Saturday, July 27, 2024
Homeຂ່າວພາຍໃນມອບແຄນດວງທໍາອິດທີ່ມີໂລໂກ້ເປັນເອກະລັກຂອງແຂວງສະຫວັນນະເຂດ ໃຫ້ການນຳແຂວງ

ມອບແຄນດວງທໍາອິດທີ່ມີໂລໂກ້ເປັນເອກະລັກຂອງແຂວງສະຫວັນນະເຂດ ໃຫ້ການນຳແຂວງ

ທ່ານ ຄໍາສິດ ພົມມະຈັນ ຮອງປະທານສະມາຄົມນັກປະພັນ ແຂວງສະຫວັນນະເຂດ ທັງເປັນຄະນະບໍລິຫານງານນັກສິລະປິນແຫ່ງຊາດລາວ ພ້ອມດ້ວຍນາຍຊ່າງແຄນ ແລະ ຜູ້ຊະນະເລີດໝໍແຄນຂອງແຂວງ ປະຈໍາປີ 2023 ໄດ້ເຂົ້າພົບ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ໃນວັນທີ 22 ພຶດສະພາ 2024 ທີ່ຫ້ອງວ່າການແຂວງສະຫວັນນະເຂດ ເພື່ອມອບແຄນດວງທໍາອິດທີ່ມີໂລໂກ້ເປັນເອກະລັກຂອງ ແຂວງສະຫວັນນະເຂດ ໂດຍການສະໜັບສະໜູນຂອງ ທ່ານ ນາງ ທູນສະຫວັນ ສີຈັນທອງທິບ ປະທານບໍລິສັດເທບໄຊສິນ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຊີ້ນໍາໃນການຂຸ້ນຂ້ຽວ ກ່ຽວກັບການສ້າງຕັ້ງສູນຜະລິດແຄນ ຂອງສູນຝຶກອົບຮົມຄູຝຶກເປົ່າແຄນ ແລະ ສ້າງແຄນທີ່ເປັນເອກະລັກຂອງແຂວງສະຫວັນນະເຂດ ທີ່ຈະສ້າງຕັ້ງຂຶ້ນ ໃນເຂດຕົວເມືອງເກົ່ານະຄອນໄກສອນພົມວິຫານ ໂດຍການນໍາໃຊ້ງົບປະມານຫລັກຈາກເງິນທີ່ເຫລືອຈາກການເປີດປີທ່ອງທ່ຽວລາວ 2024 ທີ່ແຂວງສະຫວັນນະເຂດ ພ້ອມສະໜັບສະໜູນຢ່າງສຸດຂີດ ເພື່ອໃຫ້ກາຍເປັນສູນຖ່າຍທອດນາຍຊ່າງຜະລິດແຄນ ທັງຮຸ່ນສືບທອດດ້ານໝໍແຄນ ແລະ ນາຍຊ່າງໄປພ້ອມໆກັນ ທັງນີ້ເພື່ອໃຫ້ສູນກະກຽມຄວາມພ້ອມໃນການຜະລິດແຄນ ທີ່ມີໂລໂກ້ເປັນເອກະລັກຂອງແຂວງ ເພື່ອສ້າງປະດັບເອ້ຢ້ອງ ໃນຫ້ອງປະຊຸມໃຫຍ່ຂອງແຕ່ລະພະແນກການ, ສໍານັກງານ, ກົມກອງອ້ອມຂ້າງພາຍໃນແຂວງ ເພື່ອສື່ເຖິງສັນຍາລັກສຽງແຄນລາວ ຂອງຄົນລາວ.

ໂອກາດດຽວກັນ, ທ່ານເຈົ້າແຂວງສະຫວັນນະເຂດ ຍັງໄດ້ປະກອບສ່ວນເງິນ 10 ລ້ານກີບ ໃຫ້ສູນຝຶກອົບຮົມຄູຝຶກເປົ່າແຄນ ແລະ ສ້າງແຄນທີ່ເປັນເອກະລັກຂອງແຂວງ ສະຫວັນນະເຂດ ເພື່ອເປັນການຕໍ່ຍອດ ແລະ ຊຸກຍູ້ແກ່ສູນຝຶກອົບຮົມຄູຝຶກເປົ່າແຄນ ແລະ ສ້າງແຄນທີ່ເປັນເອກະລັກ ຂອງແຂວງສະຫວັນນະເຂດ ໂດຍໂລໂກ້ທີ່ເປັນເອກະລັກທີ່ສະຫລັກລົງໃນແຄນ ທີ່ເປັນຮູບສັນຍາລັກ ພະທາດອີງຮັງ ປູຊະນີຍະສະຖານມິ່ງຂວັນເມືອງ ແລະ ໄດໂນເສົາ ສັດໂລກດຶກດໍາບັນ 100 ລ້ານປີທີ່ເປັນສັດມຸງຄຸນ.

ທີ່ມາ: ຂປລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments