Saturday, July 27, 2024
Homeທ່ອງທ່ຽວບັນດາທຸລະກິດການທ່ອງທ່ຽວຈາກ ສສ ຫວຽດນາມ ສໍາຫຼວດການທ່ອງທ່ຽວທີ່ແຂວງສະຫວັນນະເຂດ

ບັນດາທຸລະກິດການທ່ອງທ່ຽວຈາກ ສສ ຫວຽດນາມ ສໍາຫຼວດການທ່ອງທ່ຽວທີ່ແຂວງສະຫວັນນະເຂດ

ໃນລະຫວ່າງວັນທີ 21-22 ພຶດສະພາຜ່ານມາ ຄະນະສໍາຫຼວດການທ່ອງທ່ຽວຂອງບັນດາທຸລະກິດການທ່ອງ ທ່ຽວຈາກ ສສ ຫວຽດນາມ ຮ່ວມກັບກົງສຸນໃຫຍ່ ສສ ຫວຽດນາມປະຈໍາແຂວງສະຫວັນນະເຂດ ໄດ້ເດີນທາງມາສໍາຫຼວດເສັ້ນທາງ ແລະ ວົງຈອນການທ່ອງທ່ຽວທີ່ແຂວງສະຫວັນນະເຂດ ເພື່ອເປັນການປະກອບສ່ວນສົ່ງເສີມດຶງດູດການທ່ອງທ່ຽວໃຫ້ແກ່ແຂວງ. ໂດຍປະຕິບັດຕາມການແລກປ່ຽນວຽກງານຂອງສະຖານກົງສຸນໃຫຍ່ ສສ ຫວຽດນາມ ເພື່ອເປັນການເພີ່ມຈຳນວນນັກທ່ອງທ່ຽວຕ່າງປະເທດ, ອົງການສົ່ງເສີມການທ່ອງທ່ຽວຂອງຫຼາຍປະເທດໃນທົ່ວໂລກໄດ້ຈັດຕັ້ງການສຳຫຼວດການທ່ອງທ່ຽວເອີ້ນວ່າ Fam Trip (ຟາມ ທິບ) ສໍາລັບທຸລະກິດການທ່ອງທ່ຽວຈາກປະເທດຕ່າງໆ.

ການມາສໍາຫຼວດຄັ້ງນີ້, ຄະນະສໍາຫຼວດການທ່ອງທ່ຽວໄດ້ຢ້ຽມຊົມພະທາດໂພ່ນ ເມືອງໄຊພູທອງ, ສະຖານທີ່ທ່ອງທ່ຽວດົງລີງ, ຢ້ຽມຊົມວັດໜອງລໍາຈັນ ເມືອງຈໍາພອນ, ຢ້ຽມຊົມພະທາດອີງຮັງ ນະຄອນໄກສອນ ພົມວິຫານ.

ໂອກາດນີ້, ທ່ານ ໂພສີສ້ອຍ ກຸທິລາດ ຫົວຫນ້າພະແນກ ຖວທ ແຂວງສະຫວັນນະເຂດ ໃຫ້ຮູ້: ແຂວງສະ ຫວັນນະເຂດມີທ່າແຮງ ແລະ ມີຄວາມອຸດົມ ສົມບູນຂອງຊັບ ພະຍາກອນການທ່ອງທ່ຽວຫຼາຍດ້ານ ເໝາະສົມແກ່ການພັດທະ ນາ-ສົ່ງເສີມການທ່ອງທ່ຽວ ແລະ ການລົງທຶນໃນພາກທຸລະກິດການທ່ອງທ່ຽວໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຊຶ່ງມີໂຮງແຮມ 47 ແຫ່ງ, ເຮືອນ ພັກ 167 ແຫ່ງ, ຣີສອດ 2 ແຫ່ງ, ຮ້ານອາຫານ 177 ແຫ່ງ, ຮ້ານບັນເທີງ 4 ແຫ່ງ, ສະຖານທີ່ທ່ອງທ່ຽວ 116 ແຫ່ງ, ມີແຫຼ່ງທ່ອງທ່ຽວທໍາມະຊາດ 74 ແຫ່ງ, ປະຫວັດສາດ 13 ແຫ່ງ, ວັດທະນະ ທໍາ 29 ແຫ່ງ, ບໍລິສັດນໍາທ່ຽວພາຍໃນແຂວງ 12 ບໍລິສັດ, ພະນັກງານນໍາທ່ຽວມີ 49 ຄົນ.

ຂ່າວ: ສະຫວັນນະເຂດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments