Saturday, July 27, 2024
Homeຂ່າວການເມືອງເຈົ້າແຂວງຫຼວງພະບາງ ຕ້ອນຮັບປະທານສູນກາງສະຫະພັນກໍາມະບານລາວ

ເຈົ້າແຂວງຫຼວງພະບາງ ຕ້ອນຮັບປະທານສູນກາງສະຫະພັນກໍາມະບານລາວ

——————-

ວັນທີ 3 ມິຖຸນາ 2024 ທີ່ຫ້ອງວ່າການ ແຂວງຫຼວງພະບາງ ທ່ານ ຄໍາຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ ໄດ້ຕ້ອນຮັບ ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ທີ່ແຂວງຫຼວງພະບາງ ເພື່ອປຶກສາຫາລື ແລະແລກປ່ຽນບົດຮຽນ ກັບການນໍາແຂວງ ໃນການຊຸກຍູ້ ວຽກງານກໍາມະບານ ແລະການກະກຽມຈັດກອງປະຊຸມ ຂອງສະຫະພັນກໍາມະບານ ແຂວງຫຼວງພະບາງ.

ໂອກາດດັ່ງກ່າວນີ້ ທ່ານ ຄໍາຂັນ ຈັນທະວີສຸກ ກໍໄດ້ສະແດງຄວາມຕ້ອນຮັບ ຕໍ່ປະທານສູນກາງສະຫະພັນກໍາມະບານລາວ ແລະຄະນະ ພ້ອມທັງຕີລາຄາສູງຕໍ່ການພົບປະຄັ້ງນີ້ວ່າເປັນການຊຸກຍູ້ວຽກງານກໍາມະບານ ໂດຍສະເພາະກໍແມ່ນວຽກງານໃນຂະແໜງກໍາມະບານໃນທົ່ວແຂວງ ໃຫ້ມີການພັດທະນາເປັນກ້າວໆ, ເຊິ່ງສະຫະພັນກໍາມະບານ ແມ່ນອົງການໜຶ່ງທີ່ມີຄວາມສໍາຄັນ ໄດ້ກະຈາຍຢູ່ບັນດາສໍານັກງານ, ອົງການທັງພາກລັດ ແລະເອກະຊົນ, ເປັນອົງການຫຼັກ ທີ່ມີບົດບາດສໍາຄັນ ຕໍ່ຊົນຊັ້ນກໍາມະກອນ ຊາວຜູ້ອອກແຮງງານ, ໃນການນໍາໃຊ້ສິດ ແລະຜົນປະໂຫຍດ ຂອງບັນດາຜູ້ໃຊ້ແຮງງານ ໃຫ້ໄດ້ຮັບຄວາມເປັນທໍາ. ນອກນັ້ນ ກໍເປັນອົງການປຸກລະດົມ ແລະ ສຶກສາອົບຮົມແນວຄິດການເມືອງ ໃຫ້ສັງຄົມ ໄດ້ມີການພັດທະນາ ແລະ ຫັນປ່ຽນຢ່າງຕັ້ງໜ້າ ຕາມແນວທາງຂອງພັກ ແລະປະຕິບັດລະບຽບກົດໝາຍຂອງລັດຢ່າງເຂັ້ມງວດຕື່ມອີກ.

ຈາກນັ້ນ ທ່ານ ເລັດ ໄຊຍະພອນ ປະທານ ສູນກາງສະຫະພັນລາວ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຂອງເຈົ້າແຂວງຫຼວງພະບາງ ຄັ້ງນີ້ດ້ວຍຄວາມອົບອຸ່ນ.

ຂ່າວ: ເພັດສາຄອນ ສິມມະວົງ

ບ.ກ: ເກສອນ ແກ້ວລາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments