Saturday, July 27, 2024
Homeຂ່າວພາຍໃນໂຮງໝໍມິດຕະພາບ ໄດ້ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດເພື່ອປິ່ນປົວພະຍາດມະເຮັງ

ໂຮງໝໍມິດຕະພາບ ໄດ້ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດເພື່ອປິ່ນປົວພະຍາດມະເຮັງ

ອົງການ ເຊ ເຊ ແອລ ແລະ ໂຄງການຕ້ານມະເຮັງຂອງແມ່ຍິງລາວ ມອບອຸປະກອນການແພດໃຫ້ແກ່ໂຮງໝໍມິດຕະພາບ ໃນວັນທີ 27 ພຶດສະພາ ທີ່ໂຮງໝໍມິດຕະພາບ ເປັນກຽດກ່າວມອບໂດຍທ່ານ ນາງ ເວໂຣນິກ ໂອລີເອ (Véronique OLLIER) ຊ່ຽວ ຊານພະຍາດຍິງໂຮງໝໍລີອົງ (Lyon) ປະເທດຝຣັ່ງ ທັງເປັນຫົວໜ້າໂຄງການຕ້ານມະເຮັງຂອງແມ່ຍິງລາວ ກ່າວຮັບໂດຍ ທ່ານ ສອນໄຊ ລາດຊະວົງ ຜູ້ອຳນວຍການໂຮງ ໝໍມິດຕະພາບ ມີບັນດາຄະນະອຳນວຍການໂຮງໝໍມິດຕະພາບ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.

ການຊ່ວຍເຫຼືອອຸປະກອນການແພດໃນຄັ້ງນີ້ແມ່ນເພື່ອສ້າງຄວາມເຂັ້ມແຂງທາງດ້ານການປິ່ນປົວພະຍາດມະເຮັງຂອງແມ່ຍິງລາວ ເພີ່ມການບໍລິການໃຫ້ມີຄຸນນະ ພາບ ແລະ ພັດທະນາການເຂົ້າເຖິງການບໍລິການຢູ່ຂັ້ນໂຮງໝໍສູນກາງໃຫ້ແກ່ປະຊາ ຊົນ ອຸປະກອນທີ່ນໍາມາຊ່ວຍເຫຼືອຄັ້ງນີ້ປະກອບມີ: Colposcope 1 ເຄື່ອງ Pincesbiopsie 2 ອັນ Anse Diathermique 10 ອັນ Microscope 1 ເຄື່ອງ Speculums pour LEEP avec aspiration ມີອຸປະກອນອໍານວຍຄວາມສະດວກຕ່າງໆສໍາລັບກວດ Pap Smear ແລະ ເຮັດ colpos ແລະ ອື່ນໆ ລວມມູນຄ່າທັງ ໝົດ 13.905 ເອີໂຣ.

ໂອກາດນີ້ ທ່ານ ສອນໄຊ ລາດຊະວົງ ໄດ້ມອບໃບຍ້ອງຍໍໃຫ້ ທ່ານ ນາງ ເວໂຣນິກ ໂອລີເອ ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ທ່ານນາງ ເວໂຣນິກ ໂອລີເອ ພ້ອມຄະນະທີ່ໄດ້ນຳອຸປະກອນການແພດມາມອບໃຫ້ໂຮງໝໍມິດຕະພາບ ເຊິ່ງການຊ່ວຍ ເຫຼືອຄັ້ງນີ້ເປັນການປະກອບສ່ວນສຳຄັນເຂົ້າໃນການກວດ ແລະ ປິ່ນປົວຄົນເຈັບໃຫ້ມີຄຸນນະພາບສູງຂຶ້ນ ພ້ອມທັງຢືນຢັນວ່າຈະນໍາໃຊ້ອຸປະກອນດັ່ງກ່າວໃຫ້ເກີດປະ ໂຫຍດສູງສຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments