Saturday, July 27, 2024
Homeຂ່າວໜ້າໜຶ່ງນວ ຮ່ວມກັບ ກະຊວງ ຖວທ ຈັດຫຼາຍກິດຈະກຳສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ນວ ຮ່ວມກັບ ກະຊວງ ຖວທ ຈັດຫຼາຍກິດຈະກຳສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ຄະນະກໍາມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່-ເດັກ(ຄກມດ) ນະຄອນ ຫຼວງວຽງຈັນ ຮ່ວມກັບ ຄະນະກໍາມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່-ເດັກກະຊວງ ຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຮ່ວມຈັດງານສະ ເຫຼີມສະຫຼອງວັນເດັກນ້ອຍສາກົນ ຕິດພັນກັບຂະບວນການວັນປູກຕົ້ນໄມ້ແຫ່ງຊາດ ວັນຢຸດຕິສູບຢາສາກົນ ແລະ ວັນສິ່ງແວດລ້ອມ ໄດ້ຈັດຂຶ້ນວັນທີ 31 ພຶດສະພາ 2024 ທີ່ ເດີ່ນພະທາດຫຼວງ.

ພິທີດັ່ງກ່າວ, ມີ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ (ຄກມດ) ນະຄອນຫຼວງວຽງຈັນ, ທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການວັດທະນະທຳ-ສັງຄົມ ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ ພ້ອມດ້ວຍ ຮອງລັດຖະມົນຕີ ປະທານ ຄກມດ ກະຊວງ ຫົວໜ້າ ແລະ ຮອງຫົວໜ້າກົມ ຫົວໜ້າພະແນກ ເຈົ້າເມືອງ ສະຫະພັນແມ່ຍິງເມືອງ ພະແນກການ ພະນັກງານລັດຖະກອນ ຄູ -ອາຈານ ນັກຮຽນ ແລະ ປະຊາຊົນເຂົ້າຮ່ວມ.

ທ່ານ ພູວົງ ວົງຄຳຊາວ ໄດ້ກ່າວວ່າ: ການຈັດງານສະເຫຼີມສະຫຼອງວັນເດັກສາກົນປີນີ້ຂຶ້ນພາຍໃຕ້ຄໍາຂັວນ “ສ້າງອະນາຄົດທີ່ຍືນຍົງ ຄືການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ” ຂຶ້ນຢ່າງເປັນທາງການ ໃນການຈັດງານສະເຫຼີມສະຫຼອງໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງການນໍາແຕ່ລະຂັ້ນທີ່ມີຕໍ່ເດັກນ້ອຍ ທີ່ເປັນອານາຄົດຂອງຊາດ ແລະ ອີກດ້ານໜຶ່ງແມ່ນເພື່ອເປັນການໃຫ້ໂອກາດແກ່ເດັກ ໄດ້ສະແດງເຖິງພອນສະຫວັນຄວາມສາມາດກ້າຄິດ ກ້າສະແດງອອກ ພິເສດງານສະເຫຼີມສະ ຫຼອງ ວັນເດັກສາກົນໃນມື້ນີ້ ສຸດທີມີຄວາມໝາຍສໍາຄັນຫຼາຍທີສຸດເນື່ອງຈາກຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ຕິດພັນກັບວັນຢຸດຕິສູບຢາສາກົນ ແລະ ສິ່ງແວດ ລ້ອມໂລກ.

ງານສະເຫຼີມສະຫຼອງວັນເດັກສາກົນໃນປີນີ້ ປະກອບກິດຈະກຳປູກຕົ້ນໄມ້ ບູດໂຄສະ ນາຂໍ້ມູນຕ່າງໆໂດຍພິເສດປະກອບມີກິດຈະກຳຟ້ອນລຳວົງ ເຊິ່ງມີ 3 ຈັງຫວະ (ຈັງ ຫວະເຊີນຊວນ ຈັງ ຫວະສາລະວັນ ຈັງຫວະຕັ່ງຫວາຍ) ເຊິ່ງມີກ້ອນນັກຟ້ອນ ຈາກບັນດາກະຊວງ ພະແນກການ ອົງການທຽບເທົ່າ ນະຄອນຫຼວງ ເມືອງ ຄູອາຈານ ນ້ອງນັກຮຽນ ແລະ ປະຊາຊົນບັນດາເຜົ່າທົ່ວນະຄອນຫຼວງວຽງຈັນ ຈຳນວນ 1.000 ກວ່າຄົນ ເຂົ້າຮ່ວມ ເຊິ່ງເປັນບົດຟ້ອນລໍາວົງທີ່ເປັນເອກະລັກອັນໜຶ່ງຂອງຊາວລາວເຮົາ ທັງເປັນວັດທະນະທໍາລາວທີ່ມີການສືບທອດກັນມາຍາວນານ ເພື່ອສົ່ງເສີມການອະນຸຮັກວັດທະນະທໍາທີ່ເປັນມູນເຊື້ອຂອງລາວ ພ້ອມທັງສ້າງຄວາມສາມັກຄີ ຮັກສາໄດ້ເຖິງຈັງຫວະບົດ “ຟ້ອນລໍາວົງລາວ” ທີ່ຢູ່ຄູ່ຄົນລາວມາຫຼາຍເຊັ່ນຄົນ ເປັນການເອກອ້າງບົດຟ້ອນລໍາວົງລາວອອກສູ່ສາຍຕາສາກົນ ແລະ ພາກພື້ນ.

ເພື່ອບັນລຸເປົ້າໝາຍສະຫັດ ສະວັດດ້ານການພັດທະນາ(MDGs) ນະຄອນຫຼວງວຽງ ຈັນ ໄດ້ສ້າງ ຕັ້ງກົນໄກ ເພື່ອເຄື່ອນໄຫວວຽກງານແມ່ ແລະ ເດັກ ໂດຍເລີ້ມຈາກການປັບປຸງການຈັດຕັ້ງຄະນະກໍາມະ ທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ ນັບແຕ່ຂັ້ນນະຄອນຫຼວງ ເມືອງ ຈົນຮອດຂັ້ນຮາກຖານບ້ານ ເຊິ່ງມີຄະນະກໍາມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ ນະຄອນຫຼວງວຽງຈັນ ເປັນກົນໄກປະສານງານ ແລະ ເຮັດພາລະບົດລະບາດຈັດຕັ້ງປະຕິບັດ ວຽກງານແມ່ ແລະ ເດັກ ເພື່ອຜັນຂະຫຍາຍແຜນດໍາເນີນງານແຫ່ງຊາດກ່ຽວກັບການປ້ອງກັນ ແລະ ລົບລ້າງຄວາມຮຸນແຮງຕໍ່ແມ່ ຍິງ ແລະ ເດັກ ດໍາເນີນໂຄງການ “ ປ້ອງກັນບໍ່ໃຫ້ເກີດຄວາມຮຸນຕໍ່ເດັກ ໃນຄອບຄົວ ໃນຊຸມຊົນ ໃນໂຮງຮຽນ” ຄຽງຄູ່ກັນນັ້ນ ກໍຍັງໄດ້ມີຄວາມເປັນຫ່ວງເປັນໄຍຕໍ່ກັບອານາຄົດຂອງເດັກໂດຍສະເພາະແມ່ນການໃຊ້ສານເສບຕິດ (ການບໍລິໂພກຢາສູບໄຟຟ້າ ຢາສູບຊີຊ້າ) ຢາສູບມີສານເຄມີ 7.000 ກວ່າຊະນິດໃນນັ້ນ ມີສານເຄມີ 3 ຊະນິດທີ່ພາໃຫ້ເປັນພະຍາດ ແລະ ເປັນສາເຫດສໍາຄັນຂອງການເສຍຊີວິດ ການຊົມໃຊ້ຢາສູບເປັນປັດໃຈສ່ຽງທີ່ເຮັດໃຫ້ເກີດພະຍາດຫົວໃຈເສັ້ນເລືອດ ອັກເສບລະບົບຫາຍໃຈ ມະເຮັງ ແລະ ພະຍາດຮ້າຍແຮງຕ່າງໆ ກາຍເປັນຄົນພິການ ແລະ ເຄິ່ງໜຶ່ງ ຂອງຜູ້ສູບຢາເສຍຊີວິດກ່ອນໄວອັນຄວນ ແຕ່ລະປີຄົນລາວເສຍຊີວິດຍ້ອນການຊົມໃຊ້ຢາສູບ 7.000 ຄົນ ຫຼື 19 ຄົນ/ມື້ ຢາສູບ ເປັນສາ ເຫດການຕາຍດ່ຽວອັນດັບ 1 ໃນທົ່ວໂລກ ແຕ່ລະປີມີຜູ້ເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບຫຼາຍກວ່າ 8 ລ້ານຄົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments