Saturday, July 27, 2024
Homeຂ່າວພາຍໃນ"ສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ ປະຈໍາປີ 2024"

“ສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ ປະຈໍາປີ 2024”

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ ຈັດງານສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ ປະຈໍາປີ 2024 ທີ່ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 30 ພຶດສະພາ 2024, ໂດຍມີ ທ່ານ ພຸດທະວັນ ນັນທະວົງ ຫົວໜ້າກົມກວດກາ ກະຊວງອຸດສາຫະກໍາ ເເລະ ການຄ້າ, ທ່ານ ຮສ ປອ ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີບັນດາຮອງ-ຫົວໜ້າກົມ, ຫ້ອງການ, ສະຖາບັນ ອ້ອມຂ້າງ ກະຊວງອຸດສະຫະກຳ ແລະ ການຄ້າ, ຕາງໜ້າບັນດາກະຊວງ ອ້ອມຂ້າງ, ມີຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ພະນັກງານ-ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ ກ່າວວ່າ: ການຈັດງານຄັ້ງນີ້ ເພື່ອສ້າງຈິດສໍານຶກ ແລະ ຍົກສູງບົດບາດຄວາມສໍາຄັນກ່ຽວກັບ ຊັບສິນທາງປັນຍາ ແນໃສ່ຊຸກຍູ້ສົ່ງເສີມການສ້າງນະວັດຕະກໍາ ແລະ ຫົວຄິດປະດິດສ້າງ ເພື່ອເປັນກໍາລັງແຮງອັນສໍາຄັນໜຶ່ງທີ່ປະກອບສ່ວນເຂົ້າໃນການບັນລຸເປົ້າຂອງການພັດທະນາແບບຍືນຍົງ, ເຊິ່ງໃນປີນີ້ແມ່ນ ຄົບຮອບ 24 ປີ ແລະ ມີຄໍາຂວັນວ່າ “ຊັບສິນທາງປັນຍາ ແລະ ເປົ້າໝາຍການພັດທະນາແບບຍືນຍົງ: ມາສ້າງອະນາຄົດຮ່ວມກັນ ດ້ວຍນະວັດຕະກຳ ແລະ ຄວາມຄິດສ້າງສັນ”.

ການສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ ປະຈໍາປີ 2024 ນີ້ ເປັນໂອກາດອັນດີ ໃນການສ້າງຈິດສໍານຶກໃຫ້ທຸກພາກສ່ວນໃນສັງຄົມລາວ ເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນຂອງຊັບສິນທາງປັນຍາ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຈະຊ່ວຍເຮັດໃຫ້ທຸກພາກສ່ວນໃນສັງຄົມ ເຫັນຄວາມສໍາຄັນຫຼາຍຂຶ້ນກ່ຽວກັບຊັບສິນທາງປັນຍາ ພ້ອມທັງຮ່ວມກັນນໍາໃຊ້ກໍາລັງແຮງຂອງຊັບສິນທາງປັນຍາ ເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຮ່ວມກັນສ້າງອະນາຄົດທີ່ດີຂຶ້ນທົ່ວສັງຄົມ.

ທ່ານໄດ້ກ່າວຕື່ມອີກວ່າ: ແຕ່ປີ 2016 ເປັນຕົ້ນມາ, ກົມຊັບສິນທາງປັນຍາ ກໍໄດ້ມີການຈັດງານສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ ເພື່ອຊຸກຍູ້ສົ່ງເສີມຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານຊັບສິນທາງປັນຍາ ທີ່ມີສ່ວນຮ່ວມຢ່າງຕັ້ງໜ້າຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທໍາ ໂດຍສະເພາະປີນີ້ ແມ່ນແນໃສ່ການເຜີຍແຜ່ວຽກງານຊັບສິນທາງປັນຍາ ທີ່ປະກອບສ່ວນເຂົ້າໃນການສ້າງເປົ້າໝາຍພັດທະນາແບບຍືນຍົງ ແລະ ສີຂຽວ ໃຫ້ແກ່ສາທາລະນະຊົນໃນວົງກວ້າງ ລວມທັງຜູ້ປະກອບການ ເພື່ອໃຫ້ເຫັນເຖິງຄວາມສໍາຄັນຂອງການນໍາໃຊ້ຊັບສິນທາງປັນຍາ ໃນການປະກອບສ່ວນສ້າງມູນຄ່າເພີ່ມ ແລະ ຄວາມສາມາດແຂ່ງຂັນໃຫ້ແກ່ທຸລະກິດ, ສະຖາບັນການຄົ້ນຄ້ວາ ແລະ ສະຖາບັນການສຶກສາ ໃນການສົ່ງເສີມການຄົ້ນຄວ້າ ແລະ ການສ້າງນະວັດຕະກຳ.

ຍ້ອນເຫັນໄດ້ເຖິງຄວາມສຳຄັນຂອງຊັບສິນທາງປັນຍາ, ປັດຈຸບັນ ຢູ່ ສປປ ລາວ ໄດ້ມີການຈົດທະບຽນເຄື່ອງໝາຍການຄ້າ ຈໍານວນ 63.258 ເຄື່ອງໝາຍ, ສິດທິບັດ 953 ສິດທິບັດ ແລະ ແບບອຸດສາຫະກໍາ ຈໍານວນ 649 ແບບ. ພ້ອມກັນນັ້ນ, ກົມຊັບສິນທາງປັນຍາ ກໍໄດ້ດຳເນີນໂຄງການສົ່ງເສີມຊັບສິນທາງປັນຍາ ໃຫ້ແກ່ຜູ້ປະກອບການ MSME ແລະ ODOP ໃນການສ້າງຍີ່ຫໍ້ ແລະ ຈົດທະບຽນເຄື່ອງໝາຍການຄ້າ, ເຊິ່ງໂຄງການດັ່ງກ່າວ ແມ່ນເນັ້ນຊ່ວຍຜູ້ປະກອບການຈາກທີ່ບໍ່ເຄີຍມີຍີ່ຫໍ້ ໃຫ້ມີຍີ່ຫໍ້ ແລະ ຜູ້ທີ່ມີແລ້ວໄດ້ປັບປຸງຍີ່ຫໍ້ໃຫ້ດີຂຶ້ນ, ມີພາບລັກທີ່ດີຂຶ້ນ, ມີກົນລະຍຸດທິດທາງແບຣນທີ່ຊັດເຈນຂຶ້ນ, ຮູ້ຈຸດຢືນ, ຮູ້ຈຸດເດັ່ນຂອງຕົນ.

ອີກດ້ານໜຶ່ງ ເພື່ອໃຫ້ສອດຄ່ອງກັບ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ແຜນອຸດສາຫະກຳປຸງແຕ່ງ ແລະ ການຄ້າ ຈົນເຖິງປີ 2025 ແລະ ວິໄສທັດ ປີ 2030, ແຜນພັດທະນາວຽກງານຊັບສິນທາງປັນຍາ ຍັງໄດ້ກຳນົດເປົ້າໝາຍ ແລະ ຕົວຊີ້ວັດ ເພື່ອເຮັດໃຫ້ນັກຄົ້ນຄວ້າ-ວິໄຈ, ນັກສຶກສາ ສາມາດເຂົ້າເຖິງຂໍ້ມູນຊັບສິນທາງປັນຍາ ເພື່ອສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກຳ ຢູ່ມະຫາວິທະຍາໄລ ໃນຂອບເຂດທົ່ວປະເທດ.

ໂອກາດນີ້, ທ່ານ ພຸດທະວັນ ນັນທະວົງ ແລະ ທ່ານ ຮສ ປອ ເດຊານຸລາດ ແສນດວງເດດ ກໍໄດ້ໃຫ້ກຽດຂຶ້ນຕັດແຖບຜ້າ ເພື່ອເປີດງານຢ່າງເປັນທາງ. ພ້ອມນັ້ນ, ຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນຍ່າງເພື່ອສຸຂະພາບ ເພື່ອສະເຫຼີມສະຫຼອງໃນວັນດັ່ງກ່າວ ແລະ ຢ້ຽມຊົມບູດວາງສະແດງສິນຄ້າຂອງຜູ້ປະກອບການ SMEs ເພື່ອເປັນການສ້າງເຄືອຂ່າຍທາງທຸລະກິດ.

(ຂ່າວ: ແກ້ວ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments