Saturday, July 27, 2024
Homeຂ່າວໜ້າໜຶ່ງກະຊວງການຕ່າງປະເທດ ຈັດພິທີປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ

ກະຊວງການຕ່າງປະເທດ ຈັດພິທີປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ

ໃນວັນທີ 31 ພຶດສະພາ 2024 ທີ່ ສູນຝຶກອົບຮົມ ແລະ ການຮ່ວມມືສາກົົນ (ICTC) ກະຊວງການຕ່າງປະເທດໄດ້ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ (ວັນທີ 1 ມິຖຸນາ 1980- 1 ມິຖຸ ນາ 2024) ເປັນກຽດເຂົ້າຮ່ວມ ແລະ ນໍາພາປູກຕົ້ນໄມ້ຄັ້ງນີ້ໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ບັນດາທ່ານຮອງລັດຖະມົນຕີ ແລະ ບັນດາຄະນະກົມ ພ້ອມດ້ວຍພະ ນັກງານ ຈໍານວນໜຶ່ງຂອງກະຊວງການຕ່າງປະເທດ.

ຈຸດປະສົງຂອງການປູກຕົ້ນໄມ້ໃນຄັ້ງນີ້ ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2024 ພ້ອມ ທັງເປັນການປະຕິບັດຄຳຂັວນ ສ ສີຂຽວ ຂອງນະຄອນ ຫຼວງວຽງຈັນທີ່ໄດ້ວາງອອກ ສ້າງສະພາບແວດລ້ອມຢູ່ຂອບເຂດນະຄອນຫຼວງວຽງຈັນ ກໍຄືຂອບເຂດທົ່ວປະເທດໃຫ້ເປັນພື້ນທີ່ສີຂຽວ ເຮັດໃຫ້ມີອາກາດທີ່ສົດຊື່ນ ແລະ ສ້າງຄວາມຮົ່ມເຢັນ ທັງເປັນການປູກຈິດສໍານຶກໃຫ້ແກ່ພະ ນັກງານ-ລັດຖະກອນ ໃຫ້ມີຈິດໃຈມັກຮັກໃນການປູກຕົ້ນ ໄມ້ ເພື່ອປົກປັກຮັກສາສິ່ງແວດລ້ອມທີ່ດີ ແລະ ເປັນການກະກຽມຕ້ອນຮັບ ກອງປະຊຸມອາຊຽນທີ່ ສປປ ລາວ ຈະເປັນເຈົ້າພາບ ໃນປີ 2024 ການຈັດກິດຈະກໍາປູກຕົ້ນໄມ້ຂອງກະຊວງການຕ່າງປະເທດ ແມ່ນໄດ້ຈັດຂື້ນທຸກໆປີຢ່າງເປັນຂະບວນການຟົດຟື້ນ.

#ວຽງຈັນທຸລະກິດສັງຄົມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments