Saturday, July 27, 2024
Homeຂ່າວໜ້າໜຶ່ງກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນ ພຶດສະພາ 2024

ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນ ພຶດສະພາ 2024

ກອງປະຊຸມຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະຈຳເດືອນ ພຶດສະພາ 2024 ໄດ້ດຳເນີນໃນລະຫວ່າງວັນທີ 3-4 ມິຖຸນາ ນີ້ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈໍາສະພາແຫ່ງຊາດ; ມີບັນດາຮອງປະທານຄະນະປະຈໍາສະພາແຫ່ງຊາດ, ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ, ອົງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງ ແລະ ກວດກາເນື້ອໃນຮ່າງບົດລາຍງານຂອງລັດຖະບານ ແລະ ພາກສ່ວນຕ່າງໆທີ່ຈະລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ຄື: ບົດລາຍງານຢ່າງສັງລວມຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ; ບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024; ບົດລາຍງານຂອງກະຊວງການເງິນ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024; ບົດລາຍງານຂອງທະນາຄານ ແຫ່ງ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024; ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະແຕ່ເດືອນ 7 ປີ 2021 ຫາເດືອນ 4 ປີ 2024 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024; ບົດລາຍງານການຈັດຕັ້ງປະຕິບັດໂຄງການລົງທຶນແຮ່ທາດ ໃນໄລຍະຜ່ານມາ ແລະ ແຜນໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 95/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍການຮັບຮອງເອົາວິໄສທັດຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດຮອດປີ 2030; ບົດລາຍງານການຈັດຕັ້ງປະຕິບັດ ບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 82/ສພຊ, ລົງວັນທີ 30 ທັນວາ 2022.

ນອກຈາກນີ້, ຍັງໄດ້ຮັບຟັງການລາຍງານ ກ່ຽວກັບການແກ້ໄຂຜົນການກວດສອບ ປະຈຳປີ 2022; ບົດລາຍງານກ່ຽວກັບຄວາມຄືບໜ້າ ການກະກຽມເນື້ອໃນ ແລະ ສະຖານທີ່ຈັດກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ແລະ ກອງປະຊຸມ AIPACODD ຄັ້ງທີ 7; ຄວາມພ້ອມກ່ຽວກັບການກະກຽມ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX; ຜົນການກວດກາເນື້ອໃນຮອບດ້ານຮ່າງກົດໝາຍສະບັບປັບປຸງ ຈຳນວນ 4 ສະບັບ ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມດັ່ງກ່າວ ຄື: ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍສະພາແຫ່ງຊາດ, ຮ່າງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ການພິຈາລະນາໜັງສືເໜີຂອງ ສານປະຊາຊົນສູງສຸດ ກ່ຽວກັບການແຕ່ງຕັ້ງປະທານ, ຮອງປະທານຂອງສານປະຊາຊົນທ້ອງຖິ່ນ; ບົດລາຍງານຜົນການຄົ້ນຄວ້າໜັງສືສະເໜີຂອງ ນາຍົກລັດຖະມົນຕີ ກ່ຽວກັບການສະເໜີຂໍຫັນປ່ຽນທີ່ດິນປ່າໄມ້ທຳມະຊາດໄປເປັນທີ່ດິນປະເພດອື່ນ ແລະ ຂໍຍົກເວັ້ນຄ່າທຳນຽມໃນການຫັນປ່ຽນທີ່ດິນປ່າໄມ້ເພື່ອນຳໃຊ້ເຂົ້າໃນການ ກໍ່ສ້າງໂຮງຮຽນເຫຼົ່າຮົບແຜນທີ່ຂອງ ກະຊວງປ້ອງກັນປະເທດ ຢູ່ເຂດບ້ານປັກແຮດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ຂ່າວ: ສພຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments