Home ຂ່າວໜ້າໜຶ່ງ ສຳມະນາສະຫຼອງຜົນສໍາເລັດການປະຕິບັດ 5 ຫຼັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ

ສຳມະນາສະຫຼອງຜົນສໍາເລັດການປະຕິບັດ 5 ຫຼັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ

0

ສະຖາບັນການຕ່າງປະເທດ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ຈັດສຳມະນາ ພາຍໃຕ້ຫົວຂໍ້ “ເພີ່ມທະວີການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ແລະ ຄູ່ຮ່ວມຊາຕາກຳຂອງມວນມະນຸດ ເພື່ອເສີມຂະຫຍາຍ 5 ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ” ເພື່ອເປັນການລະນຶກເຖິງ ແລະ ສະເຫຼີມສະຫຼອງຜົນສໍາເລັດ ຂອງການຈັດຕັ້ງປະຕິບັດ 5 ຫຼັກການດັ່ງກ່າວ ຄົບຮອບ 70 ປີ ໂດຍສະເພາະ ໃນການສົ່ງເສີມການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ ໂດຍມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ແລະ ອະດີດລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມເປັນປະທານກິດຕິມະສັກ ແລະ ກ່າວເປີດກອງປະຊຸມ, ມີທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະນຳກະຊວງ, ທູດອາວຸໂສບຳນານ, ບັນດາຄະນະກົມ, ຄະນະພະແນກ, ພະນັກງານຈາກກະຊວງການຕ່າງປະ ເທດ ແລະ ສະຖານເອກອັກຄະລັດຖະທູດ ສປ ຈີນ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ມີຄຳເຫັນ ໂດຍໄດ້ເນັ້ນໃສ່ຜົນສຳເລັດຂອງການຈັດຕັ້ງປະຕິບັດ 5 ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ ທີ່ຖືກໝູນໃຊ້ຢ່າງກວ້າງຂວາງ ແລະ ຍຶດໝັ້ນເປັນຫຼັກການພື້ນຖານ ໃນການຮ່າງກົດໝາຍລະຫວ່າງປະເທດ ແລະ ກຳນົດທິດທາງການພົວພັນລະ ຫວ່າງລັດຖະບານຕໍ່ລັດຖະບານ ຊຶ່ງ ສປປ ລາວ ກໍໄດ້ນຳໃຊ້ຫຼັກການດັ່ງກ່າວ ເປັນບ່ອນອີງອັນແໜ້ນແກ່ນໃນການເປີດກວ້າງການຮ່ວມມືສາກົນ, ການເຄື່ອນໄຫວວຽກງານການຕ່າງປະເທດ, ການປົກປ້ອງສິດ ແລະ ເອກະລາດຂອງລາວໃນເວທີສາກົນ ຕະຫຼອດໄລຍະຕໍ່ສູ້ກູ້ຊາດຈົນກ້າວໄປສູ່ການສະຖາປະນາ ສປປ ລາວ ໃນປີ 1975 ແລະ ຍັງເປັນແນວທາງພື້ນຖານໃຫ້ແກ່ຂະບວນວິວັດຂອງການພົວພັນຮ່ວມມືລະຫວ່າງສອງຊາດ ລາວ-ຈີນ ໃນອະດີດຜ່ານມາ, ພ້ອມທັງ ເປັນເຂັມທິດເຍືອງທາງໃຫ້ແກ່ການສ້າງແຜນແມ່ບົດວ່າດ້ວຍ “ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ” ຊຶ່ງແມ່ນເອກະສານການເມືອງທີ່ມີຄວາມໝາຍຄວາມສໍາຄັນທາງດ້ານຍຸດທະສາດ ໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ໃນປັດຈຸບັນ ແລະ ອະນາຄົດ ໃຫ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ນັບມື້ໄດ້ຮັບໝາກຜົນເປັນຮູບປະທຳ; ພ້ອມກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກ ທ່ານ ຫວາງ ຊາງ ອຸປະທູດຊົ່ວຄາວ, ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະ ທ່ານ ນາງ ວິທະຍາ ໄຊຍະວົງ ຫົວໜ້າສະຖາບັນການຕ່າງປະເທດ ທີ່ໄດ້ສະເໜີຈຸດກຳເນີດຂອງ 5 ຫຼກການດັ່ງກ່າວ ທີ່ຖືກສະ ເໜີຂຶ້ນໃນປີ 1954 ເພື່ອນຳໃຊ້ເປັນຫຼັກການພື້ນຖານ ໃນການພົວພັນລະຫວ່າງສາມຊາດ ກໍຄື ຈີນ, ອິນເດຍ ແລະ ມຽນມາ. ຫຼັງຈາກນັ້ນ, 5 ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ ໄດ້ກາຍເປັນຫຼັກການພື້ນຖານສໍາຄັນ ທີ່ຖືກນໍາໃຊ້ຢ່າງກວ້າງຂວາງ ໃນການພົວພັນລະຫວ່າງບັນດາປະເທດຕ່າງໆໃນພາກພື້ນ ແລະ ສາກົນ.

ຕະຫຼອດໄລຍະ 70 ປີ ຜ່ານມາ, 5 ຫຼັກການດັ່ງກ່າວ ໄດ້ສືບຕໍ່ສ້າງຜົນປະໂຫຍດອັນມະຫາສານໃຫ້ແກ່ປະຊາຄົມໂລກ, ເປັນບ່ອນອີງສໍາຄັນຂອງການພົວພັນສາກົນ ແລະ ກົດໝາຍສາກົນ ທີ່ແທດເໝາະກັບສັງຄົມທຸກລະບອບ, ການພັດທະນາທຸກຮູບແບບ, ຮັກສາໄດ້ສິດຜົນປະໂຫຍດຂອງບັນດາປະເທດຕ່າງໆ ແລະ ລະດັບຂອງການພັດທະນາ ນໍາເອົາສິດສະເໝີພາບອັນແທ້ຈິງມາສູ່ປະຊາຊົນ ແລະ ຕ້ານກັບການຜູກຂາດຕໍ່ກິດຈະການສາກົນ ຫຼື ການເປັນເຈົ້າໂລກພຽງຜູ້ດຽວ, ເປັນເຄື່ອງມືອັນສັກສິດໃນການຮັກສາສິດອະທິປະໄຕ ແລະ ເອກະລາດຂອງປະເທດກໍາລັງພັດທະນາ, ເປັນຄັນທຸງແຫ່ງການຮ່ວມມືກັນ, ເສີມຂະ ຫຍາຍຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ເພື່ອນຳໄປສູ່ການຮ່ວມມືຮອບດ້ານ, ພ້ອມທັງປະກອບສ່ວນຊຸກຍູ້ກໍ່ສ້າງ ລະບຽບຂັ້ນຕອນຂອງການເມືອງ-ເສດຖະກິດສາກົນ ໃຫ້ມີຄວາມສະເໝີພາບ ແລະ ເປັນເຄື່ອງມືໃນການແກ້ໄຂບັນຫາຂໍ້ຂັດແຍ່ງທາງປະຫວັດສາດລະຫວ່າງປະເທດ.

ສຳລັບ ສປປ ລາວ, ຕະຫຼອດຫຼາຍສິບປີຜ່ານມາ ຍາມໃດກໍໄດ້ຍຶດໝັ້ນການເປີດກວ້າງການຮ່ວມມືສາກົນ ຕາມທິດ “ເພີ່ມມິດ-ຫຼຸດຜ່ອນສັດຕູ” ແລະ ໄດ້ຂະຫຍາຍສາຍພົວພັນຮ່ວມມື ທັງພາກລັດ, ສາຍພັກ ແລະ ຜ່ານອົງການຈັດຕັ້ງມະຫາຊົນ ກໍຄື ກັບອົງຈັດຕັ້ງສາກົນຢ່າງກວ້າງຂວາງ, ສ້າງສາຍພົວພັນມິດຕະພາບຮ່ວມມືອັນກວ້າງຂວາງກັບນາໆຊາດ ບົນຫຼັກການແຫ່ງຄວາມສະເໝີພາບ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ ແລະ ກັນ, ບໍ່ແຊກແຊງເຂົ້າໃນກິດຈະການຂອງກັນ ແລະ ກັນ, ບໍ່ຂົ່ມຂູ່ ແລະ ບໍ່ໃຊ້ກຳລັງຮຸນແຮງຕໍ່ກັນ ແລະ ແກ້ໄຂຂໍ້ຂັດແຍ່ງລະຫວ່າງປະເທດດ້ວຍສັນຕິວິທີ ຊຶ່ງທັງໝົດທີ່ກ່າວມານັ້ນ, ກໍລ້ວນແຕ່ສະແດງເຖິງຫຼັກການອັນເປັນພື້ນຖານ ຂອງ 5 ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ.

(ຂ່າວ: ສະຖາບັນການຕ່າງປະເທດ; ພາບ: ຂັນໄຊ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version