Saturday, July 27, 2024
Homeຂ່າວໜ້າໜຶ່ງຄະນະນໍາກະຊວງ ຖວທ ແລະ ກະຊວງ ສທ ລົງສ້າງຂະບວນການສັກວັກຊີນປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ຢູ່ເມືອງອາດສະພັງທອງ ແຂວງສະຫວັນນະເຂດ

ຄະນະນໍາກະຊວງ ຖວທ ແລະ ກະຊວງ ສທ ລົງສ້າງຂະບວນການສັກວັກຊີນປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ຢູ່ເມືອງອາດສະພັງທອງ ແຂວງສະຫວັນນະເຂດ

ວັນທີ 27 ພຶດສະພາ 2024 ນີ້ ທີ່ສຸກສາລາບ້ານຫລຽນໄຊ ເມືອງອາດສະພັງທອງ ແຂວງສະຫັວນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ມີທ່ານ ໂພສີສ້ອຍ ອຸດຕະລາດ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ສະຫວັນນະເຂດ, ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ວິສິດ ຄໍາລືຊາ ຫົວນ້າສູນສະຖີຕິ ແລະ ຂ່າວສານກະຊວງສາທາລະນະສຸກ ພ້ອມດ້ວຍຕາງໜ້າທຸກພາກສ່ວນຕະຫລອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ, ອົງການພັນທະມິດ ເພື່ອວັກຊີນ ແລະ ການສັກຢາປ້ອງກັນ ໃນທົ່ວໂລກ ຫລື GAVI, ລັດຖະບານປະເທດອົດສະຕຣາລີ, ອົງການຢູນິເຊັບ ແລະ ອົງການອະນາໄມໂລກ.

ດຣ ໄພທູນ ສີດາວົງ ຮອງຫົວໜ້າຫ້ອງການສາທາລະນະສຸກ ເມືອງອາດສະພັງທອງ ແຂວງສະຫວັນນະເຂດໄດ້ກ່າວວ່າ: ຂະບວນການສັກວັກຊິນໝາກແດງໃຫຍ່ ແລະ ໝາກແດງນ້ອຍແມ່ນຈະແນ່ໃສ່ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ, ເຮັດໃຫ້ເດັກນ້ອນມີສຸຂະພາບແຂງແຮງ ມີພູມຕ້ານທານທີ່ດີຕໍ່ກັບຄວາມສ່ຽງຈາກພະຍາດທີ່ອາດຈະເກີດຂື້ນ.

ການສັກຢາວັກຊີນມີບົດບາດສໍາຄັນໃນການຕໍ່ສູ້ກັບພະຍາດຄຸກຄາມທີ່ຮ້າຍແຮງທີ່ເກີດຈາກ ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ”  ວັກຊີນປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ແມ່ນມີໃຫ້ໂດຍບໍ່ເສຍຄ່າຢູ່ທີ່ສູນສາທາລະນະສຸກທຸກແຫ່ງ, ຂະບວນການສັກວັກຊີນແມ່ນນຳໂດຍກະຊວງສາທາລະນະ ສຸກ ແຫ່ງ ສປປ ລາວ ຮ່ວມກັບ ອົງການພັນທະມິດ ເພື່ອວັກຊີນ ແລະ ການສັກຢາປ້ອງກັນ ໃນທົ່ວໂລກ ຫຼື GAVI , ລັດຖະບານ ປະເທດອົດສະຕຣາລີ, ອົງການຢູນິເຊັບ ແລະ ອົງການອະນາໄມໂລກ, ມີຈຸດປະສົງໃນການຊ່ວຍສະກັດກັ້ນການແຜ່ບລະບາດຂອງພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ໂດຍສະເພາະໃນປະຈຸບັນເຫັນໄດ້ວ່າມີການເພິ່ມຂື້ນຂອງກໍລະນີຂອງພະຍາດທັງສອງໃນທົ່ວໂລກ, ເນື່ອງຈາກມີ ອັດຕາການສັກຢາກັນພະຍາດຕ່ຳລົງໃນກຸ່ມເດັກນ້ອຍ, 15 ເມືອງໃນແຂວງສະຫວັນນະເຂດ, ການໄດ້ຮັບວັກຊີນປ້ອງກັນພະຍາດໝາກແດງໃຫຍ່ ແລະ ພະຍາດໝາກແດງນ້ອຍ ໃນປະລິມານທີ່ພຽງພໍສຳລັບເດັກທຸກຄົນທີ່ອາຍຸຕ່ຳກວ່າ 5 ປີ

ໃນໂອກາດເຂົ້າຮ່ວມຂະບວນການ ການບໍລິການສັກວັກຊີນປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ທີ່ບ້ານຫລຽນໄຊ, ເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດ ໃນຄັ້ງນີ້ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວຊົມເຊີຍການນໍາພາຂອງກະຊວງສາທາລະນະສຸກ ແລະ ຄວາມພະຍາຍາມອັນບໍ່ອິດເມື່ອຍຂອງພະນັກງານສາທາລະນະສຸກ ທີ່ເປັນຕົວເຊື່ອມອັນສຳຄັນໃນການສະໜອງວັກຊີນໃນຂອບເຂດທົ່ວປະເທດ, ຕັ້ງແຕ່ໃຈກາງເມືອງເຖິງເຂດຫ່າງໄກສອກຫຼີກ ແລະ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແມ່ນໄດ້ປະກອບສ່ວນຢ່າງເຂັ້ມແຂວງໃນການໂຄສະນາໃຫ້ຄວາມຮູ້ ແກ່ຊຸ່ມຊົນກ່ຽວກັບຜົນດີຂອງການສັກວັກຊີນປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ຜ່ານຫລາຍຊ່ອງທາງ ເປັນຕົ້ນ: ທາງວິທະຍຸ, ໂທລະພາບ, ຫນັງສືພິມ, ສື່ສັງຄົມອອນລາຍ ແລະ ລະບົບໂທລະໂຄ່ງຊຸມຊົນ.

ສື່ມວນຊົນມີຄວາມສາມາດໃນການເຂົ້າເຖິງຊຸມຊົນຢ່າງກວ້າງຂວາງ ແລະ ຫຼາກຫຼາຍດ້ວຍຂໍ້ຄວາມທີ່ເຂົ້າໃຈງ່າຍ ທີ່ຈະສົ່ງຜົນສະທ້ອນທາງບວກໃຫ້ແກ່ສຸຂະພາບຂອງແມ່ ແລະເດັກ ແລະ ເຮັດໃຫ້ຄອບຄົວມີຂໍ້ມູນໃນການຕັດສິນໃຈ ກ່ຽວກັບການສັກຢາວັກຊີນໃຫ້ລູກຂອງເຂົາເຈົ້າ, ພ້ອມດຽວກັນນີ້ ອົງການຢູນິເຊັບປະຈໍາລາວຢືນຢັນຄືນຄວາມໝາຍໝັ້ນອັນບໍ່ປ່ຽນແປງໃນການຂອງອົງການຢູນິເຊັບ ຕໍ່ກັບສຸຂະພາບຂອງເດັກນ້ອຍລາວ ແລະ ການຂະຫຍາຍການເຂົ້າເຖິງການສັກຢາປ້ອງກັນຊີວິດ, ສື່ມວນຊົນລາວໄດ້ຊ່ວຍປຸກລະດົມ ພໍ່ແມ່ຜູ້ປົກຄອງເດັກ ເພື່ອຮັບປະກັນວ່າຈະບໍ່ມີເດັກນ້ອຍໄດ້ຮັບການປ້ອງກັນສຸຂະພາບ.

ຂະບວນການສັກວັກຊີນຄັ້ງນີ້ພາຍໃນເມືອງຕັ້ງເປົ້າໃຫ້ໄດ້ 3 ພັນກວ່າຄົນ, ຊຶ່ງເລີ່ມ ແຕ່ວັນທີ 20-26 ພຶດສະພາ ສາມາດສັກວັກຊີນໃຫ້ເດັກນ້ອຍຕໍ່າກວ່າ 5 ປີ ລົງມາ ໄດ້ 2. 800 ກວ່າຄົນປະມານ 71,35% , ດັ່ງນັ້ນເພື່ອບັນລຸເປົ້າໝາຍຜູ້ເປັນປົກຄອງຕ້ອງໄດ້ປະກອບສ່ວນພາລູກຫລາຍ/ນຂອງທ່ານ ທີ່ມີ ອາຍຸ 9 ເດືອນ ເຖິງ 5 ປີ ໃຫ້ໄດ້ນັບວັກຊີນປ້ອງກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍໃຫ້ບັນລຸເປົ້າໝາຍ ທັງເປັນການຮັກສາສຸຂະພາບຂອງລູກຫລານທ່ານອີກດ້ວຍ​.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments