Saturday, July 27, 2024
Homeຂ່າວພາຍໃນມອບ-ຮັບໂຄງການກໍ່ສ້າງເສັ້ນທາງຊາຍແດນລາວ-ຫວຽດນາມ ເມືອງດາກຈຶງ-ດ່ານດາກຕະອອກ

ມອບ-ຮັບໂຄງການກໍ່ສ້າງເສັ້ນທາງຊາຍແດນລາວ-ຫວຽດນາມ ເມືອງດາກຈຶງ-ດ່ານດາກຕະອອກ

ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງເຊກອງ ຈັດພິທີມອບ-ຮັບໂຄງການກໍ່ສ້າງທາງ 16B ໄລຍະທາງຍາວ 21 ກິໂລ ແມັດ (ເມືອງດາກຈຶງ-ດ່ານດາກຕະອອກ) ຊາຍແດນລາວ- ຫວຽດນາມ ໃນວັນທີ 21 ພຶດສະພາ 2024 ໂດຍການເປັນປະທານຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ທ່ານ ຄໍາເກັ່ງ ແກ້ວສຸວັນ ຮອງຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນກອງ ສົມບັດພົມ ຫົວໜ້າໂຄງການກໍ່ສ້າງໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນຂອງໂຄງການກໍ່ສ້າງເສັ້ນທາງ 16B ໄລຍະ 21,63 ກິໂລແມັດ, ເລີ່ມແຕ່ຂອບເຂດຊານເມືອງດາກຈຶງ ແລະ ສິ້ນສຸດຢູ່ທາງເຂົ້າຫາເຂື່ອນເຊຂະໝານ 3, ໜ້າທາງເຂດເທສະບານເມືອງດາກຈຶງ ກວ້າງ 9 ແມັດ ແລະ 14 ແມັດ; ເຂດຊານເມືອງ ແລະ ເຂດນອກເມືອງກວ້າງ 7 ແມັດ, ເປັນປະເພດທາງຊັ້ນ 4; ປູຢາງສອງຊັ້ນ ປະກອບມີທໍ່ລ່ຽມ 2 ແຫ່ງ ແລະ ທໍ່ກົມ 3 ແຫ່ງ. ເຊິ່ງໄດ້ເຊັນສັນຍາກໍ່ສ້າງ ໃນວັນທີ 2 ພຶດສະພາ 2014 ໂດຍມີໄລຍະເວລາກໍ່ສ້າງ 30 ເດືອນ ແລະ ມາຮອດກາງເດືອນ ມັງກອນ 2021 ແມ່ນໄດ້ຮັບການກວດກາຢັ້ງຢືນຄືນ ຈາກຄະນະກຳມະການກວດກາເຫັນວ່າ ສະພາບເສັ້ນທາງໄດ້ຖືກປະຕິບັດສໍາເລັດຕາມເວລາ ແລະ ໄດ້ຕາມມາດຕະຖານ.

ໂຄງການດັ່ງກ່າວ ມີມູນຄ່າການກໍ່ສ້າງທັງໝົດ 59 ຕື້ກວ່າກີບ ຊຶ່ງນໍາໃຊ້ທຶນກໍ່ສ້າງແມ່ນທຶນພາຍໃນ 100% ໂດຍແມ່ນພະແນກໂຍທາທິການ ແລະ ຂົນສົ່ງ ແຂວງເຊກອງ ເປັນເຈົ້າຂອງໂຄງການ.

ຂ່າວ: ພຸດທະສອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments