Saturday, July 27, 2024
Homeຂ່າວຕ່າງປະເທດອັງກິດ ກຳນົດເວລາຈັດການເລືອກຕັ້ງກ່ອນກຳນົດ

ອັງກິດ ກຳນົດເວລາຈັດການເລືອກຕັ້ງກ່ອນກຳນົດ

ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ທ່ານ ຣີສຊີ ສຸນັກ(Rishi Sunak),ນາຍົກລັດຖະມົນຕີ ອັງກິດ ປະກາດວ່າ: ອັງກິດ ຈະຈັດການເລືອກຕັ້ງ ທົ່ວປະເທດ ໃນວັນທີ 4 ກໍລະກົດ ຈະມາເຖິງ. ປະຈຸບັນແມ່ນຈຸດເວລາເພື່ອໃຫ້ອັງກິດ ສ້າງອະນາຄົດ. ຖະແຫລງການຂອງ ທ່ານ ຣີສຊີ ສຸນັກ ໄດ້ຍົກອອກມາ ໃນຂະນະທີ່ ໝາກຜົນ ຂອງບັນດາການຢັ່ງຫາງສຽງຮັບຮູ້ພັກສາທາລະນະຝ່າຍຄ້ານ ພວມນຳໜ້າຕໍ່ພັກນິຍົມຮັກສາເດີມກຳອຳນາດ ປະມານ 20%. ພັກນິຍົມຮັກສາເດີ ກໍ່ມີໄພເສຍບັດ ສະໜັບສະໜູນຕໍ່ພັກປະຊາທິປະໄຕເສລີ ແລະ ພັກປະຕິຮູບປະເທດອັງກິດ. ແຕ່ເຖິງຢ່າງໃດກໍ່ຕາມ ທ່ານ ນາຍົກລັດຖະມົນຕີອັງກິດ ຫວັງວ່າ: ບັນດາຂ່າວດີ ກ່ຽວກັບຂົງເຂດເສດຖະກິດ ໄລຍະມໍ່ໆ ມານີ້ຈະສ້າງທ່ວງທ່າ ໃຫ້ແກ່ພັກກຳອຳນາດໃນການເລືອກຕັ້ງທົ່ວປະເທດ. ຕົວເລກໃນເດືອນນີ້ໄດ້ສະແດງໃຫ້ເຫັນວ່າ: ອັງກິດ ໄດ້ຫລຸດພົ້ນອອກຈາກ ສະພາບການຊຸດໂຊມ ດ້ານເຕັກນິກ ໃນປີ 2023 ດ້ວຍລະດັບການເຕີບໂຕໄວທີ່ສຸດ ນັບແຕ່ປີ 2021. ໄພເງິນເຟີ້ໃນເດືອນ ເມສາ ຫລຸດລົງຢ່າງແຮງລະດັບ 2,3%, ຈາກລະດັບ ສູງສຸດ 11%.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments