Saturday, July 27, 2024
Homeຂ່າວພາຍໃນVietJet ຫຼຸດລາຄາປີ້ຊັ້ນ ທຸລະກິດ ແລະ Sky Boss: ສຳພັດປະສົບການທີ່ຫຼູຫຼາໃນລາຄາພຽງເຄິ່ງຄ່າ

VietJet ຫຼຸດລາຄາປີ້ຊັ້ນ ທຸລະກິດ ແລະ Sky Boss: ສຳພັດປະສົບການທີ່ຫຼູຫຼາໃນລາຄາພຽງເຄິ່ງຄ່າ

(ນະຄອນຫຼວງວຽງຈັນ, ວັນທີ 04 ມິຖຸນາ 2024) – VietJet ມອບສ່ວນຫຼຸດ 50% ( ບໍ່ລວມພາສີ ແລະ ຄ່າທຳນຽມ ) ສຳລັບປີ້ຊັ້ນທຸລະກິດ ແລະ Sky Boss ທຸກສາຍການບິນທັງພາຍໃນ ແລະ ຕ່າງປະເທດ, ລວມທັງຖ້ຽວບິນຈາກນະຄອນຫຼວງວຽງຈັນໄປຫານະຄອນໂຮ່ຈີມິນ !

ທ່ານສາມາດຈັບຈອງປີ້ຕັ້ງແຕ່ມື້ນີ້ ຫາ ວັນທີ 14 ມິຖຸນາ 2024 ແລະ ຮັບທັນທີສ່ວນຫຼຸດ 50% ໂດຍໃຊ້ລະຫັດໂປຣໂມຊັນ SBJUNE50 ທີ່ www.vietjetair.com, ແອັບມືຖື VietJet Air ຫຼື ຢູ່ທີ່ຫ້ອງການຂາຍປີ້ ແລະ ຕົວແທນທີ່ໄດ້ຮັບອະນຸຍາດທົ່ວໂລກ. ສ່ວນຫຼຸດສຸດພິເສດນີ້ແມ່ນໃຊ້ໄດ້ລະຫວ່າງວັນທີ 01 ມິຖຸນາ ຫາ 25 ຕຸລາ 2024.

​ການ​ຂະຫຍາຍ​ເສັ້ນທາງ​ການບິນ​ໃໝ່​ໃນ​ປີ​ນີ້ ​ໂດຍ​ເຊື່ອມ​ຕໍ່​ນະຄອນຫຼວງ​ວຽງ​ຈັນ – ນະຄອນ​ໂຮ່ຈິ​ມິນ ດ້ວຍ​ຖ້ຽວ​ບິນ​ໄປ​ກັບ 4 ຖ້ຽວ​ຕໍ່​ອາທິດ ​ໃນ​ວັນ​ຈັນ, ວັນພຸດ, ວັນ​ສຸກ ​ແລະ ວັນ​ອາ​ທິດ ດ້ວຍ​ເວລາ​ບິນ​ພຽງ 1 ຊົ່ວ​ໂມງ 45 ນາທີ. ຄຽງຄູ່ກັບຊັ້ນທຸລະກິດ ແລະ Sky Boss, ພິເສດ VietJet ໃຫ້ບູລິມະສິດ Check-in & Dedicated Lanes ໂດຍບໍ່ຕ້ອງຖ້າຄິວເພື່ອປະຢັດເວລາ  ພ້ອມທັງສາມາດຜ່ອນຄາຍໃນຫ້ອງໂຖງໄດ້ຢ່າງສະບາຍກ່ອນອອກເດີນທາງ, ຮັບປະທານອາຫານທີ່ແຊບ ແລະ ສົດໃໝ່. ຜູ້ໂດຍສານຊັ້ນທຸລະກິດຈະເພີດເພີນກັບປະສົບການຫ້ອງໂດຍສານສ່ວນຕົວທີ່ມີບ່ອນນັ່ງກວ້າງຂວາງເທິງເຮືອບິນ A330 ທີ່ທັນສະໄໝ.

VietJet ໄດ້ຮັບການຍົກຍ້ອງເປັນ “ສາຍການບິນລາຄາປະຢັດສຸດ ປີ 2024” ແລະ “ເປັນສາຍການບິນລາຄາປະຢັດທີ່ສຸດໃນໂລກ ປີ 2024” ໂດຍ Airline Ratings, ສະທ້ອນໃຫ້ເຫັນຄວາມມຸ່ງໝັ້ນຂອງສາຍການບິນໃນການໃຫ້ບໍລິການທີ່ພິເສດ ແລະ ມອບປະສົບການທີ່ໜ້າຈົດຈໍາ.

ເພີດເພີນກັບເຮືອບິນທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມຂອງ VietJet. ມີພະນັກງານການບິນທີ່ເປັນມືອາຊີບ ພ້ອມແລ້ວທີ່ຈະເສີບອາຫານຫວຽດນາມ ແລະ ສາກົນທີ່ດີທີ່ສຸດໃຫ້ແກ່ທ່ານ ບໍ່ວ່າຈະເປັນ Pho, Vietnamese Banh Mi ແລະ ອື່ນໆອີກ, ພ້ອມກັບການສະແດງສີລະປະທາງວັດທະນະທໍາທີ່ເປັນເອກກະລັກ ຢູ່ເຮືອບິນທີ່ລະດັບ 10,000 ແມັດ.

ສອບຖາມກ່ຽວກັບ​ ປີ້ຊັ້ນ​ທຸ​ລະ​ກິດ​ ຫຼື SkyBoss​,

ຕິດ​ຕໍ່​​ທີ່ (+84​) 1900 6896

ຫຼື​ ອີ​ເມລ໌ [email protected]​.

ໂອກາດດີໆ ທີ່ທ່ານບໍ່ຄວນພາດຈອງມື້ນີ້ ພ້ອມບິນໄປກັບພວກເຮົາສາຍການບິນທີ່ຫຼູຫຼາ ແລະ ລາຄາປະຢັດທີ່ສຸດ !

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments