Saturday, July 27, 2024
Homeຂ່າວຕ່າງປະເທດສປຈີນ-ອັງກິດ ຮ່ວມມືດ້ານການບິນ ຊຸກຍູ້ການຄ້າ-ການທ່ອງທ່ຽວ

ສປຈີນ-ອັງກິດ ຮ່ວມມືດ້ານການບິນ ຊຸກຍູ້ການຄ້າ-ການທ່ອງທ່ຽວ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ສາຍການບິນ ແອຣໄຊນ່າ (Air China) ຂອງ ຈີນ ໄດ້ເພີ່ມຖ້ຽວບິນ ໄປຍັງ ອັງກິດ ໂດຍມີ ການເພີ່ມ ເສັ້ນທາງບິນ ໂດຍກົງ ລະຫວ່າງ ສະໜາມບິນ ນານາຊາດ ນະຄອນຫລວງ ປັກກິ່ງ ກັບ ສະໜາມບິນ ລອນດອນ ແກດວິດ.

ເຈົ້າໜ້າທີ່ ສາຍການບິນ ດັ່ງກ່າວ ລາຍງານວ່າ ໄດ້ມີການ ຈັດພິທີ ຕ້ອນຮັບ ເສັ້ນທາງບິນ ໂດຍກົງໃໝ່ ຢູ່ສະໜາມບິນ ລອນດອນ ແກດວິດ ຊຶ່ງເປັນ ສະໜາມບິນ ນານາຊາດ ຂະໜາດໃຫຍ່ສຸດ ອັນດັບ 2 ຂອງ ອັງກິດ, ໂດຍໝາຍເລກ ຖ້ຽວບິນຂອງ ເສັ້ນທາງບິນ ໂດຍກົງໃໝ່ ຄື ຊີເອ 851-2(CA851/2) ແລະ ບິນ 1 ຖ້ຽວຕໍ່ວັນ.

ໂດຍ ທ່ານ ໂຈນາທານ ພໍລລາດຣ ປະທານ ເຈົ້າໜ້າທີ່ ສາຍການບິນ ການຄ້າ ປະຈຳສະໜາມບິນ ລອນດອນ ແກດວິດ ເປີດເຜີຍວ່າ: ການເພິ່ມ ຖ້ຽວບິນ ເສັ້ນທາງ ລອນດອນ -ປັກກິ່ງ ຈະສົ່ງເສີມ ການແລກປ່ຽນ ແລະ ຄວາມຮ່ວມມື ລະຫວ່າງ ຈີນ ແລະ ອັງກິດ ໃນດ້ານການຄ້າ ແລະ ການທ່ອງທ່ຽວ ເພີ່ມຂຶ້ນ. ນອກນັ້ນ ເຈົ້າໜ້າທີ່ ຍັງລາຍງານວ່າ ຖ້ຽວບິນໂດຍກົງ ຈາກ ລອນດອນ ໄປຍັງ ປັກກິ່ງ ເມື່ອວັນອາທິດຜ່ານມາ ລວມມີ ຜູ້ໂດຍສານ ເກືອບ 250 ຄົນ ໂດຍສ່ວນໃຫຍ່ ເດີນທາງ ໄປຍັງຈີນ ເປັນຄັ້ງທຳອິດ ນັບແຕ່ ເກີດການແພ່ລະບາດ ພະຍາດ ໂຄວິດ-19, ລວມເຖິງ ການເດີນທາງ ເພື່ອຢ້ຽມຢາມ ຄອບຄົວ, ພັກຜ່ອນ ແລະ ເຮັດທຸລະກິດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments