Saturday, July 27, 2024
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້້າຢ້ຽມຂໍ່ານັບຮອງປະທານທະນາຄານໂລກ ປະຈໍາພາກພື້ນອາຊີ ແລະ ປາຊີຟິກ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້້າຢ້ຽມຂໍ່ານັບຮອງປະທານທະນາຄານໂລກ ປະຈໍາພາກພື້ນອາຊີ ແລະ ປາຊີຟິກ

ໃນຕອນບ່າຍວັນທີ 23 ພຶດສະພາ 2024, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Manuela V. Ferro, ຮອງປະທານ ຫ້ອງ ທະນາຄານໂລກ ປະຈໍາ ພາກພື້ນອາຊີ ແລະ ປາຊີຟິກ. ຈຸດປະສົງ ຂອງການມາຢ້ຽມຢາມໃນຄັ້ງນີ້ ເພື່ອປຶກສາຫາລືແນວທາງການສະໜັບສະ ໜູນ ສປປ ລາວ ໃນໄລຍະການເປັນປະທານອາຊຽນ 2024, ລວມທັງການໃຫ້ຄຳແນະນຳ ກ່ຽວກັບ ການປະຕິຮູບເສດຖະກິດ – ການເງິນ ແລະ ບັນຫາອື່ນໆ ທີ່ຕິດພັນກັບໂຄງການຮ່ວມມືຂອງທະນາຄານໂລກ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມ ຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ກັບການມາຢ້ຽມຢາມ ສປປ ລາວ ຄັ້ງທໍາອິດໃນປີ ຂອງທ່ານ ນ. Manuela V. Ferro ແລະ ກ່າວສະແດງຄວາມຂອບໃຈ ຕໍ່ທະນາຄານໂລກ ທີ່ໄດ້ໃຫ້ການຮ່ວມມື ແລະ ປະກອບສ່ວນສຳຄັນ ເຂົ້າໃນການແກ້ໄຂບັນຫາ ຄວາມ ຫຍຸ້ງຍາກທາງດ້ານເສດຖະກິດຂອງ ສປປ ລາວ ໃນໄລຍະ 60 ປີທີ່ຜ່ານມາ. ພ້ອມນີ້, ກໍໄດ້ຍົກໃຫ້ເຫັນວິໄສທັດ ແລະ ວຽກງານບູລິມະສິດຂອງ ສປປ ລາວ ກໍ່ຄື: ເພີ່ມທະວີການເຊື່ມໂຍງ-ເຊື່ອມຈອດ ໂດຍການຫັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ເປັນປະເທດເຊື່ອມຈອດໃນພາກພື້ນ ແລະ ສາກົນ ລວມທັງຂະແໜງ ການທີ່ ສປປ ລາວ ຕ້ອງການການສະໜັບສະໜູນຈາກທະນາຄານໂລກ ເປັນຕົ້ນ: ການບອນເຄຼດິດ, ເສດຖະກິດດິຈິຕອນ ແລະ ພະລັງງານສະອາດ ແລະ ອື່ນໆ. ບົນຈິດໃຈດັ່ງກ່າວ, ທ່ານ ນ. Manuela V. Ferro ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຢືນຢັນວ່າ ທະນາ ຄານໂລກ ຈະສືບ ຕໍ່ໃຫ້ ການຮ່ວມມືຢ່າງໃກ້ຊິດ ລວມທັງການສະຫນັບສະຫນູນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ຂໍ້ສະເໜີຂອງຝ່າຍລາວທີ່ໄດ້ຍົກຂຶ້ນນັ້ນ.

ໃນຕອນທ້າຍ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວອວຍ ພອນ ທ່ານ ນ. Manuela V. Ferro ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຫວັງຢ່າງຍິ່ງວ່າ ທະນາຄານ ໂລກ ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າຕື່ມອີກ. ພ້ອມດຽວກັນ, ກໍ່ໄດ້ກ່າວເຊື້ອເຊີນໃຫ້ທ່ານ ຮອງປະທານຫ້ອງການທະນາຄານ ກັບຄືນມາຢາມ ສປປ ລາວ ໃນໂອກາດໜ້າ ແລະ ຝາກຄວາມຢື້ຢາມຖາມຂ່າວເຖິງທ່ານ ປະທານທະນາຄານໂລກ ແລະ ເຊື້ອເຊີນໃຫ້ມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ 2024 ໃນເດືອນຕຸລານີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments