃນ ວັນທີ 5-6 ມິຖຸນາ 2024 ທີ່ ໂຮງແຮມເສດຖາປາລາສ ນະຄອນຫຼວງວຽງຈັນ ເປັນກຽດສະແດງການຕ້ອນຮັບໂດຍທ່ານ ນາງ ເພັດສະໝອນ ສອນ ຮອງຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ສປປ ລາວ ພາຍໃຕ້ການເປັນປະທານ ຂອງ ນາງ Heidi Farah Sia binti Abdul Rahman Acting Deputy Director General (Chair WGIIS38) ປະເທດບຣູໄນ ມີຜູ້ຕາງໜ້າ 10 ປະເທດອາຊຽນເຂົ້າຮ່ວມ ປະກອບມີ ອົງການສະຖິຕິແຫ່ງຊາດ ທະນາຄານກາງ ອົງການຮັບຜິດຊອບການລົງທຶນ ແລະ ການຄ້າ.

ກອງປະຊຸມໃນຄັ້ງນີ້ໄດ້ຈັດຂຶ້ນເພື່ອທົບທວນຄືນຜົນກອງປະຊຸມ ຄະນະກຳມະການ ຄັ້ງທີ 13 ປີ 2023 (ACSS13) ແລະ ກອງປະຊຸມອະນຸກຳມະການແຜນການ ແລະ ການປະສານງານ ຂອງຄະນະກຳມະການສະຖິຕິ ອາຊຽນ ຄັ້ງ 27 (SCPC27) ແຜນງານຄະນະໜ່ວຍງານວິຊາການຂອງຄະນະກຳມະການສະຖິຕິ ອາຊຽນ ກ່ຽວກັບສະຖິຕິການລົງທຶນຕ່າງປະເທດ ອາຊຽນ ເປັນຕົ້ນໄລຍະ 2016-2025 ວຽກງານການສັງລວມ ນຳສົ່ງຂໍ້ມູນ ແລະ ການເຜີຍແຜ່ຂໍ້ມູນສະຖິຕິການລົງທຶນໂດຍກົງ ຂອງຕ່າງປະເທດ (FDIS) ຂອງອາຊຽນ ການຮ່ວມມື ອາຊຽນ-ຊ່ວຍ-ອາຊຽນ (ASEAN-Help-ASEAN Framework) ປຶກສາຫາລືຜົນຂອງການປະເມີນກ່ຽວກັບ ຂະບວນການຜະລິດສະຖິຕິການລົງທຶນຕ່າງປະເທດ ຄູ່ມືການຄິດໄລ່ສະຖິຕິດູນຊຳລະ ລະຫວ່າງປະເທດ ແລະ ຜົນການສຳຫຼວດຄວາມເພິ່ງພໍໃຈຂອງຜູ້ຊົມໃຊ້ຂໍ້ມູນສະຖິຕິ ຜົນການໜ່ວຍງານວິຊາການ ແມ່ນຈະໄດ້ສະເໜີຮັບຮອງໃນກອງປະຊຸມ ຄະນະກຳມະທິການສະຖິຕິ ອາຊຽນ ຄັ້ງທີ 14 ເຊິ່ງຈະຈັດຂຶ້ນໃນເດືອນ ພະຈິກ 2024 ຢູ່ ສປປ ລາວ.

ທີ່ມາ: ວຽງຈັນທຸລະກິດ-ສັງຄົມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments