Saturday, July 27, 2024
Homeຂ່າວຕ່າງປະເທດງານມະໂຫລານປັນຍາປະດິດ ຈີນ 2024

ງານມະໂຫລານປັນຍາປະດິດ ຈີນ 2024

ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້ວ່າ: ພິທີເປີດງານມະໂຫລານປັນຍາປະດິດ ຈີນ 2024 ທີ່ຮ່ວມຈັດຂຶ້ນໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG, ຫ້ອງການຂໍ້ມູນຂ່າວສານອິນເຕີເນັດສູນກາງ ແລະ ອົງການປົກຄອງແຂວງກວາງຕຸ້ງ ຈີນ ໄດ້ຈັດຂຶ້ນຢູ່ນະຄອນເຊີ່ນເຈີ້ນ ແຂວງກວາງຕຸ້ງ. ເຂົ້າຮ່ວມພິທີເປີດໂດຍ ທ່ານ ເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົບສູນກາງພັກກອມມູນິດຈີນ ຜູ້ອໍານວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ.

ໃນພິທີເປີດໄດ້ລວບລວມເອົາຜົນງານຫຼ້າສຸດດ້ານການນໍາໃຊ້ປັນຍາປະດິດ ຫຼື AI ໃນຫຼາຍຂົງເຂດ, ສະແດງໃຫ້ເຫັນເຖິງ AI ໄດ້ກາຍເປັນພະລັງແຮງຂັບເຄື່ອນອັນສໍາຄັນຕໍ່ການພັດທະນາກໍາລັງການຜະລິດທີ່ມີຄຸນນະພາບໃໝ່ຈາກຫຼາຍດ້ານ ເຊັ່ນ: AI ສົ່ງຜົນດີຕໍ່ການສືບທອດ ແລະ ປະດິດສ້າງໃໝ່ດ້ານວັດທະນະທໍາ, ສ້າງຫຸ່ນ AI, AI ເພີ່ມພະລັງແຮງເຂົ້າໃນວັດທະນະທໍາຕົວເມືອງ, AI ຊຸກຍູ້ການຍົກລະດັບຂອງຂະແໜງການພາບ, ສຽງ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments