Saturday, July 27, 2024
Homeຂ່າວໜ້າໜຶ່ງກອງປະຊຸມໂຄງການແລກປ່ຽນນາຍທະຫານໜຸ່ມອາຊຽນຄັ້ງທີ 6

ກອງປະຊຸມໂຄງການແລກປ່ຽນນາຍທະຫານໜຸ່ມອາຊຽນຄັ້ງທີ 6

ກອງທັບປະຊາຊົນລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມໂຄງການແລກປ່ຽນນາຍທະຫານໜຸ່ມອາຊຽນຄັ້ງທີ 6 ASEAN Defence Interaction Programme (ADIP) ພາຍໃຕ້ຫົວຂໍ້: “ບົດບາດຂອງກອງທັບໃນການຮັບມືກັບຜົນກະທົບຈາກການປ່ຽນແປງສະພາບດິນຟ້າອາກາດ” ຈັດຂື້ນໃນລະຫວ່າງວັນທີ 4-5 ມິຖຸນາ 2024 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ພັນໂທ ທວນຄຳ ສຸກຈະເລີນ, ຫົວໜ້າພະແນກການເມືອງ-ຄວາມໝັ້ນຄົງອາຊຽນ, ກົມພົວພັນຕ່າງປະເທດ, ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຍັງມີທ່ານ ພັນເອກ ເຟືອງໄຊ ມີລາກົງ, ຮອງຫົວໜ້າກົມພົວພັນຕ່າງປະເທດ, ຫົວໜ້າໜ່ວຍງານວິຊາການເຈົ້າໜ້າ ທີ່ອາວຸໂສປ້ອງກັນປະເທດອາຊຽນ ຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍນາຍທະຫານໜຸ່ມຈາກ 10 ປະເທດສະມາຊິກອາຊຽນ ແລະ ຕີມໍເລດສະເຕໃນນາມປະເທດສັງເກດການເຂົ້າຮ່ວມ.

ສະຫາຍ ພັນເອກ ເຟືອງໄຊ ມີລາກົງ ໄດ້ກ່າວຕ້ອນຮັບຄະນະຜູ້ແທນນາຍທະຫານໜຸ່ມອາຊຽນ, ພ້ອມທັງຍົກໃຫ້ເຫັນເຖິງສິ່ງທ້າທາຍທີ່ພາກພື້ນ ແລະ ສາກົນ ກໍາລັງປະເຊີນຢູ່ໃນປັດຈຸບັນ, ເຊິ່ງລວມມີ ບັນຫາການປ່ຽນແປງທາງດິນຟ້າອາກາດ ແລະ ອື່ນໆ, ຈຸດປະສົງ ເພື່ອເປີດໂອກາດໃຫ້ນາຍທະຫານໜຸ່ມຈາກປະເທດສະມາຊິກອາຊຽນໄດ້ແລກປ່ຽນທັດສະນະ, ບົດຮຽນທີ່ດີ, ປະສົບການ, ຂໍ້ມູນຂ່າວສານ, ສ້າງຄວາມສາມັກຄີ ແລະ ເຄື່ອຂ່າຍພາຍໃນອາຊຽນ.

ຈາກນັ້ນ ຜູ້ຕາງຫນ້ານາຍທະຫານຫນຸ່ມຈາກກອງທັບປະຊາຊົນລາວ, ບັນດາປະ ເທດສະມາຊິກອາຊຽນ ແລະ ຕິມໍເລດສະເຕ ໄດ້ແລກປ່ຽນທັດສະນະກ່ຽວກັບກ່ຽວກັບບົດບາດຂອງກອງທັບຕໍ່ກັບການຮັບມືກັບຜົນກະທົບຈາກການປ່ຽນແປງສະພາບດິນຟ້າອາກາດ. ເຊິ່ງເປັນສິ່ງທ້າທາຍລວມຂອງພາກພື້ນ ແລະ ກອງທັບ ແມ່ນມີບົດບາດສໍາຄັນໃນການປະກອບສ່ວນເຂົ້າໃນການໃຫ້ການຊ່ວຍເຫຼືອມະນຸດສະທໍາ ແລະ ບັນເທົາທຸກໄພພິບັດໃນເວລາມີໄພພິບັດເກີດຂຶ້ນ. ນອກນຈາກນີ້, ການສ້າງຂີດຄວາມສາມາດ ແລະ ການດັດປັບຮູບແບບວິທີການດໍາເນີນວຽກງານພາຍໃນກອງ ທັບ ເປັນວິທີການທີ່ກອງປະຊຸມເຫັນວ່າ ມີຄວາມຈໍາເປັນໃນການສ້າງຄວາມພ້ອມ ແລະ ປະກອບສ່ວນເຂົ້າໃນການຫຼຸດຜ່ອນຜົນກະທົບຈາກການປ່ຽນແປງສະພາບດິນຟ້າອາກາດ.

ພ້ອມດຽວກັນນັ້ນ, ຄະນະຜູ້ແທນນາຍທະຫານໜຸ່ມອາຊຽນຍັງໄດ້ເຄື່ອນໄຫວວຽກ ງານປິ່ນອ້ອມອື່ນໆ ເຊັ່ນ: ທ່ຽວຊົມ ແລະ ທັດສະນະ ຫໍພິພິຕະພັນປະຫວັດສາດຂອງກອງທັບປະຊາຊົນລາວ, ພຣະທາດຫຼວງວຽງຈັນ, ສວນປະຕູໄຊ ແລະ ສະຖານທີ່ທາງວັດທະນະທໍາອື່ນໆ ທີ່ນະຄອນຫຼວງວຽງຈັນ ແລະ ເມືອງວັງວຽງ ແຂວງວຽງຈັນ ຕື່ມອີກ.

ຂ່າວ: ໂຈ່ລີ້ ວົງໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments