Saturday, July 27, 2024
Homeຂ່າວຕ່າງປະເທດກອງປະຊຸມສຸດຍອດ ເຊອູນ ຮັບຮອງເອົາຖະແຫຼງການ AI

ກອງປະຊຸມສຸດຍອດ ເຊອູນ ຮັບຮອງເອົາຖະແຫຼງການ AI

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 21 ພຶດສະພາ ຜ່ານມາ, ກອງປະຊຸມສຸດຍອດທົ່ວໂລກກ່ຽວກັບປັນຍາປະດິດ (AI), ໂດຍ ສ ເກົາຫຼີ ແລະ ອັງກິດ ເປັນເຈົ້າພາບຈັດຂຶ້ນຕາມຮູບແບບທາງໄກ ແລະ ເຊິ່ງໜ້າຢູ່ ນະຄອນຫຼວງເຊອູນ ປະເທດ ສ ເກົາຫຼີ.

ຂ່າວລະບຸວ່າ: ໃນກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫຼງການກ່ຽວກັບການຊຸກຍູ້ AI ທີ່ປອດໄພ, ປະດິດຄິດສ້າງ ແລະ ຮອບດ້ານ ເພື່ອແກ້ໄຂບັນດາສິ່ງທ້າທາຍ ແລະ ໂອກາດກ່ຽວຂ້ອງເຖິງເຕັກໂນໂລຊີ ທີ່ພວມພັດທະນາຢ່າງວ່ອງໄວນີ້. ໂດຍເອີ້ນວ່າ “ຖະແຫຼງການ ເຊອູນ”, ເອກະສານສະບັບນີ້ໄດ້ຖືກຮັບຮອງເອົາໃນວາລະປະຊຸມທາງໄກຂອງການນຳບັນດາປະເທດໃນກອງປະຊຸມສຸດຍອດ AI ເຊອູນ, ໂດຍການເປັນປະທານຮ່ວມຂອງ ທ່ານ ຢູນ ຊອກ-ຢອນ ປະທານາທິບໍດີ ສ ເກົາຫຼີ ແລະ ທ່ານ ຣີຊີ ສູນາກ ນາຍົກລັດຖະມົນຕີ ອັງກິດ.

ຖະແຫຼງການໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ: ລັກສະນະປອດໄພ, ປ່ຽນໃໝ່ ແລະ ຮອບດ້ານຂອງ AI ແມ່ນບັນດາປັດໄຈກ່ຽວພັນກັນ ແລະ ການຖືບັນດາປັດໄຈນີ້ແມ່ນບຸລິມະສິດໃນການປຶກສາຫາລືສາກົນກ່ຽວກັບການບໍລິຫານ AI ນັ້ນ ແມ່ນມີຄວາມສຳຄັນທີ່ສຸດ. ຖະແຫຼງການສະບັບດັ່ງກ່າວກໍເນັ້ນໜັກເຖິງຄວາມສຳຄັນຂອງຄວາມສາມາດກະທົບຕອບລະຫວ່າງຂອບເຂດການບໍລິຫານ AI ຕາມວິທີສຳຜັດອີງໃສ່ຄວາມສ່ຽງ, ເພື່ອນຳມາເຊິ່ງຜົນປະໂຫຍດໃນລະດັບສູງສຸດ ແລະ ແກ້ໄຂຄວາມສ່ຽງຈາກ AI.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments