Saturday, July 27, 2024
Homeຂ່າວໜ້າໜຶ່ງທົ່ວເມືອງອາດສະພັງທອງແຂວງ ສະຫວັນນະເຂດສາມາດສັກວັກຊິນປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍໃຫ້ແກ່ເດກັນ້ອຍໃນກຸ່ມເປົ້າໝາຍ ບັນລຸແລ້ວຫລາຍກວ່າ 71 ສ່ວນ ຮ້ອຍ

ທົ່ວເມືອງອາດສະພັງທອງແຂວງ ສະຫວັນນະເຂດສາມາດສັກວັກຊິນປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍໃຫ້ແກ່ເດກັນ້ອຍໃນກຸ່ມເປົ້າໝາຍ ບັນລຸແລ້ວຫລາຍກວ່າ 71 ສ່ວນ ຮ້ອຍ


ແຂວງ ສະຫວັນນະເຂດ, 27 ພຶດສະພາ – ບໍ່ດົນຜ່ານມານີ້, ລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ, ໄດ້ລິເລີ່ມ ຂະບວນການຮັບວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ທົ່ວປະເທດ ຢ່າງເປັນທາງກາງ ທີ່ ນະຄອນຫຼວງວຽງຈັນ, ເຊິ່ງຂະບວນການດັ່ງກ່າວ ແມ່ນຈະແນ່ໃສ່ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ ແລະ ຈະໃຫ້ການປ້ອງກັນແກ່ເດັກນ້ອຍຈຳນວນຫຼາຍກ່ວາເຄິ່ງລ້ານຄົນ ຈາກພະຍາດທັງສອງ.
ຂະບວນການສັກວັກຊີນກັນພະຍາດໝາແດງໃຫຍ່ ແລະ ໝາກແດງນ້ອຍ ນີ້ແມ່ນນຳໂດຍ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ຮ່ວມກັບ ອົງການພັນທະມິດ ເພື່ອວັກຊີນ ແລະ ການສັກຢາປ້ອງກັນ ໃນທົ່ວໂລກ ຫລື GAVI , ລັດຖະບານ ປະເທດອົດສະຕຣາລີ, ອົງການຢູນິເຊັບ ແລະ ອົງການອະນາໄມໂລກ, ມີຈຸດປະສົງໃນການຊ່ວຍສະກັດກັ້ນການແຜ່ບລະບາດຂອງພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ໂດຍສະເພາະໃນປະຈຸບັນເຫັນໄດ້ວ່າມີການເພິ່ມຂື້ນຂອງກໍລະນີຂອງພະຍາດທັງສອງໃນທົ່ວໂລກເນື່ອງຈາກມີ ອັດຕາການສັກຢາກັນພະຍາດຕ່ຳລົງໃນກຸ່ມເດັກນ້ອຍ.

15 ເມືອງໃນແຂວງສະຫວັນນະເຂດ, ໄດ້ຮັບວັກຊີນປ້ອງກັນພະຍາດໝາກແດງໃຫຍ່ ແລະ ພະຍາດໝາກແດງນ້ອຍ ໃນປະລິມານທີ່ພຽງພໍສຳລັບເດັກທຸກຄົນທີ່ອາຍຸຕ່ຳກວ່າ 5 ປີ.
ໃນໂອກາດ ການເຂົ້າຮ່ວມຂະບວນການ ການບໍລິການສັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ທີ່ ບ້ານຫລຽນໄຊ, ເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດ ໃນວັນທີ 27 ພຶດສະພາ 2024 ດຣ ໄພທູນ ສີດາວົງ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ອາດສະພັງທອງ, ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບຂະບວນການສັກວັກຊີນກັນພະຍາດໝາແດງໃຫຍ່ ແລະ ໝາກແດງນ້ອຍໃນຄັ້ງນີ້ວ່າ: ສໍາລັບຂະບວນການສັກວັກຊິນປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍຢູ່ພາຍໃນເມືອງອາດສະພັງທອງໄດ້ກະກຽມມາແຕ່ວັນທີ 8 ພຶດສະພາຈົນເຖິງວັນທີ 20 ພຶດສະພາຈຶ່ງເລີ່ມຈັດຕັ້ງປະຕິບັດເຄື່ອນໄຫວໃນການສັກຢາ ໂດຍໄດ້ແບ່ງໜ່ວຍງານພະນັກງານແພດໝໍທີ່ຮັບຜິດຊອບປະຈໍາຢູ່ແຕ່ລະຈຸດສັກ ລວມທັງໜ່ວຍເຄື່ອນທີ່, ເຊຶ່ງທົ່ວເມືອງໄດ້ແບ່ງຈຸດສັກຢາອອກທັງໝົດ 97 ຈຸດສັກຢາໃນນີ້ ຈຸດໂຮງຮຽນອະນຸບານ 29 ຈຸດ, ຈໍານວນ 41 ບ້ານ, ໂດຍແນໃສ່ເດັກນ້ອຍອາຍຸນັບແຕ່ 9 ເດືອນຫາ 19 ເດືອນ ຫລື ອາຍຸແຕ່ 9 ເດືອນຫາ ເດັກລຸ່ມ 5 ປີ ແລະ ຜ່ານການຈັດຕັ້ງປະຕິບັດເຫັນວ່າພໍ່ແມ່ຜູ້ປົກຄອງເດັກໄດ້ໃຫ້ຄວາມສົນໃຈ ແລະ ນໍາເອົາລູກຫລານຂອງຕົນໄປສັກວັກຊິນປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍຢ່າງເປັນຂະບວນຟົດຟື້ນ ແລະ ໄດ້ເນັ້ນໜັກເຖິງເວລາອັນ ແລະ ຄວາມຈຳເປັນທີ່ສຳຄັນຂອງຂະບວນການນີ້.


ທ່ານ ໂພສີສ້ອຍ ອຸດຕະລາດ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ສະຫວັນນະເຂດ, ໄດ້ກ່າວວ່າ: “ຂະບວນກາສັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ຄັ້ງນີ້ ຖືເປັນເວລາສຳຄັນໃນຄວາມມຸ່ງໝັ້ນອັນບໍ່ຢຸດຢັ້ງຂອງພວກເຮົາທີ່ຈະປົກປ້ອງສຸຂະພາບຂອງລູກຫຼານຂອງພວກເຮົາ. ການສັກຢາວັກຊີນມີບົດບາດສໍາຄັນໃນການຕໍ່ສູ້ກັບພະຍາດຄຸກຄາມທີ່ຮ້າຍແຮງທີ່ເກີດຈາກ ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ” ວັກຊີນປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ແມ່ນມີໃຫ້ໂດຍບໍ່ເສຍຄ່າຢູ່ທີ່ສູນສາທາລະນະສຸກທຸກແຫ່ງ.
ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: “ຂ້າພະເຈົ້າຂໍຊົມເຊີຍການນໍາພາຂອງກະຊວງສາທາລະນະສຸກ ແລະ ຄວາມພະຍາຍາມອັນບໍ່ອິດເມື່ອຍຂອງພະນັກງານສາທາລະນະສຸກທີ່ເປັນຕົວເຊື່ອມອັນສຳຄັນໃນການສະໜອງວັກຊີນໃນຂອບເຂດທົ່ວປະເທດ, ຕັ້ງແຕ່ໃຈກາງເມືອງເຖິງເຂດຫ່າງໄກສອກຫຼີກ ແລະ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແມ່ນໄດ້ປະກອບສ່ວນຢ່າງເຂັ້ມແຂວງໃນການໂຄສະນາໃຫ້ຄວາມຮູ້ແກ່ຊຸ່ມຊົນກ່ຽວກັບຜົນດີຂອງການສັກວັກຊີນປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍຜ່ານຫລາຍຊ່ອງທາງ ເປັນຕົ້ນ: ທາງວິທະຍຸ, ໂທລະ ພາບ, ຫນັງສືພິມ, ສື່ສັງຄົມອອນລາຍ ແລະ ລະບົບໂທລະໂຄ່ງຊຸມຊົນ.ເມື່ອຍຂອງພະນັກງານສາທາລະນະສຸກທີ່ເປັນຕົວເຊື່ອມອັນສຳຄັນໃນການສະໜອງວັກຊີນ ໃນຂອບເຂດທົ່ວປະເທດ, ຕັ້ງແຕ່ໃຈກາງເມືອງເຖິງເຂດຫ່າງໄກສອກຫຼີກ.


ທ່ານ ໂພສີ ແກ້ວມະນີວົງ ໄດ້ກ່າວຕື່ມວ່າ: “ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແມ່ນໄດ້ປະກອບສ່ວນຢ່າງເຂັ້ມແຂວງ ໃນການໂຄສະນາ ໃຫ້ຄວາມຮູ້ ແກ່ຊຸ່ມຊົນ ກ່ຽວກັບຜົນດີ ຂອງການສັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ຜ່ານ ວິທະຍຸ, ໂທລະພາບ, ຫນັງສືພິມ, ສື່ສັງຄົມ ອອນລາຍ ແລະ ລະບົບໂທລະໂຄ່ງຊຸມຊົນ. ສື່ມວນຊົນມີຄວາມສາມາດໃນການເຂົ້າເຖິງຊຸມຊົນຢ່າງກວ້າງຂວາງ ແລະ ຫຼາກຫຼາຍດ້ວຍຂໍ້ຄວາມທີ່ເຂົ້າໃຈງ່າຍ ທີ່ຈະສົ່ງຜົນສະທ້ອນທາງບວກ ໃຫ້ແກ່ສຸຂະພາບຂອງແມ່ແລະເດັກ ແລະ ເຮັດໃຫ ຄອບຄົວມີຂໍ້ມູນໃນການຕັດສິນໃຈ ກ່ຽວກັບການສັກຢາວັກຊີນໃຫ້ລູກຂອງເຂົາເຈົ້າ.”
ໃນໄລຍະການເປີດຕົວ ຂະບວນການ ການສັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 17 ພຶດສະພາ 2024 ຜ່ານມາ, ທ່ານ ນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈໍາ ສປປ ລາວ ກໍ່ໄດ້ຢືນຢັນຄືນຄວາມໝາຍໝັ້ນອັນບໍ່ປ່ຽນແປງໃນການຂອງອົງການຢູນິເຊັບ ຕໍ່ກັບສຸຂະພາບຂອງເດັກນ້ອຍລາວ ແລະ ການຂະຫຍາຍການເຂົ້າເຖິງການສັກຢາປ້ອງກັນຊີວິດ.


“ໃນເວລານີ້, ໃນຂະນະທີ່ພວກເຮົາປະເຊີນຫນ້າກັບການກັບມາຂອງພະຍາດທີ່ພວກເຮົາເຄີຍປະເຊີນ, ຄໍາຫມັ້ນສັນຍາຮ່ວມກັນຂອງພວກເຮົາ ເພື່ອສຸຂະພາບລະດັບໂລກ ໂດຍຜ່ານການຮ່ວມມື ແລະ ຄວາມເຊື່ອເຫມັ້ນໃນວິທະຍາສາດມີຄວາມສໍາຄັນຫຼາຍຂື້ນແບບບໍ່ເຄີຍມີມາກ່ອນ.
ທ່ານໄດ້ເຫນັ້ນຫນັກ ເຖິງ ບົດບາດ ແລະ ຄວາມພະຍາຍາມຂອງສື່ມວນຊົນຕ່າງໆໃນການປູກຈິດສໍານຶກກ່ຽວກັບຂະບວນການທີ່ສໍາຄັນນີ້ ວ່າ “ສື່ມວນຊົນລາວ ແມ່ນໄດ້ຊ່ວຍປຸກລະດົມພໍ່ແມ່ຜູ້ປົກຄອງ ແລະ ຜູ້ເບິ່ງແຍງ, ເພື່ອຮັບປະກັນວ່າຈະບໍ່ມີເດັກນ້ອຍຖືກປະຖິ້ມໄວ້ໂດຍບໍ່ມີການປົກປ້ອງ.”
ວັກຊີນທັງໝົດໃນ ສປປ ລາວ ໄດ້ຮັບການອະນຸມັດຈາກອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ແລະ ໄດ້ຮັບການຢັ້ງຢືນວ່າປອດໄພ ແລະ ມີປະສິດທິພາບໃນການປົກປ້ອງເດັກນ້ອຍຈາກພະຍາດຮ້າຍແຮງ ແລະ ພະຍາດທີ່ອັນຕະລາຍເຖິງຊີວິດ.


— END —
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ http://www.unicef.org/laos
ຕິດຕາມອົງການຢູນິເຊັບໃນ Facebook, Twitter, YouTube ແລະທີ່ www.unicef.org
http://www.unicef.org/laos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments