ຄຳວ່າ ວິສາຂະບູຊາ ຫຍໍ້ມາຈາກຄຳວ່າ “ວິສາຂະ ປຸນນະມີດິຖີບູຊາ” ແປວ່າ ການບູຊາໃນວັນເພັງເດືອນ ວິສາຂະ ຫຼື ເດືອນ 6. ວັນວິສາຂະບູຊາ ຖືເປັນວັນສໍາຄັນທີ່ສຸດໃນທາງພຣະພຸດທະສາສະໜາ ເພາະເປັນວັນທີ່ເກີດ 3 ເຫດການອັດສະຈັນທີ່ສໍາຄັນ ກ່ຽວກັບເລື່ອງລາວຊີວິດຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ.
ໃນວັນເພັງ ຂຶ້ນ 15 ຄໍ່າ ເດືອນ 6 ແຕ່ກໍນັບວ່າເປັນໄລຍະເວລາທີ່ແຕກຕ່າງກັນ ແລະ ຫ່າງກັນຫຼາຍປີ ເຊິ່ງເຫດການອັດສະຈັນທັງ 3 ນັ້ນໄດ້ແກ່:
1. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າ ປະສູດເມື່ອພຣະນາງສິຣິມະຫາມາຍາ ພຣະມະເຫສີຂອງພຣະເຈົ້າສຸດໂທທະນະ ແຫ່ງນະຄອນກະບິນລະພັດ ຊົງພຣະຄັນຄົບ 10 ເດືອນ ໃກ້ຈະເຖິງເວລາປະສູດຕາມປະເພນີນິຍົມຂອງຄົນອິນເດຍ ໃນສະໄຫມກ່ອນເວລາຈະເກີດລູກຜູ້ຍິງຕ້ອງກັບບ້ານເກີດຂອງຕົນເອງ ເພື່ອໃຫ້ກໍາເນີດບຸດ ໃນຂະນະທີ່ກໍາລັງເດີນທາງກັບບ້ານ ພຣະນາງໄດ້ແວ່ພັກຜ່ອນ ຢູ່ໃຕ້ຮົ່ມຕົ້ນສາລະ ທີ່ສວນລຸມພິນີວັນແລະພຣະນາງໄດ້ປະສູດພຣະໂອຣົດໃນທີ່ນັ້ນ ກົງກັບວັນເພັງຂຶ້ນ 15 ຄໍ່າເດືອນ 6 ປີ ຈໍ ກ່ອນພຸດທະສັກກະຣາດ 80 ປີ ປະສູດໄດ້ 5 ມື້ ໄດ້ຮັບການຕັ້ງຊື່ວ່າ ສິດທັດຖະ ແປວ່າສົມປາດຖະໜາ.
2. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າ ຕັດສະຮູ້ຫຼັງຈາກອອກບວດໄດ້ 6 ປີ ເມື່ອພະຊົນມາຍຸ 35 ພັນສາ ເຈົ້າຊາຍສິດທັດຖະ ກໍໄດ້ຕັດສະຮູ້ເປັນພຣະພຸດທະເຈົ້າ ຢູ່ທີ່ຮົ່ມຕົ້ນໄມ້ສີມະຫາໂພ ແຄມແມ່ນໍ້າເນຣັນຊະຣາ ເຂດອຸຣຸເວລາເສນານິຄົມ ໃນຕອນເຊົ້າຂອງວັນພຸດ ຂຶ້ນ 15 ຄໍ່າເດືອນ 6 ປີລະກາ ກ່ອນພຸດທະສັກກະຣາດ 45 ປີ ປັດຈຸບັນສະຖານທີ່ແຫ່ງ ນີ້ໄດ້ຊື່ວ່າ ພຸດທະຄະຍາ ເປັນເຂດຫນຶ່ງຂອງເມືອງຄະຍາ ແຫ່ງຣັດພິຫານ ປະເທດອິນເດຍ.
3. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າ ປະຣິນິບພານພຣະພຸດທະອົງໄດ້ຕັດສະຮູ້ ແລະສະແດງທັມມະເທສະໜາ ເປັນເວລາ 45 ປີ ຈົນມີພຣະຊົນມາຍຸ 80 ພັນສາ ເຊິ່ງໃນພັນສາສຸດທ້າຍໄດ້ຈໍາພັນສາຢູ່ທີ່ເມືອງກຸສິນາຣາ ພັກທີ່ ສາລະວະໂນທະຍານ ຫຼື ປ່າຕົ້ນສາລະ ເພື່ອສະເດັດດັບຂັນທະປະຣິນິບພານ ກົງກັບວັນອັງຄານຂຶ້ນ 15 ຄ່ຳ ເດືອນ 6 ປີ ມະເສັງ.
ວັນວິສາຂະບູຊາ ໄດ້ຮັບຮອງຈາກອົງການ ສະຫະປະຊາຊາດ ໃຫ້ເປັນວັນສຳຄັນຂອງໂລກ ໃນວັນທີ 15 ທັນວາ ພ.ສ. 2542 (ຄ.ສ. 1999) ໂດຍເອີ້ນ ວັນວິສາຂະບູຊາ ເປັນພາສາອັງກິດວ່າ ( VESAK DAY) ຕາມຄຳເອີ້ນຂອງຊາວສີລັງກາ ຜູ້ຍຶ່ນເລື່ອງສະເໜີ ສະຫະປະຊາຊາດ ພິຈາລະນາ ແລະໄດ້ກຳນົດເອົາ ວັນວິສາຂະບູຊາ ເປັນວັນພັກ 1 ວັນ ຂອງສະຫະປະຊາຊາດ ແລະ ເປັນວັນພັກລັດຖະການຫຼາຍປະເທດໃນໂລກ.
ຂໍ້ມູນ: ພຮະເຄນທອງ ຄຳສະໝອນ