Saturday, July 27, 2024
Homeຂ່າວໜ້າໜຶ່ງຮອງລັດຖະມົນຕີກະຊວງ ຖວທ ແລະປະທານກຸ່ມບໍລິສັດລົງທຶນການທ່ອງທ່ຽວຈີນຫາລືການການຮ່ວມມືດ້ານທ່ອງທ່ຽວ

ຮອງລັດຖະມົນຕີກະຊວງ ຖວທ ແລະປະທານກຸ່ມບໍລິສັດລົງທຶນການທ່ອງທ່ຽວຈີນຫາລືການການຮ່ວມມືດ້ານທ່ອງທ່ຽວ

ວັນທີ 21 ພຶດສະພາ 2024, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ຮູ ເຈີ ມິງ (Hu Zhi Min) ປະທານບໍລິຫານກຸ່ມບໍລິສັດ ລົງທຶນການທ່ອງທ່ຽວຈີນ ແລະ ການຄຸ້ມຄອງຊັບສິນຈໍາກັດ ພ້ອມຄະນະ ໃນໂອກາດເດີນທາງມາເຮັດວຽກຢູ່ສປປລາວ.

ໃນໂອກາດນີ້, ທ່ານວັນສີ ກົວມົວໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ສາຍພົວພັນຮ່ວມມືສອງຝ່າຍ ລາວ-ຈີນ ໄລຍະຜ່ານມາ ໂດຍສະເພາະການຮ່ວມມືໃນຂົງເຂດຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ພ້ອມນີ້, ກໍໄດ້ສະເໜີໃຫ້ບໍລິສັດ ສະໜັບສະໜູນ ໂຄສະນາການທ່ອງທ່ຽວຂອງສປປລາວເພື່ອໃຫ້ນັກທ່ອງທ່ຽວຈີນ ເຂົ້າມາທ່ອງທ່ຽວ ສປປ ລາວ ໃຫ້ຫລາຍຂຶ້ນ.

ທ່ານ ຮູ ເຈີ ມິງ ໄດ້ແຈ້ງຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເພື່ອສຶກສາຂໍ້ມູນຊອກຫາຊ່ອງທາງການສ້າງແຜນລົງທຶນການຮ່ວມມືດ້ານທ່ອງທ່ຽວ ແນໃສ່ດຶງດູດນັກທ່ອງທ່ຽວຈີນ ໃຫ້ມາທ່ອງທ່ຽວ ສປປ ລາວ ຜ່ານທາງລົດໄຟລາວ-ຈີນ ໃຫ້ເພີ່ມຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments