Saturday, July 27, 2024
Homeຂ່າວດ່ວນຍ​ທ​ຂ ນວ ອອກແຈ້ງການ 2 ສະບັບ ອຳນວຍຄວາມສະດວກການກໍ່ສ້າງ ທາງລົດເມດ່ວນ-ສະຖານີ BRT

ຍ​ທ​ຂ ນວ ອອກແຈ້ງການ 2 ສະບັບ ອຳນວຍຄວາມສະດວກການກໍ່ສ້າງ ທາງລົດເມດ່ວນ-ສະຖານີ BRT

ແຈ້ງການ 2 ສະບັບ ທີ່ໄດ້ອອກໄປນັ້ນປະກອບມີ ແຈ້ງການສະບັບເລກທີ 5652/ຍທຂ ນວ ແລະ ສະບັບເລກທີ 5653/ຍທຂ ນວ ວົງວັນທີ 31 ພຶດສະພາ 2024 ແນໃສ່ອໍານວຍຄວາມສະດວກໃຫ້ການກໍ່ສ້າງ ເສັ້ນທາງລົດເມດ່ວນ ແລະ ສະຖານີ BRT ພາຍໃຕ້ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນ ຫຼວງວຽງຈັນ ໃຫ້ສຳເລັດຕາມແຜນການ.

ອີງຕາມແຈ້ງການສະບັບເລກທີ 5652/ຍທຂ ນວ ມີເນື້ອໃນບາງຕອນລະບຸວ່າ: ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດ ແຈ້ງມາຍັງທ່ານເຈົ້າເມືອງຊາບວ່າ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫລວງວຽງຈັນ ຈະໄດ້ລົງມືກໍ່ສ້າງເສັ້ນທາງລົດເມດ່ວນ ແລະ ສະຖານີ (Bus Rapid Transit/BRT) ນັບແຕ່ເດືອນ ມິຖຸນາ (6) ຫາ ເດືອນ ທັນວາ (12) ປີ 2024. ລາຍລະອຽດຄື:

1. ສັນຍາ VSUTP-ICB-CW1A-2022: ກໍ່ສ້າງຊ່ອງຈາລະຈອນລົດເມດ່ວນ ແລະ ສະຖານີ BRT ເລີ່ມ ແຕ່ ສວນເຈົ້າຟ້າງຸ່ມ ຫາ ປະຕູໄຊ ຜ່ານຖະໜົນ ສຸພານຸວົງ, ຖະໜົນເສດຖາທິຣາດ ແລະ ຖະໜົນໜອງບອນ (ຮອດປະຕູໄຊ).

2. ສັນຍາ VSUTP-ICB-CW1B-2022: ກໍ່ສ້າງຊ່ອງຈາລະຈອນລົດເມດ່ວນ ແລະ ສະຖານີ BRT ເລີ່ມ ແຕ່ ປະຕູໄຊ ຫາ ມະຫາວິທະຍາໄລແຫ່ງຊາດລາວ ຜ່ານຖະໜົນ ໄກສອນພົມວິຫານ ຖະໜົນສະພັງເມິກ

ນອກຈາກເຂດໃຈກາງເມືອງແລ້ວ ຈະມີການກໍ່ສ້າງ ບ່ອນນັ່ງລໍຖ້າລົດເມ (Bus Shelter) ໄປທາງ ທິດເໜືອ (ທາງໄປສະໜາມບິນສາກົນ ວັດໄຕ) ເລີ່ມແຕ່ສວນເຈົ້າຟ້າງຸ່ມ ໄປຫາເຂດບ້ານຕາດທອງ ແລະ ບ້ານ ໜອງແຕ່ງ ຜ່ານຖະໜົນຫຼວງພະບາງ ແລະ ທາງຫຼວງແຫ່ງຊາດ ເລກທີ 13 ເໜືອ ສ່ວນທາງທິດຕາເວັນ ອອກສຽງເໜືອ ຈະມີການກໍ່ສ້າງ ບ່ອນນັ່ງ ລໍຖ້າລົດເມ (Bus Shelter) ເລີ່ມແຕ່ 4 ແຍກ 450 ປີ ໄປຫາ ເຂດບ້ານທ່າງ່ອນ ເມືອງໄຊທານີ.

3. ສັນຍາ VSUTP-ICB-CW1C-2022: ກໍ່ສ້າງອູ່ລົດເມ ສູນສ້ອມແປງ ແລະ ສູນບັນຊາລົດເມ BRT

ນອກຈາກນັ້ນ ຈະວາງສາຍໄຍແກ້ວ (Fiber Optic) ຈາກສີແຍກ 450 ປີ ໄປຫາ ຫຼັກ 16 ເຂດບ້ານໂພນ

ຄໍາ ເມືອງໄຊທານີ ຕາມເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ໃຕ້.

4. ສັນຍາ VSUTP-ICB-CW1D-2022 CW1D: ກໍ່ສ້າງທາງຮ່ອມ ແລະ ປັບປຸງທັດສະນີຍະພາບ ຢູ່ຖະໜົນເຈົ້າອານູ ຖະໜົນ ແຫ່ງບຸນ ແລະ ຖະໜົນຂຸນບູລົມ ດ້ານຂ້າງຕະຫຼາດ.

5. ສັນຍາ VSUTP-ICB-CW1E-2022: ກໍ່ສ້າງ ແລະ ຕິດຕັ້ງໄຟສັນຍານຈາລະຈອນ ຈໍານວນ 41 ຈຸດ ກວມເອົາ 5 ຕົວເມືອງ ຄື: ເມືອງສີໂຄດຕະບອງ ເມືອງສີສັດຕະນາກ ເມືອງຈັນທະບູລີ ເມືອງໄຊເສດຖາ ແລະ ເມືອງໄຊທານີ.

ເພື່ອອໍານວຍຄວາມສະດວກແກ່ການກໍ່ສ້າງ ໃຫ້ສໍາເລັດຕາມແຜນ ຫຼີກລ່ຽງການຈາລະຈອນແອອັດ ແລະ ອຸບັດຕິເຫດ ຕາມທ້ອງຖະໜົນ ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈຶ່ງແຈ້ງມາຍັງທ່ານ ເຈົ້າເມືອງ ເພື່ອແຈ້ງໄປຫາ ອໍານາດການປົກຄອງບ້ານ ສຳນັກງານ ອົງການ ຢູ່ລຽບຕາມເສັ້ນທາງຕ່າງໆ ທີ່ກ່າວມາຂ້າງຕົ້ນ ລວມທັງ ຜູ້ນໍາໃຊ້ລົດ-ນໍາໃຊ້ຖະໜົນ ຈົ່ງໃຫ້ຄວາມຮ່ວມມື ໃນການຈັດປະຕິບັດວຽກງານກໍ່ສ້າງໃຫ້ມີຜົນສໍາເລັດໄປດ້ວຍດີ.

ສ່ວນແຈ້ງການສະບັບເລກທີ 5653/ຍທຂ ນວ ລະບຸວ່າ: ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນ ຫຼວງວຽງຈັນ ຂໍຖືເປັນກຽດ ແຈ້ງມາຍັງທ່ານເຈົ້າເມືອງ ຊາບ ວ່າ: ໂຄງການ ຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫລວງວຽງຈັນ ຈະໄດ້ລົງມືກໍ່ສ້າງເສັ້ນທາງລົດເມດ່ວນ ແລະ ສະຖານີ (Bus Rapid Transit/BRT) ນັບແຕ່ເດືອນ ມິຖຸນາ (6) ຫາ ເດືອນ ທັນວາ (12) ປີ 2024 ລາຍລະອຽດຄື:

1. ສັນຍາ VSUTP-ICB-CW1A-2022: ກໍ່ສ້າງຊ່ອງຈາລະຈອນລົດເມດ່ວນ ແລະ ສະຖານີ BRT ເລີ່ມ ແຕ່ ສວນເຈົ້າຟ້າງຸ່ມ ຫາ ປະຕູໄຊ ຜ່ານຖະໜົນ ສຸພານຸວົງ ຖະໜົນເສດຖາທິຣາດ ແລະ ຖະໜົນໜອງບອນ (ຮອດປະຕູໄຊ).

2. ສັນຍາ VSUTP-ICB-CW1B-2022: ກໍ່ສ້າງຊ່ອງຈາລະຈອນລົດເມດ່ວນ ແລະ ສະຖານີ BRT ເລີ່ມ ແຕ່ ປະຕູໄຊ ຫາ ມະຫາວິທະຍາໄລແຫ່ງຊາດລາວ ຜ່ານຖະໜົນ ໄກສອນພົມວິຫານ ຖະໜົນສະພັງເມິກ

ນອກຈາກເຂດໃຈກາງເມືອງແລ້ວ ຈະມີການກໍ່ສ້າງ ບ່ອນນັ່ງລໍຖ້າລົດເມ (Bus Shelter) ໄປທາງ ທິດເໜືອ (ທາງໄປສະໜາມບິນສາກົນວັດໄຕ) ເລີ່ມແຕ່ສວນເຈົ້າຟ້າງຸ່ມ ໄປຫາເຂດບ້ານຕາດທອງ ແລະ ບ້ານໜອງແຕ່ງ ຜ່ານຖະໜົນຫຼວງພະບາງ ແລະ ທາງຫຼວງແຫ່ງຊາດ ເລກທີ 13 ເໜືອ ສ່ວນທາງທິດຕາເວັນອອກສຽງເໜືອ ຈະມີການກໍ່ສ້າງ ບ່ອນນັ່ງ ລໍຖ້າລົດເມ (Bus Shelter) ເລີ່ມແຕ່ 4 ແຍກ 450 ປີ ໄປຫາ ເຂດບ້ານທ່າງ່ອນ ເມືອງໄຊທານີ.

3. ສັນຍາ VSUTP-ICB-CW1C-2022: ກໍ່ສ້າງອູ່ລົດເມ ສູນສ້ອມແປງ ແລະ ສູນບັນຊາລົດເມ BRT. ນອກຈາກນັ້ນ ຈະວາງສາຍໄຍແກ້ວ (Fiber Optic) ຈາກສີແຍກ 450 ປີ ໄປຫາ ຫຼັກ 16 ເຂດບ້ານໂພນຄໍາ ເມືອງໄຊທານີ ຕາມເສັ້ນທາງພາຫຼວງແຫ່ງຊາດ ເລກທີ 13 ໃຕ້.

4. ສັນຍາ VSUTP-ICB-CW1D-2022 CW1D: ກໍ່ສ້າງທາງຮ່ອມ ແລະ ປັບປຸງທັດສະນີຍະພາບ ຢູ່ຖະ ໜົນເຈົ້າອານູ ຖະໜົນແຫ່ງບຸນ ແລະ ຖະໜົນຂຸນບູລົມ ດ້ານຂ້າງຕະຫຼາດ.

5. ສັນຍາ VSUTP-ICB-CW1E-2022: ກໍ່ສ້າງ ແລະ ຕິດຕັ້ງໄຟສັນຍານຈາລະຈອນ ຈໍານວນ 41 ຈຸດ ກວມເອົາ 5 ຕົວເມືອງ ຄື: ເມືອງສີໂຄດຕະບອງ ເມືອງສີສັດຕະນາກ ເມືອງຈັນທະບູລີ ເມືອງໄຊເສດຖາ ແລະ ເມືອງໄຊທານີ.

ເພື່ອອໍານວຍຄວາມສະດວກແກ່ການກໍ່ສ້າງ ແລະ ຮັບປະກັນດ້ານຄວາມປອດໄພໃນເວລາກໍ່ສ້າງ ລີກລ້ຽງ ການຈາລະຈອນແອອັດ ແລະ ອຸບປະຕິເຫດ ຕາມທ້ອງຖະໜົນ. ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງ ວຽງຈັນ ຈຶ່ງແຈ້ງມາຍັງທ່ານເພື່ອຂໍຄວາມຮ່ວມມື, ຊີ້ນໍາອ້າຍນ້ອງຕຳຫຼວດຈະລາຈອນ, ຊ່ວຍແກ້ໄຂບັນຫາ ໂດຍສະເພາະຄວາມແອອັດຂອງການສັນຈອນ ໃນຂອບເຂດເສັ້ນທາງໃນຄວາມຮັບຜິດ ຊອບຂອງເມືອງທ່ານ ເພື່ອເຮັດໃຫ້ ໂຄງການໄດ້ດໍາເນີນໄປຕາມແຜນ ແລະ ສໍາເລັດຕາມຄາດໝາຍທີ່ໄດ້ວາງໄວ້.

#ວຽງຈັນທຸລະກິດສັງຄົມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments