Saturday, July 27, 2024
Homeຂ່າວໜ້າໜຶ່ງເອກອັກຄະລັດຖະທູດລາວ ຢື່ນສານຕາຕັ້ງຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂປໂລຍ

ເອກອັກຄະລັດຖະທູດລາວ ຢື່ນສານຕາຕັ້ງຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂປໂລຍ

ໃນຕອນບ່າຍຂອງ ວັນທີ 21 ພຶດສະພາ 2024, ຢູ່ ສໍານັກງານປະທານາທິບໍດີ (Belweder Palace) ນະ ຄອນຫຼວງ ວາກໂຊວີ, ສາທາລະນະລັດ ໂປໂລຍ, ທ່ານ ໄມບົວ ໄຊຍະວົງ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ອານ ເດຣ ດູດາ (H.E Mr. Andrzej DUDA), ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂປໂລຍ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ໂປໂລຍ, ຊຶ່ງມີສໍານັກງານຕັ້ງ ຢູ່ ນະຄອນຫຼວງ ແບກແລງ, ປະເທດ ເຢຍລະມັນ.

ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ພົບປະກັບ ພະນະທ່ານ ປະທານາທິບໍດີ, ຊຶ່ງໃນການພົບ ປະ ທ່ານປະທານາທິບໍດີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ໄມບົວ ໄຊຍະວົງ, ທີ່ໄດ້ຮັບການແຕ່ງ ຕັ້ງເປັນເອກອັກຄະ ລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ໂປໂລຍ, ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ທີ່ ມີມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງຂຶ້ນ ແລະ ພ້ອມທັງ ອວຍພອນ ທ່ານເອກອັກຄະລັດຖະ ທູດ ປະສົບ ຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນມີກຽດ ຂອງຕົນ ຢູ່ ສາທາລະນະລັດ ໂປໂລຍ ແລະ ບັນດາປະເທດ ທີ່ຮັບຜິດຊອບ.

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ຕໍ່ຄໍາເວົ້າອັນຈົບງາມ ແລະ ຖືໂອກາດດັ່ງກ່າວ ນຳເອົາ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ອານເດຣ ດູດາ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະ ຊາຊົນ ສາທາລະນະລັດ ໂປໂລຍ ທຸກຖ້ວນໜ້າ; ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນ ທີ່ມີມູນເຊື້ອອັນດີງາມມາແຕ່ດົນ ນານ ລະຫວ່າງ ສປປ ລາວ ແລະ ສາທາລະ ນະລັດ ໂປໂລຍ ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1962 ເປັນ ຕົ້ນມາ. ພ້ອມກັນນັ້ນ, ທ່ານທູດ ກໍໄດ້ຕາງໜ້າລັດ ຖະບານລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ໂປໂລຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍ ເຫຼືອ ສປປ ລາວ ໄລຍະຜ່ານມາໃນຫລາຍດ້ານ ເປັນ ຕົ້ນການສຶກ ສາ​, ສາທາລະນະສຸກ ແລະ ການສະໜັບສະໜູນເຊິ່ງກັນແລະກັນ ໃນເວທີສາກົນ, ໃນປີ 2021 ລັດຖະ ບານ ສ.ໂປໂລບ ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ຢາວັກຊີນ (Astra Zeneca) ປ້ອງກັນພະຍາດໂຄວິດ-19 ຈໍາ ນວນ 640,110 ໂດສ ແລະ ອື່ນໆ, ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມກັນນັ້ນ, ຍັງໄດ້ແລກ ປ່ຽນຂໍ້ມູນ ແລະ ທ່າແຮງຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນຂະແໜງ ການຄ້າ, ​ການລົງທຶນ, ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ ລະຫວ່າງສອງປະເທດ ໃນອະນາຄົດ. ນອກນັ້ນ, ທ່ານເອກອັກຄະລັດຖະທູດ ຍັງໄດ້ອວຍພອນໄຊໃຫ້ ພະນະທ່ານປະທານາທິບໍດີ ອານເດຣ ດູດາ ພ້ອມດ້ວຍຄອບຄົວ ມີພາລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງ ຂອງ ພະນະທ່ານ.

ພາຍຫຼັງສໍາເລັດການຍື່ນສານຕາຕັ້ງດັ່ງກ່າວ, ທ່ານເອກອັກຄະ ລັດຖະທູດ ຍັງໄດ້ເຂົ້າຮ່ວມພິທີວາງພວງມາລາ ທີ່ສຸສານນັກຣົບນິລະນາມ ຢູ່ນະະຄອນຫຼວງ ວາກໂຊວີ ຮ່ວມກັບບັນດາເອກອັກຄະລັດຖະທູດ ຈາກ ສສ.ຫວຽດນາມ, ກົງໂກ, ຈີບຸຕິ, ໂອມານ ແລະ ກໍາປູເຈຍ ທີ່ໄດ້ສໍາເລັດການຢືນສານຕາຕັ້ງຕໍ່ປະທານາທິບໍດີ ໂປໂລຍ ໃນຄັ້ງນີ້.

ໃນໂອກາດໄປຍື່ນສານຄັ້ງນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ພົບປະເຮັດວຽກ ກັບ ຫົວໜ້າກົມພິທີການ ທູດ ແລະ ກົມອາຊີ, ກະຊວງການຕ່າງປະເທດ ໂປໂລຍ ເພື່ອແນະນໍາຕົວ ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ຊ່ອງ ທາງເສີມຂະຫຍາຍການພົວພັນຮ່ວມມື ລາວ-ໂປໂລຍ ໃນຂະແໜງການທີ່ສອງປະເທດ ມີທ່າແຮງ ແລະ ຄວາມສົນໃຈ ຮ່ວມກັນໃນຕໍ່ໜ້າ.

ນອກຈາກນັ້ນ, ທ່ານທູດພ້ອມຄະນະ ຍັງໄດ້ພົບປະ ກັບ ສະມາຄົມຄົນເຊື້ອຊາດລາວ ແລະ ນັກສຶກ ສາລາວ ທີ່ອາໃສ ຢູ່ ນະຄອນຫຼວງ ວາກໂຊວີ, ໂປໂລຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments