Saturday, July 27, 2024
Homeຂ່າວຕ່າງປະເທດຖືເອົາວຽກງານເດັກນ້ອຍເປັນສໍາຄັນ-ທ່ານ ສີຈິ້ນຜິງ ເອົາໃຈໃສ່ການເຕີບໃຫຍ່ຂອງເດັກນ້ອຍເຍົາວະຊົນ

ຖືເອົາວຽກງານເດັກນ້ອຍເປັນສໍາຄັນ-ທ່ານ ສີຈິ້ນຜິງ ເອົາໃຈໃສ່ການເຕີບໃຫຍ່ຂອງເດັກນ້ອຍເຍົາວະຊົນ

ເດັກນ້ອຍເຍົາວະຊົນເປັນຜູ້ສືບທອດພາລະກິດ ການສ້າງສາປະເທດຊາດໃຫ້ເຂັ້ມແຂງ ກໍຄື ພາລະກິດການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ ຂອງປະຊາຊາດຈີນ ພ້ອມທັງເປັນກໍາລັງຫລັກແຫລ່ງໃນອະນາຄົດ. ນັບແຕ່ໃດມາ, ໃນນາມເປັນເພື່ອນມິດໃຫຍ່ ຂອງເດັກນ້ອຍເຍົາວະຊົນທັງຫລາຍ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ເອົາໃຈໃສ່ການເຕີບໃຫຍ່ຂອງເດັກນ້ອຍເຍົາວະຊົນ ມາໂດຍຕະຫລອດ, ເມື່ອຮອດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ຂອງແຕ່ລະປີ, ເດັກນ້ອຍເຍົາວະຊົນຈີນ ຈະໄດ້ຮັບຄວາມເອົາໃສ່ໃຈ ກໍຄື ຄໍາອວຍພອນຈາກ ທ່ານ ສີຈິ້ນຜິງ ມາໂດຍຕະຫລອດ. ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2024 ທີ່ຈະໝູນວຽນມາເຖິງ, ພວກເຮົາມາທົບທວນຄືນຄວາມປາດຖະໜາຂອງທ່ານ ສີຈິ້ນຜິງ ທີ່ມີຕໍ່ເດັກນ້ອຍເຍົາວະຊົນ.

ທ່ານ ສີຈິ້ນຜິງ ເຄີຍກ່າວວ່າ: “ເດັກນ້ອຍຈີນ ໃນຍຸກໃໝ່ຄວນເປັນ ເດັກນ້ອຍທີ່ມີອຸດົມການ, ມີຄວາມໃຝ່ຝັນ, ມັກຮຽນຮູ້, ມັກອອກແຮງງານ, ຮູ້ບຸນຄຸນ, ຮູ້ເປັນມິດ, ກ້າປະດິດສ້າງ, ກ້າສູ້ຊົນ ແລະ ມີການພັດທະນາຕົນເອງຢ່າງຮອບດ້ານໃນດ້ານຄຸນສົມບັດ, ປັນຍາ, ພາລະ, ສິລະປະ ແລະ ແຮງງານ.” “ທົ່ວສັງຄົມຄວນມີຄວາມເມດຕາປານີ, ມີຄວາມຮັກແພງ, ສຸມຄວາມພະຍາຍາມຮ່ວມກັນເພື່ອໃຫ້ເດັກນ້ອຍເຍົາວະຊົນ ສາມາດເຕີບໃຫຍ່ຢ່າງປອດໃສ ແລະ ສາມາດສໍາຜັດໄດ້ເຖິງຄວາມອົບອຸ່ນ ຂອງວົງຄະນາຍາດສັງຄົມນິຍົມ.” “ທົ່ວສັງຄົມຄວນມີການເຄື່ອນໄຫວ, ຮ່ວມກັນປົກປັກຮັກສາດວງຕາຂອງເດັກນ້ອຍ ໃຫ້ດີ ເພື່ອໃຫ້ເຂົາເຈົ້າມີອະນາຄົດທີ່ສົດໃສ.” “ຂ້າພະເຈົ້າ ໄດ້ເຫັນເຖິງຄວາມຫວັງຂອງປະເທດຊາດ ແລະ ຊົນຊາດຈາກສີໜ້າຂອງພວກຫລານນ້ອຍ.”

ພາຍໃຕ້ຄວາມເອົາໃຈໃສ່ຂອງທ່ານ ເລຂາທິການໃຫຍ່ ສີຈິ້ນຜິງ, ດອກໄມ້ຂອງຊາດພວມເຕີບໃຫຍ່ຂະຫຍາຍຕົວຢ່າງເຂັ້ມແຂງ. “ໄວເດັກເປັນໄລຍະລໍ້າຄ່າທີ່ສຸດໃນຊີວິດຂອງຄົນ, ຄວນເອົາໃຈໃສ່ ການຕັ້ງເປົ້າໝາຍແຫ່ງຊີວິດທີ່ຖືກຕ້ອງໃນໄລຍະນີ້, ສຶກສາອົບຮົມບົ່ມສ້າງ ໃຫ້ມີແນວຄິດທີ່ດີ, ຄຸນສົມບັດທີ່ດີ ແລະ ຄວາມຊິນເຄີຍທີ່ດີ, ໃຫ້ກາຍເປັນເດັກນ້ອຍທີ່ດີຂອງຊາດໃນປັດຈຸບັນ ແລະ ກາຍເປັນຜູ້ສ້າງສາພັດທະນາປະເທດຊາດໃນອະນາຄົດ, ຊີວິດທີ່ດີງາມເປັນຂອງພວກຫລານນ້ອຍ, ຄວາມໃຝ່ຝັນທີ່ສວຍງາມຂອງຈີນ ເປັນຂອງພວກຫລານນ້ອຍ.” ຄໍາອວຍພອນຂອງທ່ານ ເລຂາທິການໃຫຍ່ ສີຈິ້ນຜິງ, ໄດ້ກາຍເປັນທິດຊີ້ນໍາ ໃນການກ້າວເດີນໄປຂ້າງໜ້າ ເພື່ອຄວາມໃຝ່ຝັນຂອງເດັກນ້ອຍເຍົາວະຊົນບັນດາເຜົ່າ ໃນທົ່ວປະເທດຈີນ.

ທີ່ມາ: CMG

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments