Saturday, July 27, 2024
Homeຂ່າວພາຍໃນກອງປະຊຸມສໍາມະນາ ASEAN Prize Symposium 2024

ກອງປະຊຸມສໍາມະນາ ASEAN Prize Symposium 2024

ໃນວັນທີ 20 ພຶດສະພາ ຜ່ານມາ ທີ່ ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ, ກົມອາຊຽນ ໄດ້ເຮັດວຽກຮ່ວມກັບ Temasek Foundation ແລະ ກອງເລຂາອາຊຽນ ໄດ້ຈັດກອງປະຊຸມສໍາມະນາ ASEAN Prize Symposium 2024 ຊຶ່ງເປັນໜຶ່ງໃນວຽກງານຂອງການໂຄສະນາເຜີຍແຜ່, ຍົກສູງບົດບາດ ແລະ ຄວາມສຳຄັນຂອງ ASEAN Prize ກ່ອນການຄັດເລືອກຜູ້ໄດ້ຮັບລາງວັນໃນທີ 31 ພຶດສະພາ 2024 ນີ້.

ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ມີຜູ້ຕາງໜ້າສະຖານເອກອັກຄະລັດຖະທູດ ຈາກປະເທດສະມາຊິກອາຊຽນ ປະຈໍາ ສປປ ລາວ, ກອງເລຂາອາຊຽນ ແລະ ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ນອກນີ້, ກອງປະຊຸມສຳມະນາ ຍັງໄດ້ຮວບຮວມເອົາບັນດາຜູ້ທີ່ໄດ້ຮັບລາງວັນອາຊຽນ ໃນປີຜ່ານມາຕັ້ງແຕ່ປີ 2021-2023 ເພື່ອແລກປ່ຽນປະສົບການ ແລະ ສ້າງແຮງບັນດານໃຈໃຫ້ແກ່ຜູ້ສະໝັກເຂົ້າຮ່ວມເເຂ່ງຂັນຮັບລາງວັນ ASEAN Prize ປະຈໍາປີ 2024.

ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments