Saturday, July 27, 2024
Homeຂ່າວໜ້າໜຶ່ງສະພາວິທະຍາສາດແຫ່ງຊາດ ປຶກສາຫາລື ການຈັດຕັ້ງ-ເຄື່ອນໄຫວວຽກງານ

ສະພາວິທະຍາສາດແຫ່ງຊາດ ປຶກສາຫາລື ການຈັດຕັ້ງ-ເຄື່ອນໄຫວວຽກງານ

ຫ້ອງການສະພາວິທະຍາສາດແຫ່ງຊາດ ໄດ້ຈັດກອງປະຊຸມ ສໍາມະນາວິທະຍາສາດແຫ່ງຊາດ ຄັ້ງປະຖົມມະລືກ ຂຶ້ນໃນວັນທີ 4 ມິຖຸນາ ນີ້ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ໂດຍການເປັນປະທານ ຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານສະພາວິທະຍາສາດແຫ່ງຊາດ.

ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວວ່າ: ວຽກງານວິທະຍາສາດ ຖືເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ໃນການຊຸກຍູ້ ແລະ ຂັບເຄື່ອນ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ເຮັດໃຫ້ຂະແໜງວິທະຍາສາດ ເປັນກໍາລັງແຮງຕົ້ນຕໍ ໃນການຕອບສະໜອງໃຫ້ແກ່ການພັດທະນາໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ຕາມເປົ້າໝາຍການພັດທະນາແບບຍືນຍົງ ຊຶ່ງຍາມໃດ ພັກ ແລະ ລັດຖະບານ ເຫັນໄດ້ຄວາມສໍາຄັນ ຈຶ່ງໄດ້ມີການສ້າງຕັ້ງສະພາວິທະຍາສາດແຫ່ງຊາດນີ້ຂຶ້ນ, ເພື່ອເຮັດໜ້າທີ່ໃນການຄຸ້ມຄອງ, ຊຸກຍູ້ ແລະ ສົ່ງເສີມ ວຽກງານການຄົ້ນຄວ້າພັດທະນາວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ມີຄວາມກ້າວໜ້າ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ – ສັງຄົມ ແຫ່ງຊາດ.

ໄລຍະຜ່ານມາ ສະພາວິທະຍາສາດແຫ່ງຊາດ ໄດ້ມີນິຕິກຳ ການຈັດຕັ້ງ ແລະ ເຄື່ອນໄຫວ ຂອງສະພາວິທະຍາສາດແຫ່ງຊາດນີ້ແລ້ວ ແຕ່ການຈັດຕັ້ງປະຕິບັດ ແມ່ນຍັງບໍ່ທັນໄດ້ມີການເຄື່ອນໄຫວ ຢ່າງເປັນລະບົບຄົບຊຸດເທື່ອ, ໃນເທື່ອນີ້ເປັນຄັ້ງທໍາອິດ ທີ່ ສະພາວິທະຍາສາດແຫ່ງຊາດ ຂອງພວກເຮົາ ມີການຈັດຕັ້ງ ທີ່ມີລັກສະນະຄົບຊຸດ, ກອງປະຊຸມຄັ້ງປະຖົມມະລືກນີ້ ມີຈຸດປະສົງ ເພື່ອຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງບັນດາແຜນການຕ່າງໆ ຂອງສະພາວິທະຍາສາດແຫ່ງຊາດ ເປັນຕົ້ນ: 1. ແຜນການເຄື່ອນໄຫວວຽກງານ ຂອງສະພາວິທະຍາສາດແຫ່ງຊາດ; 2. ການສ້າງຕັ້ງໜ່ວຍງານວິຊາການ ຂອງສະພາວິທະຍາສາດແຫ່ງຊາດ; 3. ການແຕ່ງຕັ້ງຄະນະກຳມະການ, ອະນຸກຳມະການ ສະພາວິທະຍາສາດແຫ່ງຊາດ; 4. ເລືອກເຟັ້ນຜູ້ຊົງຄຸນວຸດທິ; 5. ການສ້າງບັນດານິຕິກຳ ຂອງສະພາວິທະຍາສາດແຫ່ງຊາດ; 6. ຫຼັກການນໍາໃຊ້ພາສາລາວ ແລະ ບັນຫາອື່ນໆ.

ກອງປະຊຸມ, ບັນດາທ່ານສະມາຊິກສະພາວິທະຍາສາດແຫ່ງຊາດ ໄດ້ຮ່ວມກັນເອົາໃຈໃສ່ ຄົ້ນຄວ້າ ມີຄໍາຄິດ ຄໍາເຫັນ ມີລັກສະນະກົງໄປກົງມາ, ສ້າງສັນ ແລະ ເປັນແນວທາງໃນການເຄື່ອນໄຫວ ຂອງສະພາວິທະຍາສາດແຫ່ຊາດ ໃນສະເພາະໜ້າ ແລະ ຍາວນານ. ເພື່ອເປັນແນວທາງສືບຕໍ່ປະບັດວຽກງານ ຂອງສະພາວິທະຍາສາດແຫ່ງຊາດ ໃຫ້ບັນລຸຕາມເນື້ອໃນຈິດໃຈ ຂອງລັດຖະບານ.

ທ່ານ ກິແກ້ວ ໄຂຄໍາພິທູນ ຍັງໄດ້ມີຄໍາເຫັນແລກປ່ຽນ ບາງບັນຫາ ຄື: 1. ໃຫ້ກອງເລຂາ ສະພາວິທະຍາສາດແຫ່ງຊາດ ສືບຕໍ່ປັບປຸງ ແຜນການເຄື່ອນໄຫວວຽກງານ ຂອງສະພາວິທະຍາສາດແຫ່ງຊາດ ຕາມຄໍາເຫັນ ຂອງສະມາຊິກສະພາວິທະຍາສາດແຫ່ງຊາດ ແລ້ວນໍາສະເໜີ ສະພາເພື່ອຮັບຮອງ, 2. ໃຫ້ກອງເລຂາ ສະພາວິທະຍາສາດແຫ່ງຊາດ ປັບປຸງມະຕິກອງປະຊຸມ ຕາມຄໍາເຫັນຂອງບັນດາສະມາຊິກ ສະພາວິທະຍາສາດແຫ່ງຊາດ ແລ້ວນໍາສະເໜີ ປະທານສະພາວິທະຍາສາດ ລົງລາຍເຊັນ, 3. ໃຫ້ສະມາຊິກ ສະພາວິທະຍາສາດແຫ່ງຊາດ ສືບຕໍ່ຄົ້ນຄວ້າ ແລະ ປະກອບຄໍາເຫັນ ຕໍ່ແບບແຜນວິທີເຮັດວຽກ, ການສ້າງຕັ້ງໜ່ວຍງານວິຊາການສະພາວິທະຍາສາດແຫ່ງຊາດ, ການແຕ່ງຕັ້ງຄະນະກຳມະການ, ອະນຸກຳມະການ ສະພາວິທະຍາສາດແຫ່ງຊາດ ແລະ ອື່ນໆ ແລະ 4. ມອບໃຫ້ກອງເລຂາ ສະພາວິທະຍາສາດແຫ່ງຊາດ ສືບຕໍ່ຄົ້ນຄວ້າສຶກສາ ແລະ ສ້າງບັນດານິຕິກຳ ທີ່ກ່ຽວຂ້ອງກັບການເຄື່ອນໄຫວ ຂອງ ສະພາວິທະຍາສາດແຫ່ງຊາດ ໂດຍເບິ່ງບົດຮຽນທີ່ດີເດັ່ນຂອງ ບັນດາປະເທດເພື່ອນມິດອ້າຍນ້ອງ ແລະ ສາກົນ.

(ຂ່າວ-ພາບ: ນາງ ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments