Saturday, July 27, 2024
Homeຂ່າວພາຍໃນນະຄອນຫຼວງຈັດກິດຈະກຳປູກຕົ້ນໄມ້ໃສ່ສວນປະຕູໄຊພາກຂະຫຍາຍ

ນະຄອນຫຼວງຈັດກິດຈະກຳປູກຕົ້ນໄມ້ໃສ່ສວນປະຕູໄຊພາກຂະຫຍາຍ

ວັນທີ 1 ມິຖຸນາ 2024 ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີປູກຕົ້ນໄມຢູ່ສວນສາທາລະນະ ນວ (ສວນປະຕູໄຊພາກຂະຫຍາຍ) ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ1 ມິຖຸນາ ມີທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ບັນດາລັດຖະມົນຕີ ຮອງລັດຖະມົນຕີ ຫົວໜ້າຮອງຫົວໜ້າພະແນກ ເຈົ້າເມືອງຮອງເຈົ້າເມືອງ ແລະ ພະນັກງານຫຼັກແຫຼ່ງ ນວ ເຂົ້າຮ່ວມ.

ສຳລັບຕົ້ນໄມ້ທີ່ນຳມາປູກຢູ່ສວນປະຕູໄຊພາກຂະຫຍາຍຄັ້ງນີ້ເປັນຕົ້ນໄມ້ປະດັບຕົ້ນໃຫຍ່ມີ 49 ຕົ້ນ ໃນນັ້ນໄມ້ເປືອຍນ້ຳ 15 ຕົ້ນ ຕົ້ນໄມ້ດູ່ 11 ຕົ້ນ ຕົ້ນກາກະເລົາ 12 ຕົ້ນ ຕົ້ນໄມ້ຊຸມແສງ 8 ຕົ້ນ ຕົ້ນສະເມັກ 2 ຕົ້ນ ແລະ ຕົ້ນດອກຈານ 1 ຕົ້ນ ທັງນີ້ເພື່ອເຮັດພື້ນທີ່ສວນສາທາລະນະໃຈກາງຕົວເມືອງ ນວ ແຫ່ງນີ້ມີພື້ນທີ່ສີຂຽວ ເປັນບ່ອນຮົ່ມເຢັນ ແລະ ສວຍງາມທີ່ເຕັມໄປດ້ວຍຕົ້ນໄມ້ນາງໆຊະນິດ ພາຍຫຼັງການປັບປຸງພື້ນທີ່ດັ່ງກ່າວສຳເລັດຈະເຮັດໃຫ້ສະຖານທີ່ແຫ່ງນີ້ທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ນອກນີ້ເວລານັກທ່ອງທ່ຽວມາທ່ຽວຊົມສະຖານທີ່ແຫ່ງນີ້ຈະໄດ້ເຫັນຕົ້ນໄມ້ປະດັບທີ່ຂຽນຊື່ຕົ້ນໄມ້ແຕ່ລະຊະນິດຕິດຕັ້ງໃສ່ເພື່ອໃຫ້ຮູ້ວ່າຊື່ຂອງແຕ່ລະຕົ້ນໄມ້ທີ່ນ້ຳປູກມີຕົ້ນຫຍັງແດ່ ທັງເປັນຂໍ້ມູນໃຫ້ຄົນຮຸ່ນໃໝ່ໄດ້ສຶກສາຮຽນຮູ້ຕື່ມອີກ.

ໂຄງການປັບປຸງພື້ນທີ່ກະຊວງຍຸຕິທໍາ (ຫຼັງເກົ່າ) ໃຫ້ເປັນສວນປະຕູໄຊພາກຂະຫຍາຍເພື່ອແນໃສ່ເຮັດໃຫ້ໃຈກາງ ນວ ມີພື້ນທີ່ສາທາລະນະສີຂຽວໃຫ້ຄວາມຮົ່ມເຢັນ ເປັນບ່ອນພັກຜ່ອນຢ່ອນອາລົມ ມີສວນຮົ່ມໄມ້ ຮ້ານຂາຍອາຫານເບົາ ແລະ ເຄື່ອງທີ່ລະນຶກ ມີຫ້ອງນໍ້າສາທາລະນະ ມີບ່ອນຈອດລົດ ມີລະບົບໄຟຟ້າ ນໍ້າປະປາ ແລະ ອື່ນໆ ພາຍຫຼັງສ້າງສໍາເລັດແລ້ວສວນສາທາລະນະແຫ່ງນີ້ຈະເພີ່ມສີສັນ ແລະ ສ້າງບັນຍາກາດໃໝ່ໃຫ້ ນວ ໂດຍສະເພາະປີ 2024 ທີ່ລາວເຮົາໄດ້ຮັບກຽດເປັນປະທານອາຊຽນ ທັງເປັນປີທ່ອງທ່ຽວລາວ ແລະ ນວ ກໍເປັນເຈົ້າພາບຈັດກອງປະຊຸມບັນດາເຈົ້າຄອງນະຄອນຫຼວງອາຊຽນ ແລະ ໂຄງການປັບປຸງຈະໃຫ້ສຳເລັດໃນເດືອນກັນຍາ 2024.

#ວຽງຈັນທຸລະກິດສັງຄົມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments