Saturday, July 27, 2024
Homeຂ່າວໜ້າໜຶ່ງມອບ - ຮັບໜ້າທີ່ຫົວໜ້າກອງວາລະສານປ້ອງກັນຊາດ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

ມອບ – ຮັບໜ້າທີ່ຫົວໜ້າກອງວາລະສານປ້ອງກັນຊາດ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

ໃນວັນທີ 24 ພຶດສະພານີ້, ກອງວາລະສານປ້ອງກັນຊາດ ໄດ້ຈັດພິທີມອບ – ຮັບໜ້າທີ່ ລະຫວ່າງສະຫາຍ ພັນເອກ ປ ອ ທິມສາວ ດວງຈໍາປາ ຫົວໜ້າກອງວາລະສານປ້ອງກັນຊາດ (ຜູ້ເກົ່າ) ແລະ ສະຫາຍ ພັນໂທ ຄໍາແສນ ສຸວັນນະຜ່ອງໃສ ຫົວໜ້າກອງວາລະສານປ້ອງກັນຊາດ (ຜູ້ໃໝ່) ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ,ມີສະຫາຍ ພົນຈັດຕະວາແປ້ນຄໍາ ບຸດຈັນແພງ ກໍາມະການຄະນະພັກກົມໃຫຍ່ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ,ມີຄະນະພັກ-ຄະນະບັນນາທິການພ້ອມດ້ວຍພະນັກງານຫຼັກແຫຼ່ງກອງວາລະສານເຂົ້າຮ່ວມ.

ສະຫາຍ ພັນເອກ ປອ ທິມສາວ ດວງຈໍາປາ ຫົວໜ້າກອງວາລະສານປ້ອງກັນຊາດ (ຜູ້ເກົ່າ) ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ ໃນການນໍາພາ – ຊີ້ນໍາບັນດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ ເປັນເຈົ້າການຈັດຕັ້ງປະຕິບັດສຶກສາອົບຮົມການເມືອງ – ແນວຄິດໃຫ້ພະນັກງານ – ນັກຮົບສອດຫ້ອຍເຂົ້າທຸກຂົງເຂດວຽກງານ.

ຜ່ານການປະຕິບັດໜ້າທີ່ ເປັນຄະນະບັນນາທິການວາລະສານປ້ອງກັນຊາດ ມາເປັນເວລາເກືອບ 6 ປີ ຜ່ານມາໄດ້ພ້ອມກັບໝູ່ຄະນະເອົາໃຈໃສ່ສຸມທຸກເຮືອແຮງ, ສະຕິປັນຍາເພື່ອພັດທະນາກົມກອງເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ – ແນວຄິດເປັນກົກ, ສໍາເລັດການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກບັນລຸໝາກຜົນຈົບງາມ ທັງໝູນໃຊ້ທ່າແຮງຂອງໝູ່ຄະນະ ກໍຄືຄຸນລັກສະນະການຈັດຕັ້ງປະກອບສົມທົບກັບຄວາມຮູ້ -ຄວາມສາມາດຂອງພະນັກງານ-ນັກຮົບສອດຄ່ອງ, ເໝາະສົມກັບເງື່ອນໄຂສະພາບແວດລ້ອມຕົວຈິງ,ເປັນເຈົ້າການສູ້ຊົນຍົກລະດັບຄຸນນະພາບຄໍລໍາ, ເນື້ອໃນບົດ ແລະ ຮູບຮ່າງ ສີສັນຂອງວາລະສານປ້ອງກັນຊາດນັບມື້ດີຂຶ້ນ ພ້ອມໆກັບການເຕີບໃຫຍ່ຂອງສື່ມວນຊົນກອງທັບກໍຄືສື່ມວນຊົນລາວ ໃນສະພາບການໃໝ່, ໄດ້ຜັນຂະຫຍາຍທິດທາງແຜນການຜະລິດວາລະສານປ້ອງກັນຊາດ ຈາກລາຍໄຕມາດມາເປັນລາຍເດືອນນັບແຕ່ປີ 2022 ເປັນຕົ້ນມາ ສໍາເລັດຜົນຢ່າງຈົບງາມ. ນອກນີ້ ຍັງໄດ້ຈັດຕັ້ງແລກປ່ຽນບົດຮຽນກັບສື່ມວນຊົນຢູ່ພາຍໃນ ແລະ ນອກກອງທັບ, ສົມທົບກັບເຝິກອົບຮົມກັບທີ່ ແລະ ສະຫຼຸບຫອດຖອນບົດຮຽນດ້ານວິຊາສະເພາະເຊິ່ງກັນ ແລະ ກັນ, ແບ່ງປັນວຽກງານໃຫ້ກັນລະອຽດຈະແຈ້ງ, ແຕ່ລະເດືອນໄດ້ວາງມະຕິນໍາພາ,ຫັນເປັນແຜນການຂອງກອງ, ຂອງອົງການຈັດຕັ້ງມະຫາຊົນ, ສ້າງແຜນການຜະລິດວາລະສານປະຈຳປີ, ໄຕມາດ, ເດືອນ. ນັບແຕ່ປີ 2021 ມານີ້ ໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກົມກອງປອດ ໃສ ປອດໄພ ປອດຄະດີ 3 ປີ ຕິດຕໍ່ກັນ.

ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ສະຫາຍຫົວໜ້າກອງວາລະສານປ້ອງກັນຊາດ(ຜູ້ເກົ່າ)ທີ່ສາມາດສ້າງຜົນງານຫຼາຍດ້ານທີ່ພົ້ນເດັ່ນໃນການພັດທະນາກອງວາລະສານປ້ອງກັນຊາດໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຫົວໜ້າກອງວາລະສານປ້ອງກັນຊາດ(ຜູ້ໃໝ່)ຈົ່ງສືບຕໍ່ຮັດແໜ້ນຄວາມສາມັກຄີພາຍໃນຢ່າງເຂັ້ມແຂງ,ເຮັດວຽກເປັນໝູ່ຄະນະ,ກໍ່ສ້າງຍົກລະດັບຄວາມ-ຮູ້ຄວາມສາມາດພະນັກງານໃຫ້ສູງຂຶ້ນໂດຍສະເພາະແມ່ນພາສາຕ່າງປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments