Saturday, July 27, 2024
Homeຂ່າວໜ້າໜຶ່ງກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ເປັນເວລາ 17 ວັນ

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ເປັນເວລາ 17 ວັນ

ຕອນເຊົ້າວັນທີ 5 ມິຖຸນາ 2024 ທີ່ສະພາແຫ່ງຊາດ, ທ່ານ ນາງ ອຳໄພວອນ ລ້ອມບຸນແພງກຳມະການສຳຮອງສູນກາງພັກ, ຄະນະພັກສະພາແຫ່ງຊາດ, ກໍາມະການຄະນະປະຈໍາສະພາແຫ່ງຊາດເລຂາທິການສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນ ວັນທີ 10 ມີຖຸນາ 2024 ແລະ ຈະດໍາເນີນໄປເຖິງ ວັນທີ 2 ກໍລະກົດ 2024 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ເຊິ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 17 ວັນ (ບໍ່ລວມເອົາວັນພັກທາງລັດຖະການ). ກອງປະຊຸມຄັ້ງນີ້ ຈະພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ດັ່ງນີ້:

1. ວຽກງານຂອງລັດຖະບານ

1) ບົດລາຍງານໂດຍສັງລວມຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບ ສະພາບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບ ການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ;

2) ບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ໂດຍຫຍໍ້;

3) ບົດລາຍງານຂອງ ກະຊວງການເງິນ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ໂດຍຫຍໍ້;

4) ບົດລາຍງານຂອງທະນາຄານ ແຫ່ງ ສປປລາວ ກ່ຽວກັບການຈັດຕັ້ງແຜນເງິນຕາ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ໂດຍຫຍໍ້;

5) ບົດລາຍງານຂອງຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ບັນດາໂຄງການລົງທຶນແຮ່ທາດໃນໄລຍະຜ່ານມາ ແລະ ກຳນົດແຜນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 95/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍການ ຮັບຮອງເອົາວິໄສທັດຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030;

6) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ບັນດາຄາດໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງ ຊາດ ສະບັບເລກທີ 82/ສພຊ, ລົງວັນທີ 30 ທັນວາ 2022.

2. ວຽກງານກວດສອບແຫ່ງລັດ

ບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການແກ້ໄຂຜົນການກວດສອບ ປະຈຳປີ 2022.

3. ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 13 ສະບັບ ໃນນີ້:

3.1 ຮ່າງກົດໝາຍສ້າງໃໝ່ 2 ສະບັບ ຄື:

(1) ຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນທີ່ເປັນຢາ;

(2) ຮ່າງກົດໝາຍວ່າດ້ວຍ ສະຫະກອນ;

3.2 ກົດໝາຍປັບປຸງ 11 ສະບັບ ຄື:

(1) ກົດໝາຍວ່າດ້ວຍ ການສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວີ/ພະຍາດເອດ;

(2) ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ;

(3) ກົດໝາຍວ່າດ້ວຍ ການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ ການກໍ່ການຮ້າຍ;

(4) ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ;

(5) ກົດໝາຍວ່າດ້ວຍ ການທ່ອງທ່ຽວ

(6) ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ;

(7) ກົດໝາຍວ່າດ້ວຍ ການສະກັດກັ້ນ ແລະ ຕ້ານອັກຄີໄພ;

(8) ກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫລວງ;

(9) ກົດໝາຍວ່າດ້ວຍ ສະພາແຫ່ງຊາດ;

(10) ກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ;

(11) ກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ;

4. ວຽກງານສະພາແຫ່ງຊາດ

1) ບົດລາຍງານ ກ່ຽວກັບການເຄື່ອນໄຫວວຽກງານແຕ່ ກອງປະຊຸມສະໄໝສາມັນ ເທື່ອທີ 6ຫາເທື່ອທີ 7 ແລະ ແຜນການເຄື່ອນໄຫວຮອດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX;

2) ບົດລາຍງານ ກ່ຽວກັບຄວາມຈໍາເປັນ ແລະ ທິດທາງໃນການປັບປຸງລັດຖະທຳ ມະນູນ ແຫ່ງ ສປປ ລາວ ສະບັບປີ 2015.

ກອງປະຊຸມສະພາແຫ່ງຊາດໃນເທື່ອນີ້ ຈະໄດ້ພິຈາລະນາຮັບຮອງເອົາມະຕິ ຈຳນວນ 19 ສະບັບ ເຊັ່ນ:

1) ມະຕິ ຮັບຮອງເອົາ ບົດລາຍງານຂອງລັດຖະບານ ຈຳນວນ 4 ສະບັບ;

2) ມະຕິຮັບຮອງເອົາ ວຽກງານອົງການກວດສອບແຫ່ງລັດ ຈຳນວນ 1 ສະບັບ;

3) ມະຕິຮັບຮອງເອົາ ວຽກງານສະພາແຫ່ງຊາດຈຳນວນ 1 ສະບັບ;

4) ມະຕິຮັບຮອງເອົາ ວຽກງານການສ້າງ ແລະ ປັບປຸງກົດໝາຍຈຳນວນ 13 ສະບັບ.

ໃນນາມຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ, ທ່ານຍັງໄດ້ເຊີນຊວນບັນ ດາທ່ານພະ ນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະ ກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມການດໍາເນີນກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ເຊິ່ງໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍຮັບຄຳສະເໜີ ຂອງປະຊາຊົນຜ່ານໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ ເຊິ່ງບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມໄດ້ຕາມວິທີລຸ່ມນີ້:

• ສາຍດ່ວນ: 156 ຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX.

• ອີເມວ: [email protected]

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments