Saturday, July 27, 2024
Homeທຸລະກິດເປີດສູນລວມລົດໄຟຟ້າຄົບວົງຈອນ ໂອຊຽນ ໂອໂຕລາວ

ເປີດສູນລວມລົດໄຟຟ້າຄົບວົງຈອນ ໂອຊຽນ ໂອໂຕລາວ

ບໍລິສັດ ໂອຊຽນ ໂອໂຕລາວ ເປີດສູນລວມລົດໄຟຟ້າຄົບວົງຈອນ ຢ່າງເປັນທາງການ ໃນວັນທີ 21 ພຶດສະພາ ຜ່ານມາ ທີ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມ ຂອງທ່ານ ຄໍາແສນ ສີສະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ ບຸນເລີດ ຄຸນທະວົງ ປະທານບໍລິສັດເມືອງລາວພັດທະນາ, ຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ, ທ່ານ ພອນຈະເລີນ ຈັນທະພາ ປະທານ ບໍລິສັດໂອຊຽນ ໂອໂຕລາວ ພ້ອມດ້ວຍບັນດາແຂກຖືກເຊີນ.

ໃນພິທີ, ທ່ານ ພອນຈະເລີນ ຈັນທະພາ ກ່າວວ່າ: ສປປ ລາວ ແມ່ນປະເທດໜຶ່ງ ທີ່ສັງຄົມໃຫ້ຄວາມສົນໃຈ ແລະ ຕ້ອງການຊົມໃຊ້ລົດໄຟຟ້າ ເປັນຈໍານວນຫຼາຍຂຶ້ນ ຊຶ່ງຈຸດປະສົງກໍເພື່ອຮັກສາສິ່ງແວດ ລ້ອມ. ໃນຕໍ່ໜ້າ ບໍລິສັດ ຍັງຈະໄດ້ເປີດຫ້ອງຂາຍຫຼາຍໆແຫ່ງ ແລະ ຈະເພີ່ມສູນບໍລິການຫຼັງການຂາຍໃຫ້ກັບລູກຄ້າຢ່າງເຕັມຮູບແບບ. ລົດທີ່ນໍາມາບໍລິການລູກຄ້າທຸກໆຮຸ່ນ ໃນສູນລວມແຫ່ງນີ້, ແມ່ນຮັບປະກັນຫຼັງການຂາຍ ເປັນເວລາ 5 ປີ ພ້ອມອຸປະກອນສາກ, ຖ້າຫາກວ່າລູກຄ້າອອກລົດໃໝ່ຮັບໄອໂຟນ 15 ໂປແມັກ ພ້ອມຮັບບັດແບັດເຕີລີສາກ.

ໂອກາດນີ້, ທ່ານ ຄໍາແສນ ສີສະວົງ ກ່າວວ່າ: ຂ້າພະເຈົ້າມີຄວາມດີໃຈຫຼາຍ ທີ່ເຫັນຄົນຮຸ່ນໜຸ່ມ ສ້າງທຸລະກິດຂຶ້ນມາ ເພາະວ່າມີຄວາມສໍາຄັນຫຼາຍໃນປັດຈຸບັນ ອັນໄດ້ປະກອບສ່ວນສ້າງວຽກເຮັດງານທໍາໃຫ້ກັບຄົນລາວ ທັງເປັນການປະກອບສ່ວນສ້າງລາຍຮັບໃຫ້ກັບປະເທດ. ສໍາຄັນໄປກວ່ານັ້ນ ຮ້ານຂາຍລົດແຫ່ງນີ້ ຈະຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ໃຫ້ກັບບັນດານັກທຸລະກິດທີ່ມີລາຍຮັບສູງ ແລະ ຄິດວ່າຈະສາມາດດຶງດູດເອົານັກທຸລະກິດເຂົ້າມາລົງທຶນໃນລາວ, ປັດຈຸບັນ ການນໍາໃຊ້ພະລັງງານໄຟຟ້າ ແມ່ນນັບມື້ດີຫຼາຍ. ດັ່ງນັ້ນ, ຈຶ່ງສະເໜີໃຫ້ບໍລິສັດ ມີນະໂຍບາຍ ກ່ຽວກັບການຂາຍ ຈະເຮັດແນວໃດ ໃຫ້ສັງຄົມຫັນມາຊົມໃຊ້ ໄດ້ຫຼາຍຊ່ອງທາງຊໍາລະ, ຕ້ອງສ້າງທ່າແຮງໃນການແຂ່ງຂັນຕື່ມ. ນອກຈາກມີນະ ໂຍບາຍດ້ານການເງິນແລ້ວ ຕ້ອງມີນະໂຍບາຍດ້ານການຂາຍ ເພື່ອຄວາມສະດວກຂອງຜູ້ຊົມໃຊ້. ທ່ານ ຄໍາແສນ ສີສະວົງ ກ່າວຕື່ມ: ຂ້າພະເຈົ້າເຊື່ອໝັ້ນວ່າ ບໍລິສັດ ພ້ອມກັບຄະນະລົງທຶນ ຈະສາມາດນໍາເອົາເຕັກໂນໂລຊີ ກໍຄື ຄວາມຮູ້, ຄວາມສາມາດ ຈາກປະເທດ ທີ່ມີລາຍຮັບເຂັ້ມແຂງ ເຂົ້າມາສູ່ ສປປ ລາວ.

(ຂ່າວ-ພາບ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments